ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ກົມ 213 ມອບເຄືອງຊ່ວຍເຫຼືອໃຫ້ຄອບຄົວພະນັກງານ-ນັກຮົບ ຢູ່ກອງພັນ 433 ທີ່ຖືກຜົນກະທົບຈາກໄພທໍາມະຊາດ
ເວລາອອກຂ່າວ: 2026-05-05 15:23:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1919 | ຄວາມນິຍົມ:



ໃນວັນທີ 30 ເມສາ 2026 ນີ້, ສະຫາຍ ພົນຈັດຕະວາ ເຜີຍເພັດ ພົມສີຈັນ ຫົວໜ້າການເມືອງ ກົມ 213, ພ້ອມດ້ວຍຄະນະ ໄດ້ລົງມອບເຄືອງຊ່ວຍເຫຼືອໃຫ້ຄອບຄົວພະນັກງານ-ນັກຮົບທົ່ວ ກົມ 213 ທີ່ຖືກພົນກະທົບຈາກໄພທຳມະຊາດພະຍຸລະດູຮ້ອນ. ພາຍຫຼັງທີ່ຄອບຄົວ ພະນັກງານ-ນັກຮົບ ກົມກອງທີ່ຂຶ້ນກັບກົມ 213 ຖືກຜົນກະທົບຈາກໄພທຳມະຊາດພະຍຸລະດູຮ້ອນ ຄະນະພັກ-ຄະນະບັນຊາ ກໍໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ຊ່ວຍເຫຼືອ ເພື່ອເຮັດໃຫ້ຊີວິດການເປັນຢູ່ໄດ້ຮັບການປົວແປງ ກັບສູ່ສະພາບປົກະຕິໂດຍໄວ ພ້ອມນີ້, ສະຫາຍ ພົນຈັດຕະວາ ເຜີຍເພັດ ພົມສີຈັນ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງມາມອບໃຫ້ ລວມມູນຄ່າ 90.000.000 ກີບ ໃຫ້ຄອບຄົວຜູ້ທີ່ຖືກພົນກະທົບຈາກໄພທຳມະຊາດພະຍຸລະດູຮ້ອນ ຈຳນວນ 72 ຄອບຄົວທີ່ຂຶ້ນກັບ ກົມ 213. ໂດຍ: ຮ້ອຍໂທ ພົມມະວັນ ດາວມະນີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ