ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ກະຊວງທະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຜີຍແຜ່ວຽກງານປະກັນສັງຄົມ
ເວລາອອກຂ່າວ: 2019-09-30 09:44:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 432 | ຄວາມນິຍົມ:



ໃນວັນທີ 26 ກັນຍາ 2019 ນີ້, ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ(ຖວທ ໄດ້ຈັດກອງປະຊຸມເຜີຍແຜ່ວຽກ ງານປະກັນສັງຄົມຕາມກົດໝາຍ ວ່າດ້ວຍ ການປະກັນສັງຄົມ(ສະ ບັບປັບປຸງໃໝ່) ໃຫ້ບັນດາສື່ມວນ ຊົນພາຍໃນນະຄອນຫຼວງວຽງ ຈັນ ຢູ່ທີ່ກະຊວງ ຖວທ ໂດຍ ການເຂົ້າຮ່ວມເປັນປະທານຂອງ ທ່ານ ວັນໄຊ ຕະວິນຍານ ກຳ ມະການພັກກະຊວງ ຖວທ ຫົວ ໜ້າກົມນິຕິກຳ, ທ່ານ ເພັດສະ ໝອນ ສຸກທະວີພອນ ຮອງຜູ້ອຳ ນວຍການຫ້ອງການກອງທຶນປະ ກັນສັງຄົມແຫ່ງຊາດ, ມີບັນດາ ສື່ມວນຊົນພາຍໃນນະຄອນ ຫຼວງວຽງຈັນ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ດວງເດືອນ ຈັນ ທະວົງ ຫົວໜ້າພະແນກປະຊາ ສໍາພັນຫ້ອງການກອງທຶນປະກັນ ສັງຄົມແຫ່ງຊາດໄດ້ຂຶ້ນເຜີຍແຜ່ ເອກະສານບາງເນື້ອໃນກ່ຽວກັບ ການອຸດໜູນປະກັນສັງຄົມປະ ເພດຕ່າງໆ, ການຄຸ້ມຄອງເງິນ ກອງທຶນ ແລະ ວິທີການຈັດຕັ້ງ ປະຕິບັດໃຫ້ຊັດເຈນຂຶ້ນຕື່ມເພື່ອ ແນໃສ່ໃຫ້ພະນັກງານລັດຖະ ກອນ ແລະ ສະມາຊິກປະກັນສັງ ຄົມເຂົ້າໃຈຖືກຕ້ອງ, ຊັດເຈນ ແລະ ເປັນເອກະພາບໃນການຈັດ ຕັ້ງປະຕິບັດ ເຊິ່ງເອກະສານທີ່ ນໍາມາເຜີຍແຜ່ໃນຄັ້ງນີ້ມີ: ການ ອຸດໜູນປິ່ນປົວສຸຂະພາບ, ການ ອຸດໜູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ, ການອຸດໜູນ ອອກລູກ, ການອຸດໜູນປ່ວຍ ການ, ການອຸດໜູນເສຍກໍາລັງ ແຮງງງານ, ການອຸດໜູນບຳ ນານ, ການອຸດໜູນເສຍຊີວິດ, ການອຸດໜູນສະມາຊິກຄອບຄົວ, ການອຸດໜູນຫວ່າງງານ ແລະ ກົດໝາຍທີ່ນຳມາເຜີຍແຜ່ໃນຄັ້ງ ນີ້ແມ່ນໄດ້ກຳນົດຫຼັກການ, ລະ ບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນ ໄຫວ, ການຄຸ້ມຄອງ ແລະ ການ ກວດກາປະກັນສັງຄົມເພື່ອໃຫ້ວຽກງານດັ່ງກ່າວເປັນລະບົບ ເຂັ້ມແຂງ ແລະ ມີປະສິດທິພາບ ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງ ງານ, ຜູ້ປະກັນຕົນ ແລະ ສະມາ ຊິກຄອບຄົວດ້ວຍການປະກອບ ທຶນສົມທົບ ແລະ ການສະໜອງ ການອຸດໜູນປະກັນສັງຄົມແນ ໃສ່ຄໍ້າປະກັນການດຳລົງຊີວິດ ຂັ້ນພື້ນຖານ, ການສ້າງຄວາມ ສາມັກຄີປອງດອງ, ສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາ ກົນປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ໂດຍ: ຄໍາປ໋ອກ v ໃນວັນທີ 26 ກັນຍາ 2019 ນີ້, ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ(ຖວທ ໄດ້ຈັດກອງປະຊຸມເຜີຍແຜ່ວຽກ ງານປະກັນສັງຄົມຕາມກົດໝາຍ ວ່າດ້ວຍ ການປະກັນສັງຄົມ(ສະ ບັບປັບປຸງໃໝ່) ໃຫ້ບັນດາສື່ມວນ ຊົນພາຍໃນນະຄອນຫຼວງວຽງ ຈັນ ຢູ່ທີ່ກະຊວງ ຖວທ ໂດຍ ການເຂົ້າຮ່ວມເປັນປະທານຂອງ ທ່ານ ວັນໄຊ ຕະວິນຍານ ກຳ ມະການພັກກະຊວງ ຖວທ ຫົວ ໜ້າກົມນິຕິກຳ, ທ່ານ ເພັດສະ ໝອນ ສຸກທະວີພອນ ຮອງຜູ້ອຳ ນວຍການຫ້ອງການກອງທຶນປະ ກັນສັງຄົມແຫ່ງຊາດ, ມີບັນດາ ສື່ມວນຊົນພາຍໃນນະຄອນ ຫຼວງວຽງຈັນ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ດວງເດືອນ ຈັນ ທະວົງ ຫົວໜ້າພະແນກປະຊາ ສໍາພັນຫ້ອງການກອງທຶນປະກັນ ສັງຄົມແຫ່ງຊາດໄດ້ຂຶ້ນເຜີຍແຜ່ ເອກະສານບາງເນື້ອໃນກ່ຽວກັບ ການອຸດໜູນປະກັນສັງຄົມປະ ເພດຕ່າງໆ, ການຄຸ້ມຄອງເງິນ ກອງທຶນ ແລະ ວິທີການຈັດຕັ້ງ ປະຕິບັດໃຫ້ຊັດເຈນຂຶ້ນຕື່ມເພື່ອ ແນໃສ່ໃຫ້ພະນັກງານລັດຖະ ກອນ ແລະ ສະມາຊິກປະກັນສັງ ຄົມເຂົ້າໃຈຖືກຕ້ອງ, ຊັດເຈນ ແລະ ເປັນເອກະພາບໃນການຈັດ ຕັ້ງປະຕິບັດ ເຊິ່ງເອກະສານທີ່ ນໍາມາເຜີຍແຜ່ໃນຄັ້ງນີ້ມີ: ການ ອຸດໜູນປິ່ນປົວສຸຂະພາບ, ການ ອຸດໜູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ, ການອຸດໜູນ ອອກລູກ, ການອຸດໜູນປ່ວຍ ການ, ການອຸດໜູນເສຍກໍາລັງ ແຮງງງານ, ການອຸດໜູນບຳ ນານ, ການອຸດໜູນເສຍຊີວິດ, ການອຸດໜູນສະມາຊິກຄອບຄົວ, ການອຸດໜູນຫວ່າງງານ ແລະ ກົດໝາຍທີ່ນຳມາເຜີຍແຜ່ໃນຄັ້ງ ນີ້ແມ່ນໄດ້ກຳນົດຫຼັກການ, ລະ ບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນ ໄຫວ, ການຄຸ້ມຄອງ ແລະ ການ ກວດກາປະກັນສັງຄົມເພື່ອໃຫ້ວຽກງານດັ່ງກ່າວເປັນລະບົບ ເຂັ້ມແຂງ ແລະ ມີປະສິດທິພາບ ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງ ງານ, ຜູ້ປະກັນຕົນ ແລະ ສະມາ ຊິກຄອບຄົວດ້ວຍການປະກອບ ທຶນສົມທົບ ແລະ ການສະໜອງ ການອຸດໜູນປະກັນສັງຄົມແນ ໃສ່ຄໍ້າປະກັນການດຳລົງຊີວິດ ຂັ້ນພື້ນຖານ, ການສ້າງຄວາມ ສາມັກຄີປອງດອງ, ສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາ ກົນປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ໂດຍ: ຄໍາປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ