ພິທັກ ກອງມາທິລາດ ຍີນດີທີ່ໄດ້ ຊຸນດຣາມູທິ ມາເປັນຄູເຝີກທີມຊາດລາວ
ເວລາອອກຂ່າວ: 2018-11-25 12:37:23 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1649 | ຄວາມນິຍົມ: ![]()
ທີມຊາດລາວຕົກຮອບການ ແຂ່ງຂັນລາຍການ ເອເອັຟເອັຟ ຊຸຊຸກິ ຄັບ 2018 ດ້ວຍການເສຍ ໄຊທັງໝົດ 4 ນັດ ຂະນະທີ່ ພິທັກ ກອງມາທິລາດ ກອງກາງທີມ ຊາດລາວ ກ່າວວ່າ ຮູ້ສຶກຍິນດີທີ່ ໄດ້ຄູເຝິກ ຊຸນດຣາມູທີ ຊາວ ສິງ ກະໂປມາຄຸມທີມ.
ຟັອກສະປອດອາຊີ ລາຍງານ ວ່າ: ພິທັກ ກ່າວວ່າ ຄະແນນ 3 ແຕ້ມໃນເກມສຸດທ້າຍຂອງທີມ ຊາດລາວ ໃນນັດທີ່ພົບກັບກຳປູ ເຈຍ ແມ່ນເປັນເສັ້ນທາງທີ່ດີໃນ ການຈົບການແຂ່ງຂັນ ແລະ ຍັງ ເປັນວິທີທີ່ດີໃນການສະແດງ ຄວາມຂອບໃຈແກ່ແຟນບານ ຊາວລາວແຕ່ບໍ່ເປັນດັ່ງທີ່ຕັ້ງໄວ້. ໃນຂະນະທີ່ໃຫ້ສຳພາດຕໍ່ເວັບໄຊ ທາງການຂອງ ເອເອັຟເອັຟ ຊຸຊຸກິ ຄັບ, ພິທັກຍັງໄດ້ກ່າວວ່າ ພວກເຮົາໄດ້ຮັບປະສົບການທີ່ ດີໃນທົວ ນາເມັ້ນນີ້ແຕ່ຂໍ້ຜິດພາດ ຂອງແຕ່ລະຄົນກາຍເປັນບັນຫາ ໃນສອງເກມສຸດທ້າຍ ແລະ ໃນ ຖານະທີມຊາດ ພວກເຮົາຫວັງ ວ່າຈະປັບປຸງ ແລະ ຮັກສາສະຖາ ນະການທີ່ດີໄວ້ ແລະ ສືບຕໍ່ສ້າງ ດ້ານທີ່ດີຂອງສະມັດຕະພາບ ຂອງພວກເຮົາຕໍ່ໄປ.
ກ່ອນການແຂ່ງຂັນກັບທີມ ຊາດກຳປູເຈຍໃນນັດສຸດທ້າຍ ວັນທີ20 ພະຈິກ 2018, ພິທັກ ກ່າວວ່າ “ພວກເຮົາຈະເຮັດໃຫ້ດີ ທີ່ສຸດຈົນຈົບທົວນາເມັ້ນດ້ວຍ ໄຊຊະນະ. ເຮົາຈະຖິ້ມທຸກຢ່າງ ໄວ້ໃນສະໜາມ ແລະ ພະຍາຍາມ ໃຫ້ໄດ້ຮັບຜົນເປັນຂອງຂວັນແກ່ ແຟນບານຊາວລາວ ເຊິ່ງລໍຖ້າ ມາດົນ”.ແນວໃດກໍຕາມໃນ ການແຂ່ງຂັນນັດສຸດທ້າຍນີ້ທີມ ຊາດລາວໄດ້ເສຍໄຊໃຫ້ກຳປູເຈຍ ອີກຄັ້ງ ດ້ວຍຄະແນນ1-3 ປະຕູ ເຮັດໃຫ້ຕົກຮອບແບ່ງກຸ່ມໄປ ພ້ອມກັບກຳປູເຈຍ. ພ້ອມດຽວ ກັນນີ້ພິທັກຍັງກ່າວອີກວ່າຕົນ ເອງຮູ້ສຶກຍິນດີທີ່ໄດ້ຊຸນດຣາມູທີ ມາເປັນຄູເຝິກ ໂດຍອະທິບາຍວ່າ ຕົນເອງມີໂອກາດເຕີບໃຫຍ່ໃນ ຖານະນັກເຕະພາຍໃຕ້ການຄຸມ ທີມຂອງຄູເຝິກຄົນນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















