ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດກິດຈະກໍາ ຖາມ-ຕອບ ຄວາມຮູ້ຮອບຕົວ
ເວລາອອກຂ່າວ: 2026-05-05 15:21:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1842 | ຄວາມນິຍົມ: ![]()
ໃນວັນທີ 30 ເມສາ 2026, ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດກິດຈະກໍາ ຖາມ-ຕອບ ຄວມຮູ້ຮອບຕົວ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ສອນທະນູ ແກ້ວໝື່ນເຮືອງ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ, ມີສະຫາຍ ພັນໂທ ຈັນດາ ໄຊຈະເລີນ ຮອງຫົວໜ້າກົມການເມືອງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ວປກ, ມີຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍ, ພະແນກຊາວໜຸ່ມ-ແມ່ຍິງ, ນັກຖາມ-ຕອບ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວ ວປກ ເຂົ້າຮ່ວມ.
ຈຸດປະສົງຂອງການຈັດກິດຈະກໍາ ກໍເພື່ອຊຸກຍູ້ຂະບວນການຂໍ່ານັບຮັບຕ້ອນບັນດາວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ ໂດຍສະເພາະຂໍ່ານັບຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 116 ປີ, ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄົບຮອບ 30 ປີ (13 ທັນວາ 1996 – 13 ທັນວາ 2026), ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນເລິກເຊິງ, ທັງເປັນການສຶກສາອົບຮົມການເມືອງແນວຄິດ, ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ເສີມຂະຫຍາຍຄວາມຮູ້ຄວາມສາມາດໃຫ້ແກ່ສະມາຊິກອົງການຈັດຕັ້ງມະຫາຊົນທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ອີກດ້ວຍ. ເຊິ່ງເນື້ອໃນຄໍາຖາມແມ່ນກ່ຽວພັນກັບມູນເຊື້ອຂອງພັກ, ຂອງກອງທັບ ແລະ ປະຫວັດສາດຂອງລາວ. ສ່ວນຜົນການແຂ່ງຂັນ ກິດຈະກໍາ ຖາມ-ຕອບ ຄວາມຮູ້ຮອບຕົວ ສາມາດສະຫຼຸບໄດ້ດັ່ງນີ້: ລາງວັນທີ I ໄດ້ແກ່ ຄູການເມືອງ; ລາງວັນທີ II ໄດ້ແກ່ ກົມການເມືອງ, ຫ້ອງການ ວປກ, ຫ້ອງການຄຸ້ມຄອງໂຄງການຫຼັກສູດ; ລາງວັນທີ III ໄດ້ແກ່ ກົມອົບຮົມ-ກໍ່ສ້າງ, ຫ້ອງການເໜືອມະຫາ, ກົມພະລາ-ເຕັກນິກ, ຄະນະຮັບຜິດຊອບນັກສຶກສາພາສາຕ່າງປະເທດ, ຄູການທະຫານ ແລະ ລາງວັນທີ IV ໄດ້ແກ່ ຄູເຫຼົ່າຮົບ, ກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ, ຄູພາສາຕ່າງປະເທດ ແລະ ຄອບພິວເຕີ.
ໂດຍ: ເຂັງພອນ ແກ້ວຄໍາລຽງ ແລະ ສົງການ ທະວີສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















