ແລ່ນແຕ່ໃຕ້ຫາເໜືອໄດ້ມາແລ້ວ 330 ກວ່າລ້ານຮຽກຮ້ອງທຸກຄົນຮ່ວມບໍລິຈາກເຖິງທ້າຍເດືອນນີ້ເພື່ອບັນລຸເປົ້າ
ເວລາອອກຂ່າວ: 2018-11-25 12:41:04 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1528 | ຄວາມນິຍົມ: ![]()
ທີມແລ່ນແຕ່ພາກໃຕ້-ພາກເໜືອ ( South to North) ຈາກ
ແຂວງອັດຕະປື-ຜົ້ງສາລີລວມໄລຍະທາງ 1.569 ກິໂລແມັດ ເພື່ອລະດົມທຶນຊື້ອຸປະກອນການແພດທີ່ຈຳເປັນໃຫ້ກັບໂຮງໝໍເດັກເພື່ອນລາວແຂວງຫຼວງພະບາງ ແລະ ໂຮງໝໍແຂວງອັດຕະປືເລີ່ມແລ່ນຢ່າງເປັນທາງການເມື່ອວັນທີ 7 - 21 ຕຸລາ 2018
ໄດ້ສຳເລັດໄປແລ້ວສະເພາະການແລ່ນ, ແຕ່ການຮັບບໍລິຈາກ
ແມ່ນຍັງສືບຕໍ່. ຫຼ້າສຸດທາງພາກ ສ່ວນທີ່ກ່ຽວຂ້ອງອອກມາແຈ້ງຄວາມເຄື່ອນໄຫວ ໂດຍບອກວ່າ:
ປັດຈຸບັນສາມາດລະດົມທຶນໄດ້ແລ້ວ 330.211.505 ກີບ ທີ່ຈະມອບໃຫ້ກັບ ໂຮງໝໍ 2 ແຫ່ງຄືໂຮງໝໍເພື່ອນລາວສຳລັບເດັກ ທີ່ແຂວງຫຼວງພະບາງ ແລະ ໂຮງ ໝໍປະຈຳແຂວງອັດຕະປື, ເຊິ່ງຍັງເຫຼືອອີກ 69.788.495 ກີບ ເພື່ອໃຫ້ເຖິງເປົ້າໝາຍ. ດັ່ງນັ້ນ, ຈຶ່ງຈະສືບຕໍ່ລະດົມທຶນໃຫ້ຮອດ 400.000.000 ກີບ (ລາຍລະ ອຽດຕາມແຈ້ງການ ແລະ ຮ່ວມບໍລິຈາກໄດ້). ສຳລັບນັກແລ່ນຫຼັກປະກອບມີທັງໝົດ 4 ທ່ານລວມມີ: ທ່ານ ຄາໂລ ບາຄາລາ (ຟີລິບປິນ), ທ່ານ ອິນທີ ເດືອນສະຫວັນ (ລາວ), ທ່ານ ແດນນຽວ ໂອເຊ (ເຢຍລະມັນ) ແລະ ທ່ານ ຄາວ ລອຍ ຟານິກັນ (ຟີລິບປິນ). ນອກນັ້ນ, ຍັງມີບັນດານັກແລ່ນທີ່ຮ່ວມແລ່ນເພື່ອເປັນກຳລັງໃຈໃຫ້ນັກແລ່ນຫຼັກອີກຈຳ
ນວນໜຶ່ງ ໂດຍໄຊ້ເວລາທັງໝົດ 16 ມື້. ທຸກໆທ່ານສາມາດຮ່ວມເປັນສ່ວນໜຶ່ງໃນການບໍລິຈາກຊ່ວຍ 2 ໂຮງໝໍດັ່ງກ່າວໄດ້ຜ່ານ
ການບໍລິຈາກຫຼາຍໆຊ່ອງທາງ
ໂດຍການໂອນເຂົ້າບັນຊີທະນາ ຄານເນື້ອໃນໃສ່ວ່າ: "ບໍລິຈາກງານແລ່ນ S2N" ຫຼັງຈາກນັ້ນແຄບໜ້າຈໍທີ່ທ່ານໂອນ,
ສົ່ງຮູບ ແລະ ຊື່ຂອງທ່ານມາ
ຫາແອັດມິນວອດແອັບ
020 99862688 ເພື່ອໃຫ້ຜູ້ຈັດງານໂພດສ໌ລົງຮູບຂອງທ່ານຜ່ານທາງ S2N Facebook ເພື່ອສະແດງຄວາມຂອບໃຈ ໂດຍ
ຊື່ບັນຊີທະນາຄານການຄ້າຕ່າງ
ປະເທດລາວມະຫາຊົນ(BCEL)
ປະກອບມີ: ຊື່ບັນຊີ Events for Good (ອີເວັ້ນຟໍກູດ), ບັນຊີ
ເງິນ(ກີບ): 010-110-001-140- 755-001 ແລະ ບັນຊີເງິນ
(ໂດລາ): 010-110-101-140-755-001.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















