
ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III ເຂດ 2 ປີ 2019
ເວລາອອກຂ່າວ: 2019-10-02 08:41:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 454 | ຄວາມນິຍົມ:
ກອງປະຊຸມສ່ອງແສງວຽກ ງານຮອບດ້ານທົ່ວກອງທັບປະ ຈໍາໄຕມາດ III ເຂດ II ປີ 2019 ໄດ້ຈັດຂຶ້ນໃນວັນທີ 26 ກັນຍານີ້,
ຢູ່ທີ່ກອງບັນຊາການທະຫານ ແຂວງຫຼວງພະບາງ ໂດຍການ
ເປັນປະທານຂອງສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈໍາພັກກະ ຊວງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ມີບັນດາກົມໃຫຍ່, ຫ້ອງວ່າການກະຊວງ ປ້ອງກັນປະເທດ, ຄະນະພັກ-ຄະ ນະບັນຊາທະຫານແຂວງຫຼວງ ພະບາງ, ໄຊຍະບູລີ, ກອງພົນທີ 2, ສານທະຫານພາກເໜືອ, ໂຮງ
ງານປະສານເຫຼົ່າ, ໄອຍະການ ທະຫານພາກເໜືອ, ໂຮງໝໍບໍລິ ເວນ 107 ແລະ ໂຮງຮຽນກໍ່ ສ້າງນາຍສິບເລກ 1 ເຂົ້າຮ່ວມ.
ໃນກອງປະຊຸມຜູ້ຕາງໜ້າບັນ ດາຫົວໜ່ວຍກົມກອງໄດ້ຜັດ ປ່ຽນກັນຂຶ້ນສ່ອງແສງລາຍ ງານສະພາບການອັນພົ້ນເດັ່ນ ໂດຍສະເພາະແມ່ນສະພາບທີ່ ກ່ຽວຂ້ອງວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ແລະ ບາງໜ້າວຽກທີ່ ໄດ້ສຸມໃສ່ຈັດຕັ້ງປະຕິບັດໂດຍປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານທີ່ຄະນະພັກກະຊວງປ້ອງກັນ ປະເທດວາງອອກ, ເຊິ່ງໃນນີ້ອັນ ພົ້ນເດັ່ນແມ່ນການເຄື່ອນໄຫວ ເຮັດໃຫ້ສະພາບມີຄວາມສະຫງົບ ແຕ່ລະກົມກອງໄດ້ຈັດຕັ້ງກໍາລັງ ຫັນລົງກໍ່ສ້າງຮາກຖານການ ເມືອງຕາມ 4 ເນື້ອໃນ 4 ຄາດ ໝາຍ, ຕິດພັນກັບການພັດທະ ນາຊົນນະບົດຮອບດ້ານ, ວຽກ ງານ 3 ສ້າງ ແລະ ການສ້າງ ກຸ້ມບ້ານປ້ອງກັນຊາດເຂັ້ມ ແຂງ, ບ້ານປ້ອມໝັ້ນກຸ່ມບ້ານ ສູ້ຮົບຕິດລຽນ, ເພື່ອສ້າງທ່າ ສະໜາມປ້ອງກັນປະຊາຊົນ 3 ຂັ້ນ ແລະ ເຄື່ອນໄຫວຕ້ານ-ສະ ກັດກັ້ນໜໍ່ແໜງທີ່ກໍ່ຄວາມບໍ່ສະ ຫງົບ, ເປີດອົບຮົມການເມືອງ- ການທະຫານປັບປຸງລະບອບ ລະບຽບແບບແຜນ, ປັບປຸງລະ ບົບປະຈໍາການຂອງກົມກອງ ຢ່າງເຂັ້ມງວດ ແລະ ຈັດຕັ້ງກໍາ ລັງເຄື່ອນໄຫວສາລະເວ ພ້ອມ ທັງຕັ້ງທັບອັດປ່ອງຂ້າມລອຍ ຂອງກຸ່ມຄົນທີ່ບໍ່ຫວັງດີ ເຮັດໃຫ້ ຂອບເຂດຮັບຜິດຊອບມີຄວາມ ສະຫງົບປອດໄພ. ພ້ອມກັນນີ້ຍັງ ເຄື່ອນໄຫວເຮັດວຽກງານຮັບປະ ກັນພະລາທິການ-ເຕັກນິກ ແລະ ປັບປຸງກໍ່ສ້າງກົມກອງ ບົນຈິດໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ສ້າງແຫຼ່ງລາຍຮັບປັບປຸງ ຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບໃນກົມກອງໄດ້ຮັບ ການພັດທະນາດີຂຶ້ນເປັນກ້າວໆ, ຂົງເຂດວຽກງານກໍ່ສ້າງພັກ- ກໍ່ສ້າງພະນັກງານແມ່ນໄດ້ປະ ຕິບັດຕາມຫຼັກການທີ່ຖືກຕ້ອງ ສອດຄ່ອງ ໂດຍຖືສໍາຄັນທາງ ດ້ານຄຸນນະພາບ ແລະ ວຽກ ງານອື່ນໆທີ່ປິ່ນອ້ອມໜ້າທີ່ການ ເມືອງຂອງແຕ່ລະກົມກອງຮັບ
ປະກັນໄດ້ຄວາມສະຫງົບປອດ ໄພ 100% ຂອງແຜນການ.
ໃນໂອກາດດັ່ງກ່າວ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະກົມກອງຕ້ອງ ເພີ່ມທະວີບົດບາດການນໍາພາ-ບັນຊາ ແລະ ປັບປຸງລະບຽບ ແບບແຜນວິທີເຮັດວຽກໃຫ້ໜັກ ແໜ້ນ ຕິດພັນກັບການຈັດຕັ້ງປະ ຕິບັດ 7 ລະບອບ 18 ວຽກໃຫ້ ເຂັ້ມງວດ, ຈັດຕັ້ງກໍາລັງຫັນລົງ ກໍ່ສ້າງຮາກຖານການເມືອງແບບ ມູນເຊື້ອຕາມ 4 ເນື້ອໃນ 4 ຄາດ ໝາຍ, ສືບຕໍ່ເຄື່ອນໄຫວແກ້ໄຂ ບັນຫາປະກົດການຫຍໍ້ທໍ້ໃນສັງ ຄົມ ໂດຍສະເພາະແມ່ນບັນຫາ ການຕັດໄມ້ທໍາລາຍປ່າແບບຊະ ຊາຍ, ການເຄື່ອນຍ້າຍຖິ່ນລໍາ ເນົາທີ່ບໍ່ຖືກຕ້ອງ, ການຄ້າຂາຍ ເຖື່ອນ, ການເຂົ້າ-ອອກເມືອງ ແບບຜິດກົດໝາຍ ແລະ ບັນຫາ ສິງເສບຕິດອື່ນໆໃຫ້ໝົດໄປ. ສືບຕໍ່ຄຸ້ມຄອງຊາຍແດນໃຫ້ມີ ຄວາມສະຫງົບ ໂດຍຈັດຕັ້ງກໍາ ລັງເຄື່ອນໄຫວເກັບກໍາຂໍ້ມູນປະ ສານສົມທົບກັບອໍານາດການປົກ ຄອງທ້ອງຖິ່ນຢ່າງເປັນປົກກະຕິ, ພ້ອມກັນນີ້ກໍຕ້ອງສືບຕໍ່ເປີດຂະ ບວນການສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ແລະ ໜັກແໜ້ນ, ຊຸກຍູ້ຂະບວນການຜະລິດແກ້ ໄຂຊີວິດການເປັນຢູ່ຕາມທິດ 4 ປູກ 4 ລ້ຽງ ແລະ ພົວພັນອົງ ການຈັດຕັ້ງລັດ, ອົງການປົກ ຄອງທ້ອງຖິ່ນ ເພື່ອອອກໃບນໍາ ໃຊ້ທີ່ດິນໃຫ້ຖືກຕ້ອງເປັນບູລິມະ ສິດ ແລະ ຍົກສູງສະຕິລະວັງຕົວ ການພົວພັນຮ່ວມມື ທີ່ມີການ ຊ່ວຍເຫຼືອດ້ານຕ່າງໆຈາກຕ່າງ ປະເທດ ເພື່ອປ້ອງກັນບໍ່ໃຫ້ຕົກ ເຂົ້າໃນການສວຍໃຊ້ໂອກາດ ເພື່ອ
ແຊກແຊງກິດຈະການພາຍໃນ
ຂອງກອງທັບ. ຈາກນັ້ນຜູ້ແທນ ກອງປະຊຸມຍັງໄດ້ລົງຢ້ຽມຢາມ ກອງພັນ 415 ເຊິ່ງເປັນກົມ ກອງຈຸດສຸມຂອງກອງບັນຊາ ການທະຫານແຂວງຫຼວງພະ ບາງ.
ໂດຍ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ