ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ
ເວລາອອກຂ່າວ: 2019-10-02 08:45:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 594 | ຄວາມນິຍົມ:



ໂດຍຕອບສະໜອງຕາມຄຳ ເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະ ຍາ ແລະ ຄະນະຜູ້ແທນຂັ້ນສູງລັດ ຖະບານ ແຫ່ງ ສປປ ລາວໄດ້ເດີນ ທາງໄປຢ້ຽມຢາມຢ່າງເປັນ ທາງການ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ໃນ ລະຫວ່າງວັນທີ 01-03 ຕຸລາ 2019, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບທີ່ເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງປະ ເທດ ລາວ-ຫວຽດນາມ. ຄະນະຜູ້ແທນຂັ້ນສູງຂອງ ລາວ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະ ຄອນຫຼວງ ຮ່າໂນ້ຍ ໃນວັນທີ 01 ຕຸລາ 2019 ແລະ ໄດ້ມີພິທີຕ້ອນ ຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍມີ ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທີ່ສຳ ນັກງານປະທານປະເທດ. ຫຼັງ ຈາກສຳເລັດພິທີຕ້ອນຮັບຢ່າງ ເປັນທາງການ, ສະຫາຍ ນາຍົກ ລັດຖະມົນຕີ ຫງວຽນ ຊວັນ ຟຸກ ພ້ອມດ້ວຍການນຳຂັ້ນສູງຂອງ ສສ ຫວຽດນາມ ໄດ້ດຳເນີນການ ພົບປະສອງຝ່າຍກັບສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸ ລິດ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ, ທີ່ຫ້ອງວ່າ ການລັດຖະບານ. ສະຫາຍນາ ຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກລັດຖະບານ ແລະ ປະຊາຊົນຫວຽດນາມ, ເຊິ່ງ ເປັນການຢ້ຽມຢາມ ສສ ຫວຽດ ນາມ ຢ່າງເປັນທາງການ ຄັ້ງທີ 2 ໃນຕຳແໜ່ງນາຍົກລັດຖະມົນຕີ, ອັນມີຄວາມໝາຍຄວາມສໍາຄັນ ທີ່ສຸດ, ພ້ອມທັງເປັນການສະ ແດງໃຫ້ເຫັນເຖິງໄມຕີຈິດມິດ ຕະພາບອັນດູດດື່ມ, ຄວາມສາ ມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງ ກັນ ແລະ ກັນ ຂອງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຢ່າງແທ້ຈິງ. ສະຫາຍນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ແລະ ຊົມເຊີຍ ຢ່າງສຸດໃຈຕໍ່ບັນດາຜົນສຳເລັດ ອັນສຳຄັນ, ຮອບດ້ານ ແລະ ມີ ຄວາມໝາຍປະຫວັດສາດໃນ ດ້ານຕ່າງໆ ທີ່ປະຊາຊົນຫວຽດ ນາມອ້າຍນ້ອງຍາດມາໄດ້ພາຍ ໃຕ້ການນຳພາອັນຖືກຕ້ອງ ຂອງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ ເຮັດໃຫ້ທົ່ວປະ ເທດໄດ້ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງດີຂື້ນເປັນ ກ້າວໆ, ບົດບາດອິດທິພົນຊື່ສຽງ ຂອງຫວຽດນາມນັບມື້ນັບໄດ້ຮັບ ການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພິເສດ ໃນປີ 2020 ນີ້, ສສ ຫວຽດນາມ ກໍຈະໄດ້ເປັນ ປະທານອາຊຽນ ແລະ ເປັນປະ ທານໄອປາອີກດ້ວຍ. ນອກຈາກ ນີ້, ໃນການພົບປະຄັ້ງນີ້, ສອງ ຝ່າຍໄດ້ຮ່ວມກັນທົບທວນຄືນ ການຈັດຕັ້ງປະຕິບັດບັນດາໂຄງ ການ ແລະ ເອກະສານຮ່ວມມື ສອງຝ່າຍ ກໍຄືການຕົກລົງຂອງ ການນຳຂັ້ນສູງຂອງສອງປະເທດ ໃນທຸກໆດ້ານ ຕະຫຼອດໄລຍະຜ່ານ ມາ ແລະ ວາງແຜນການຮ່ວມ ມືໃນຕໍ່ໜ້າ, ເປັນຕົ້ນແມ່ນການ ຮ່ວມມືດ້ານການເມືອງ, ການ ຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການ ຮ່ວມມືດ້ານຊາຍແດນ; ດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ພະລັງງານ ແລະ ແຮ່ທາດ, ໂຍ ທາທິການ ແລະ ຂົນສົ່ງ; ດ້ານ ການເງິນ, ດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ຕະຫຼອດຮອດການພົວພັນຮ່ວມ ມືລະຫວ່າງບັນດາກະຊວງ, ອົງການ, ຂະແໜງການ, ອົງ ການຈັດຕັ້ງມະຫາຊົນ ແລະ ບັນ ດາທ້ອງຖິ່ນ. ໃນໂອກາດຢ້ຽມຢາມຄັ້ງນີ້, ນາຍົກລັດຖະມົນຕີທັງສອງ ໄດ້ຮ່ວມລົງນາມ ແລະ ເປັນສັກ ຂີພະຍານໃນການລົງນາມເອກະ ສານຮ່ວມມືສອງຝ່າຍ ຈຳນວນ 8 ສະບັບ ຄື: 1.) ອະນຸສັນຍາວ່າດ້ວຍ ການດັດແກ້ສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດ ນາມ ວ່າດ້ວຍໂຄງການກໍ່ສ້າງ ຫໍສະພາແຫ່ງຊາດລາວ; 2.) ຂໍ້ຕົກ ລົງ ລະຫວ່າງ ກະຊວງແຜນການ ແລະ ການລົງທຶນລາວ ແລະ ກະ ຊວງແຜນການ ແລະ ການລົງ ທຶນຫວຽດນາມ ວ່າດ້ວຍການ ສ້າງຍຸດທະສາດການຮ່ວມມື ເສດຖະກິດ, ວັດທະນະທຳ, ສຶກ ສາ, ວິທະຍາສາດ ເຕັກໂນໂລຊີ ລະຫວ່າງ ລາວ-ຫວຽດນາມ ໄລຍະ 2021-2030 ແລະ ສັນ ຍາວ່າດ້ວຍການຮ່ວມມືໄລຍະ 5 ປີ ( 2021-2025); 3.) ບົດບັນ ທຶກຄວາມເຂົ້າໃຈ ລະຫວ່າງ ກະ ຊວງການເງິນ ແຫ່ງ ສປປ ລາວ ແລະ ກະຊວງການເງິນ ແຫ່ງ ສສ ຫວຽດນາມກ່ຽວກັບການ ສະໜອງເງິນກູ້ໃຫ້ໂຄງການ ລົງທຶນກໍ່ສ້າງເສັ້ນທາງແຕ່ພູ ທິດເຜີ້ງ, ແຂວງຫຼວງພະບາງ, ລາວ ຫາ ຊາຍແດນນາຊອນ ເມືອງດ້ຽນບຽນດົງ, ແຂວງ ດ້ຽນບຽນ, ຫວຽດນາມ; 4.) ບົດ ບັນທຶກຄວາມເຂົ້າໃຈ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານ ແຫ່ງຊາດ ຫວຽດນາມ ວ່າດ້ວຍການຮ່ວມ ມືເຄື່ອນໄຫວຈຸດສຸມດ້ານທະ ນາຄານ ໄລຍະ 2019-2024. 5.) ແຜນການ ສ້າງແຜນຮ່ວມມື ລາວ-ຫວຽດນາມໃນຂົງເຂດ ການສຶກສາ ແລະ ພັດທະນາຊັບ ພະຍາກອນມະນຸດໄລຍະ 2021- 2030 ລະຫວ່າງ ກະຊວງສຶກສາ ທິການ ແລະ ກີລາ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ. 6.) ບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງ ລາວ ແລະ ກະຊວງອຸດສາຫະ ກຳການຄ້າຫວຽດນາມ ວ່າດ້ວຍ ການຮ່ວມມືຊຸກຍູ້ ຊື້-ຂາຍ ໄຟ ພະ ລັງງານລົມ; 7.) ມອບຮັບໃບ ຢັ້ງຢືນນຳເຂົ້າ ໄຟຟ້າຈາກ ເຂື່ອນ ນໍ້າກົງ 2,3 ນໍ້າອີມູນ ແລະ ນໍ້າ ອາງຂອງບໍລິສັດຈະເລີນເຊກອງ ລາວ ແລະ ບໍລິສັດຫຸ້ນສ່ວນໂຊງ ດາ 5 ຫວຽດນາມ; 8.) ບົດບັນ ທຶກຄວາມເຂົ້າໃຈ ລະຫວ່າງ ກະ ຊວງໂຍທາທິການ ແລະ ຂົນສົ່ງ ລາວ ແລະ ບໍລິສັດຫຸ້ນສ່ວນເດີນ ອາກາດຫວຽດ ແຈັດ (Viet Jet) ວ່າດ້ວຍການຮ່ວມມືພັດ ທະນາການບິນພົນລະເຮືອນ; ແລະ ຖະແຫຼງການຮ່ວມ ລະ ຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ