ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຫຼວງນ້ຳທາ ແລະ ທະຫານແຂວງວິງຟຸກ ແລກປ່ຽນຂໍ້ມູນຂ່າວສານນຳກັນ
ເວລາອອກຂ່າວ: 2019-10-01 08:40:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:



ການພົບປະແລກປ່ຽນບົດຮຽນດ້ານຂໍ້ມູນຂ່າວສານລະຫວ່າງຄະນະຜູ້ແທນກອງ ບັນ ຊາການທະຫານແຂວງຫຼວງນໍ້າທາກອງທັບປະຊາຊົນລາວ ກັບກອງ ບັນຊາການທະຫານແຂວງວິງຟຸກທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນວັນ ທີ 25 ກັນຍາ 2019 ນີ້, ຢູ່ທີ່ສະ ໂມສອນກອງບັນຊາການທະ ຫານແຂວງຫຼວງນໍ້າທາ, ເຊິ່ງ ຝ່າຍລາວນຳໂດຍ ສະຫາຍ ພັນເອກ ໄມ່ຈັນ ພັດນະລັດ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງຫຼວງນໍ້າທາ, ຝ່າຍ ຫຽດນາມ ນໍາໂດຍ ສະຫາຍ ພັນ ເອກພິເສດ ຫງຽນຫວຽດດຶກ ຫົວໜ້າການເມືອງກອງບັນຊາ ການທະຫານ ແຂວງວິງຟຸກທະ ຫານເຂດ 2 ກອງທັບປະຊາຊົນ ຫວຽດນາມ, ພ້ອມດ້ວຍຄະນະຜູ້ ແທນທັງສອງຝ່າຍເຂົ້າຮ່ວມ. ສະຫາຍ ພັນເອກ ໄມ່ຈັນ ພັດ ນະລັດ ໄດ້ກ່າວວ່າ: ການເດີນ ທາງມາຢ້ຽມຢາມ ແລະ ແລກ ປ່ຽນບົດຮຽນທາງດ້ານຂໍ້ມູນ ຂ່າວສານຂອງຄະນະຜູ້ແທນ ກອງບັນຊາການທະຫານແຂວງ ວິງຟຸກທະຫານເຂດ 2 ກອງທັບ ປະຊາຊົນຫວຽດນາມ ກັບ ກອງ ບັນຊາການທະຫານແຂວງຫຼວງ ນໍ້າທາໃນຄັ້ງນີ້ເປັນການເສີມຂະຫຍາຍມູນເຊື້ອການພົວພັນຮ່ວມ ມືລະຫວ່າງກອງບັນຊາການທະ ຫານແຂວງຫຼວງນໍ້າທາກອງທັບ ປະຊາຊົນລາວ ກັບ ກອງບັນຊາການທະຫານແຂວງວິງຟຸກທະ ຫານເຂດ 2 ກອງທັບປະຊາຊົນ ຫວຽດນາມ ໃຫ້ນັບມື້ດີຂຶ້ນບົນ ພື້ນຖານການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແບບມິດສະ ຫາຍອ້າຍນ້ອງ ຕາມແນວທາງ ມິດຕະພາບ ແລະ ຄວາມສາມັກ ຄີພິເສດທີ່ຜູ້ນຳສູງສຸດຂອງສອງປະເທດໄດ້ພ້ອມກັນທະນຸຖະ ໜອມ ເພີ່ມພູນຄູນສ້າງໃຫ້ມີບາດ ກ້າວຂະຫຍາຍຕົວກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນ. ໃນການແລກປ່ຽນບົດຮຽນ ໃນຄັ້ງນີ້ທັງສອງຝ່າຍໄດ້ພ້ອມ ກັນຄົ້ນຄວ້າພິຈາລະນາເຖິງແຜນການຮ່ວມມືລະຫວ່າງສອງກອງ ບັນຊາການ, ສືບຕໍ່ເຊື່ອມຊຶມທັດສະນະແນວທາງນະໂຍບາຍການ ພົວພັນຕ່າງປະເທດຂອງພັກ-ລັດ, ຂອງກອງທັບ ແລະ ປະຊາ ຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ, ເພີ່ມທະວີ ການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານສະພາບການທີ່ກ່ຽວ ຂອງເຖິງຄວາມບໍ່ສະຫງົບດ້ານການເມືອງ,ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ເພີ່ມທະວີວຽກງານປະສານງານລະ ຫວ່າງສອງຝ່າຍເພື່ອຊອກຫາ ຂຸດຄົ້ນອັດຖິທະຫານອາສາສະ ໜັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງ ຄາມຢູ່ແຂວງຫຼວງນໍ້າທາ, ວຽກ ງານຄຸ້ມຄອງບົວລະບັດພາຫະ ນະເຕັກນິກ, ອາວຸດ-ກະສູນ, ບໍາ ລຸງ, ກໍ່ສ້າງພະນັກງານເພື່ອຍົກສູງຄຸນນະພາບການກຽມພ້ອມສູ້ຮົບ, ຍົກລະດັບການພົວພັນຮ່ວມມືໃຫ້ມີການແລກປ່ຽນດ້ານຂໍ້ມູນຂ່າວສານປະເພດ ຕ່າງໆຕື່ມອີກ. ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ