
ກົມໃຫຍ່ເຕັກນິກກອງທັບ ປາຖະກະຖາ 3 ວັນປະຫວັດສາດ
ເວລາອອກຂ່າວ: 2019-09-30 09:18:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 6360 | ຄວາມນິຍົມ:
ວັນທີ 19 ກັນຍາ ນີ້, ກົມ ໃຫຍ່ເຕັກນິກກອງທັບ ໄດ້ຈັດ ຕັ້ງປາຖະກະຖາມູນເຊື້ອ 3 ວັນ
ປະຫວັດສາດສໍາຄັນຄື: ວັນອາ ສາສະໝັກ-ຊ່ຽວຊານຫວຽດ ນາມ ຄົບຮອບ 70 ປີ, ວັນປະ ກາດເອກະລາດ 12 ຕຸລາ 1945 ແລະ ວັນມະຫາປະຕິວັດຣັດເຊຍ,
ໂດຍການເປັນປະທານຂອງສະ ຫາຍ ພົນຈັດຕະວາ ຄຳພາ ສີພອນ
ໄຊ ກໍາມະການຄະນະພັກກະຊວງ
ປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີຄະ ນະພັກກົມໃຫຍ່ເຕັກນິກ, ຄະນະ ກົມຈາກ 6 ກົມ 3 ຫ້ອງ, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ ກົມໃຫຍ່ ແລະ ພະນັກງານຫຼັກ ແຫຼ່ງທົ່ວກົມໃຫຍ່ເຕັກນິກເຂົ້າ ຮ່ວມ.
ສະຫາຍ ພົນຈັດຕະວາ ຄຳພາ
ສີພອນໄຊ ໄດ້ຍົກໃຫ້ເຫັນປະ ຫວັດຄວາມເປັນມາ, ຄວາມໝາຍ
ຄວາມສຳຄັນ ແລະ ມູນເຊື້ອຕ່າງໆ
ຂອງ 3 ວັນປະປະຫວັດສາດສໍາ ຄັນດັ່ງກ່າວ ທັງນີ້ກໍເພື່ອແນ ໃສ່ໂຄສະນາສຶກສາອົບຮົມໃຫ້ ນາຍ ແລະ ພົນທະຫານໃນທົ່ວກົມໃຫຍ່ຮັບຮູ້ມູນເຊື້ອແຫ່ງການ ຮ່ວມສຳພັນສູ້ຮົບລະຫວ່າງກອງ ທັບປະຊາຊົນລາວກັບກອງທັບ ປະຊາຊົນຫວຽດນາມໃນພາລະ ກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ເຊິ່ງ ສະແດງໃຫ້ເຫັນເຖິງນໍ້າໃຈສາ ກົນກໍາມະຊີບອັນບໍລິສຸດຜຸດຜ່ອງ ຂອງເພື່ອນມິດຍຸດທະສາດ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍນໍ້າ ໃຈສາມັກຄີສໍາພັນສູ້ຮົບຂອງ ກອງທັບປະຊາຊົນລາວ ກັບກອງ
ທັບປະຊາຊົນຫວຽດນາມ ໃຫ້ນັບ ມື້ມີຄວາມແໜ້ນແຟ້ນ ແລະ ຂະ ຫຍາຍຕົວຍິ່ງໆຂຶ້ນ. ນອກນີ້, ກໍ ເພື່ອຫວນຄືນມູນເຊື້ອ ແລະ ປະຫວັດຄວາມເປັນມາຂອງການປະຕິວັດເດືອນຕຸລາຣັດເຊຍ ປີ 1917, ເພື່ອເຮັດໃຫ້ພະນັກງານ-ນັກຮົບມີຄວາມຮັບຮູ້ ແລະ ເຂົ້າ ໃຈເຖິງການຕໍ່ສູ້ຂອງຊົນຊັ້ນກໍາ ມະກອນ ທີ່ຢູ່ພາຍໃຕ້ການກົດຂີ່ຂູດຮີດຂອງພວກນາຍທຶນທີ່ສົ່ງຜົນສະທ້ອນໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດຣັດເຊຍ ມີການຂະຫຍາຍຕົວຊ້າ, ຫຼ້າຫຼັງ ແລະ ຮັບຮູ້ເຂົ້າໃຈເຖິງ ທິດສະດີມາກ-ເລນິນ, ພັກເຮົາ ກໍຍັງໄດ້ກໍານົດຫຼັກການຍຶດ ໝັ້ນລັດທິມາກ-ເລນິນໃນກອງ ປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ໄດ້ກໍານົດວ່າ: ລັດທິມາກ-ເລ ນິນ ແລະ ມູນເຊື້ອອັນດີງາມເປັນ ພື້ນຖານແນວຄິດທິດສະດີຂອງ ພັກ.
ໃນໂອກາດດັ່ງກ່າວນີ້, ຍັງໄດ້ ຫວນຄືນປະຫວັດຄວາມເປັນມາ ແລະ ມູນເຊື້ອປະກາດເອກະລາດ 12 ຕຸລາ 145 ຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນຝຣັ່ງ ໃນ ທ້າຍສັດຕະວັດທີ 19, ພວກເຂົາ ໄດ້ວາງແອກເມືອງຂຶ້ນຄອບຄອງ ປະເທດລາວເຮົາ ແລະ ມີຫຼາຍ ບັ້ນຮົບເກີດມີການຕໍ່ສູ້ກັນຢ່າງດຸ ເດືອດ, ເຊິ່ງມັນສ່ອງແສງໃຫ້ເຫັນ
ບົດບາດການນຳພາອັນສະຫຼາດ ສ່ອງໃສທັງເປັນເຫດການອັນສໍາ ຄັນຂອງຊາດ, ຂອງກອງທັບ ແລະ ເປັນບົດຮຽນອັນລໍ້າຄ່າທີ່ ສຸດໃຫ້ແກ່ຂວນການຕໍ່ສູ້ຂອງ ກອງທັບເຮົາ, ເປັນການເສີມຂະ ຫຍາຍມູນເຊື້ອການຕໍ່ສູ້ທີ່ບໍ່ຍອມ ຈຳນົນຂອງບັນພະບູລຸດ ແລະ ປະ
ຊາຊົນລາວຜູ້ຮັກຊາດ ສາມາດ ທັບມ້າງທຸກກົນອຸບາຍຂອງພວກ
ຈັກກະພັດ ແລະ ລູກແຫຼ້ງຕີນມື ຂອງພວກເຂົາທີ່ຫວັງດັບມອດ ກຳລັງປະຕິວັດ, ສະແດງໃຫ້ເຫັນ ຄວາມບໍລິສຸດຜຸດຜ່ອງ, ຄວາມ ອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ ການບາບຂູ່ ຫຼອກລວງຂອງສັດ ຕູ, ນໍ້າໃຈຕໍ່ສູ້ອັນພິລະອາດຫານ ແລະ ເປັນແຫວ່ນແຍງໃນການປຸກ ລະດົມອັນແຮງກ້າໃຫ້ແກ່ຂະ ບວນການປະຕິວັດ, ພ້ອມດຽວ ກັນນັ້ນກໍຍັງເຮັດໃຫ້ກຳລັງປະ ກອບອາວຸດຂອງພວກເຮົານັບ ມື້ນັບເຕີບໃຫຍ່ຂະຫຍາຍຕົວກ້າວ ຂື້ນໄປຢ່າງບໍ່ຢຸດຢັ້ງ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ