ຈັບຜູ້ ສເບຢາບ້າ ແລະ ຜູ້ຊັດທອດອີກ 2 ຄົນ ພ້ອມຂອງກາງ 1.650 ເມັດ
ເວລາອອກຂ່າວ: 2019-10-02 08:57:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 465 | ຄວາມນິຍົມ: ![]()
ໃນວັນທີ 21 ກັນຍາ 2019 ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາ ຫຼວດກອງບັນຊາການ ປກສ ເມືອງອະນຸວົງ ແຂວງໄຊສົມບູນ ຈັບໄວລຸ້ນມົ້ວສຸມ ເສບຢາບ້າ ຊື່ທ້າວໄຊ ອາຍຸ 25 ປີ, ຢູ່ບ້ານນ້ຳ ພາວ ເມືອງວັງວຽງ ແຂວງວຽງ ຈັນ ພ້ອມຂອງກາງຢາບ້າ 9 ເມັດ
ແລະ ອາວຸດປືນປະດິດ 1 ກະ
ບອກລູກປືນ ຈຳນວນ 6 ລູກ ແລະ
ມີດ 1 ດວງ ພ້ອມທັງຊັດທອດຫາ ຜູ້ຂາຍຢາບ້າ 2 ຄົນ ທີ່ເປັນພໍ່ລູກ
ກັນ. ຮອດວັນທີ 25 ກັນຍາ, ເຈົ້າ
ໜ້າທີ່ຈຶ່ງຕິດຕາມໄປຈັບຕົວພໍ່
ລູກດັ່ງກ່າວໄດ້ພົບຂອງກາງຢາ ບ້າ ຈຳນວນ 1.650 ເມັດ.
ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງອະນຸວົງ ໃຫ້ຮູ້ວ່າ: ໃນວັນທີ 28 ສິງຫາ 2019, ເຈົ້າໜ້າທີ່ໄດ້ຮັບການລາຍງານ ຈາກແຫຼ່ງຂ່າວວ່າ: ມີຄົນຈໍາ ນວນໜຶ່ງເຄື່ອນໄຫວຄ້າຂາຍຢາບ້າທີ່ເຂດບ້ານໂພນພະ. ດັ່ງນັ້ນ, ຈຶ່ງໄດ້ນຳກໍາລັງຕໍາຫຼວດວິຊາສະ ເພາະຕິດຕາມເປົ້າໝາຍ. ຜ່ານ ການຕິດຕາມມາຮອດວັນທີ 21 ກັນຍາ , ເຈົ້າໜ້າທີ່ພະແນກ ຕຳຫຼວດ ປກສ ເມືອງ ອະນຸວົງ ຈຶ່ງໄດ້ປະສານສົມທົບກັບ ປກສ ບໍລິການປະຊາຊົນກຸ່ມບ້ານໂພນ ພະສະແດງຕົນເຂົ້າຈັບຕົວ ທ້າວ
ໄຊ ໃນຂະນະທີ່ເອົາຢາບ້າໄປ
ຂາຍໃຫ້ພວກມົ້ວສຸມຢູ່ບ້ານ ໂພນພະ ໄປສືບສວນ .
ຜ່ານການສືບສວນ-ສອບສວນ, ຜູ້ກ່ຽວສາລະພາບວ່າ: ຢາບ້າທີ່ ນໍາມາຂາຍແຕ່ລະຄັ້ງແມ່ນຊື້ນໍາ ທ້າວ ມ້າງ ອາຍຸ 53 ປີ ແລະ ທ້າວ ເພັງ ອາຍຸ 21 ປີ ທັງສອງເປັນພໍ່ ລູກກັນຢູ່ບ້ານຫີນຫົວເສືອ, ເມືອງ ອະນຸວົງ, ແຂວງໄຊສົມບູນ. ຮອດ ວັນທີ 25 ກັນຍາ, ຈຶ່ງໄດ້ເຂົ້າ ຈັບຕົວ ທ້າວ ມ້າງ ແລະ ທ້າວ ເພັງ ຢູ່ເຮືອນຂອງພວກກ່ຽວກວດພົບ ຂອງກາງຢາບ້າຈຳນວນ 8 ຖົງ ກັບ 42 ເມັດ ເທົ່າກັບ 1.650 ເມັດ ພ້ອມອຸປະກອນເສບຢາ ຝິ່ນຈຳນວນໜຶ່ງ, ປືນແກັບ 1 ກະບອກ, ພ້ອມເງິນສົດ 1.965.000 ກີບ ແລະ ໂທລະ ສັບ ມືຖື 3 ເຄື່ອງ. ຜ່ານການສອບ
ສວນ ທ້າວ ມ້າງ ໄດ້ຮັບສາລະ ພາບວ່າ: ໄດ້ພົວພັນເສບຢາ ເສບຕິດມາແຕ່ປີ 2014 ໂດຍ ເລີ່ມຈາກເສບຝິ່ນ, ພາຍຫຼັງຢາ ຝິ່ນຫາຊື້ຍາກແລ້ວໄດ້ຊື້ຢາ ບ້າໄປເສບແທນ, ພ້ອມທັງຈຳ ໜ່າຍເອງ ໂດຍໄດ້ຊື້ນຳ ທ້າວ ຈາ ກື່ ປະຊາຊົນບ້ານນາມອນເໜືອ ເມືອງວັງວຽງ ແຂວງວຽງຈັນ; ຊື້ຄັ້ງລະ 1 ຖົງ ແລະ ຍັງໄດ້ຊື້ ນຳ ທ້າວ ປໍວ່າງ ຢູ່ບ້ານ ໂນນ ໄຮ ເມືອງເຟືອງ ແຂວງວຽງຈັນ ເທື່ອລະ 1 ມັດ, ພາຍຫຼັງຊື້ຢາບ້າ ແລ້ວແມ່ນໄດ້ນໍາໄປຂາຍຕໍ່ໃຫ້ ພວກມົ້ວສຸມພາຍໃນບ້ານ ແລະ ບ້ານໃກ້ຄຽງ. ນອກນັ້ນ, ຍັງໄດ້ ແບ່ງໃຫ້ລູກຊາຍ ແລະ ເມຍຂອງ ລູກຊາຍໄປຂາຍໃຫ້ພວກໝູ່ເຊັ່ນ ກັນ.
ສ່ວນ ທ້າວ ເພັງ ຮັບຄຳສາ ລະພາບວ່າ: ເລີ່ມຄ້າຂາຍຢາເສບ ຕິດມາແຕ່ປີ 2018 ຢາບ້າທີ່ນໍາ ມາຂາຍແມ່ນໄດ້ຮັບເອົານຳພໍ່ເທື່ອ ລະ 1-2 ຖົງ. ຫຼັງຈາກຂາຍໝົດ ແລ້ວແມ່ນໄດ້ເອົາເງິນມາໃຫ້ພໍ່, ຜູ້ກ່ຽວຈະໄດ້ກໍາໄລໄປໃຊ້ຈ່າຍ ສ່ວນຕົວ. ຂໍ້ມູນ: ຈາກໜັງສືພິມ
ຄວາມສະຫງົບ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















