ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ສຸມ​ໃສ່​ຜະລິດ​ຕັດຫຍິບ​ເຄື່ອງນຸ່ງ​ຫົ່ມ​ຮັບ​ໃຊ້​ກອງທັບ ໃຫ້​ຮັບປະກັນ​ທັງ​ປະລິມານ ແລະ ຄຸນ​ນະ​ພາບ
ເວລາອອກຂ່າວ: 2026-05-08 09:21:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ:



ໂຮງງານ​ຕັດຫຍິບ​ກອງທັບ ເປັນ​ກົມ​ກອງ​ໜຶ່ງ ໃນ​ໂຄງ​ປະ ກອບ​ການຈັດຕັ້ງ ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ ມີໜ້າ​ທີ່​ທຳ​ການ​ຜະລິດຕັດຫຍິບ​ເຄື່ອງນຸ່ງ​ຫົ່ມ​ຮັບ​ໃຊ້​ກອງທັບ ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ໂດຍ​ກົງ​ຮອບດ້ານ ຂອງ​ກົມ​ໃຫຍ່​ພະລາທິການ​ກອງ ທັບ, ມີ​ຖານະ​ທຽບ​ເທົ່າ​ກອງພັນ​ໃຫຍ່ ມີ​ຈຳນວນ​ພົນ ທັງ​ໝົດ 500 ກວ່າ​ຄົນ, ເພດ​ຍິງ​ກວມ​ເອົາ 90% ໃນ​ນີ້, ມີ​ສະມາຊິກ​ກຳມະບານ ຈຳນວນ 400 ກວ່າ​ຄົນ, ມີ 1 ຮາກ​ຖານ, ແບ່ງ​ເປັນ 10 ໜ່ວຍ​ຂຶ້ນ​ກັບ ພາຍໃຕ້ການຊີ້ນຳ​ຂອງຄະ ນະ​ອຳນວຍ​ການ​ໂຮງງານ​ຕັດ ຫຍິບ​ກອງທັບ. ສະຫາຍ ພັນ​ໂທ ບຸນ​ຕ້ອຍ ອຸ​ທະ​ວົງ ຮອງ​ອຳນວຍ​ການປະ ທານ​ກຳມະ ບານ​ຮາກ​ຖານ​ໂຮງ ງານຕັດຫຍິບ​ກອງທັບ ໄດ້​ໃຫ້​ສຳພາດ​ວ່າ: ໃນ​ໄລຍະ​ຜ່ານ​ມາ ກຳມະບານ​ຮາກ​ຖານ ໂຮງງານ​ຕັດຫຍິບ​ກອງທັບ ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ກຳມະກອນ ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ຢ່າງ​ຕັ້ງໜ້າ ຮັບ​ໃຊ້​ໄດ້​ຕາມ​ຄວາມ​ຕ້ອງການ ຂອງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ຜະລິດ​ເຄື່ອງ​ທັນ​ຕາມ​ເວລາ​ເບີກ​ຈ່າຍ, ອອກ​ແບບ​ເຄື່ອງ​ຊະນິດ​ຕ່າງໆ ທີ່​ຂັ້ນ​ເທິງ​ຕ້ອງການ​ຢ່າງ​ປະດິດ​ສ້າງ, ແຜນ​ປະຈຳ​ປີ​ແມ່ນ​ສຳເລັດ​ທັນ​ເວລາ ນອກ​ນັ້ນ, ຍັງ​ຜະລິດ​ເຄື່ອງ​ອອກ​ສູ່​ສັງຄົມ ເພື່ອ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ກົມ​ກອງ 600 ລ້ານ​ກວ່າ​ກີບ, ທັງ​ເປັນ​ການ​ຍົກ​ລະດັບ​ລາຍ​ຮັບ​ໃຫ້​ພະນັກງານ​ກຳມະກອນ ໃນ​ນີ້, ຮາກ​ຖານ​ກຳ ມະບານ ຍັງ​ໄດ້​ສືບຕໍ່​ສ້າງ​ກອງ​ທຶນ​ປະຈຳ ມີ​ເງິນ 75 ລ້ານ​ກວ່າ​ກີບ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ນະໂຍບາຍ​ຢ່າງ​ຖືກຕ້ອງ, ສ້າງ​ຄວາມ​ໄວ້​ວາງໃຈ​ໃຫ້​ສະມາຊິກ​ກອງ​ທຶນ ເປັນ​ຢ່າງ​ດີ, ໄດ້​ປົກປ້ອງ​ ສິດຜົນປະໂຫຍດ​ອັນ​ຊອບ​ທຳ ໃຫ້​ກຳມະກອນ-ກຳມະບານ ດ້ວຍ​ການ​ປະຕິບັດ​ລະບຽບ​ວິໄນ​ຂອງ​ກອງທັບ ຂອງກົມກອງຢ່າງເຂັ້ມ​ ງວດ ຕິດ​ພັນ​ກັບ​ເນື້ອໃນຂໍ້​ແຂ່ງ ຂັນ 5 ເປັນ​ເຈົ້າ ຂອງ​ສະຫະພັນ​ກຳມະບານ​ລາວ​ວາງ​ອອກ, ໃນ​ປີຜ່ານມາ ສາມາດ​ປະ​ເມີນ​ຜົນ​ສະມາຊິກ​ກຳມະບານ​ດີເດັ່ນ: ປະເພດ I ໄດ້ 350 ຄົນ, ປະເພດ 2 ໄດ້ 50 ກວ່າ​ຄົນ, ຮາກ​ຖານກຳມະ ບານ ເປັນ​ເປັນ​ຮາກ​ຖານ​ດີເດັ່ນ. ສະຫາຍ ພັນ​ຕີ ນາງ ມີ​ລີ​ວັນ ທຳ​ມະ​ວົງ ຄຸມ​ງານ​ວຽກງານ ​ຕັດຫຍິບ​ເຄື່ອງນຸ່ງ​ຫົ່ມ​ຮັບ​ໃຊ້​ກອງທັບ ໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາ ພວກ​ເຮົາ​ໄດ້​ເອົາໃຈໃສ່​ຜະລິດ​ຕາມ​ແຜນ​ຂອງ​ກົມ​ອຸປະ ໂພກ-ບໍລິໂພກ ກໍ​ຄື​ກະຊວງ​ປ້ອງ​ກັນ​ປະເທດ ໃຫ້​ທັນ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກອງ ທັບ ນອກ​ນີ້, ຍັງ​ໄດ້​ສຸມ​ໃສ່​ວຽກ​ງານ​ການ​ຜະລິດ​ເຄື່ອງນຸ່ງ​ຫົ່ມ​ຕາມ​ລະດູ​ການ. ປັດຈຸບັນ​ນີ້ ພວກ​ເຮົາ​ໄດ້​ເລັ່ງ​ໃສ່​ການ​ຜະລິດ​ຊຸດ​ລາຍ​ສະໜາມ 4 ຖົງ (ແບບ​ໃໝ່), ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ກອງທັບ ເພື່ອ​ກະກຽມ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ລາ​ໂຣ​​ສ. ນອກຈາກ​ນີ້, ຍັງ​ໄດ້​ຜະລິດໝວກ ​ສະໜາມ​ຊະນິດ​ຕ່າງໆ ແລະ ຜະ ລິດ​ບາ​ແລັດ​ບ່າ ເພື່ອ​ສະໜອງ​ໃຫ້​ກອງທັບ ໃຫ້​ສຳເລັດ​ຕາມ​ແຜນທີ່​ວາງ​ໄວ້. ສຳລັບ​ທິດ​ທາງ​ແຜນການ​ໃນຕໍ່ໜ້າຮາກ​ຖານ​ກຳມະບານ ໂຮງງານ​ຕັດຫຍິບ​ກອງທັບ ຈະ​ສືບຕໍ່​ຊີ້​ນຳ-ນຳພາ​ວຽກ​ງານ​ກຳ ມະບານ, ປະຕິບັດ​ຄຳ​ຂວັນຂໍ້ແຂ່ງ ຂັນ 5 ເປັນ​ເຈົ້າ ໃຫ້​ມີ​ຄວາມ​ເຂັ້ມແຂງ ເພື່ອ​ປົກ​ປ້ອງ​ສິດ-ຜົນ​ປະໂຫຍດ​ອັນ​ຊອບ​ທຳ ຂອງ​ກຳ ມະກອນ​ຊາວ​ຜູ້​ອອກແຮງ​ງານ​ໃນ​ກົມ​ກອງ, ເອົາໃຈໃສ່​ຕິດຕາມ​ກວດກາ-ຄຸ້ມ​ຄອງ​ນຳ​ໃຊ້​ແຮງ​ງານ ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ​ແຮງ​ງານ ເປັນຕົ້ນ​ແມ່ນ​ຮັບປະກັນ​ຄວາມ​ປອດ​ໄພ​ແຮງ​ງານການ​ປ້ອງ​ກັນ​ສຸຂະພາບ, ສຸ​ຂະ​ອະນາໄມ ເພື່ອ​ບໍ່​ໃຫ້​ເກີດ​ພະຍາດ, ຊຸກຍູ້​ໃຫ້​ມີ​ການ​ກວດ​ສຸຂະພາບ​ປະຈຳ​ປີ ໃຫ້​ໄດ້​ຢ່າງ​ໜ້ອຍ 1 ຄັ້ງ​ຕໍ່​ປີ, ປົກ​ປັກ​ຮັກສາ​ວັດຖຸ​ພາຫະນະ​ທຳ​ການ​ຜະລິດ ໃຫ້​ມີ​ສະພາບ​ປົກກະຕິ​ດີ ເພື່ອ​ຮັບປະກັນ​ໃຫ້​ຜະລິດ​ຕະ​ພັນ​ອອກ​ມາ​ດີ ມີ​ຄຸນ​ນະ​ພາບ​ສູງ ໃຫ້​ໄດ້​ທັງ​ປະລິມານ ແລະ ຄຸນ​ນະພາບ ໄປ​ພ້ອມ​ກັນໆ, ເອົາໃຈໃສ່​ຊຸກຍູ້ ​ເບິ່ງແຍງ​ຊີວິດ​ການ​ເປັນຢູ່ຂອງ​ ພະນັກງານສະມາຊິກ​ກຳມະ ບານ-ກຳມະກອນ ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ເປັນຕົ້ນ​ແມ່ນ ເວລາ​ເຈັບເປັນ​ນອນ​ໂຮງໝໍ, ເສຍ​ຊີວິດ, ອຸບັດ​ຕິ​ເຫດ​ແຮງ​ງານ, ສ້າງ​ເງື່ອນໄຂ​ອັນ​ສະດວກ ໃຫ້​ແກ່​ການ​ປະຕິບັດ​ໜ້າທີ່​ວຽກ​ງານ ໄດ້​ປົກກະຕິ ພ້ອມ​ນີ້, ຈະ​ສຸມ​ໃສ່​ຜະລິດ​ເຄື່ອງນຸ່ງ​ຫົ່ມ ອອກ​ແບບ​ເຄື່ອງ​ຊະນິດ​ໃໝ່ ທີ່​ຂັ້ນ​ເທິງ​ຕ້ອງການ ໃຫ້​ສຳເລັດ​ຢ່າງ​ມີ​ປະ​ສິດທິ​ຜົນ, ສ້າງ​ຂະ​ບວນ​ການ​ແຂ່ງຂັນ ນັກ​ຫຍິບ​ເຄື່ອງ​ເກັ່ງ ສີມື​ປານີດ ຕິດ​ພັນ​ກັບ ຂະ​ບວນ​ການ​ອອກແຮງ​ງານ​ລວມ​ໝູ່​ພາຍ​ໃນ​ກົມ​ກອງ. ໃນ​ໂອກາດ​ວັນ​ກຳມະກອນ​ສາກົນ ຄົບຮອບ 140 ປີ, ສະຫາຍ ພັນ​ໂທ ບຸນ​ຕ້ອຍ ອຸ​ທະ​ວົງ ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການ ໂຮງງານ​ຕັດຫຍິບ​ກອງທັບ ພ້ອມ​ດ້ວຍ​ພະນັກງານ​ກຳມະກອນ ຂໍ​ອວຍພອນ​ໄຊ​ອັນ​ປະເສີດ ມາ​ຍັງ​ການ​ນຳ​ພັກ-ລັດ ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ການຈັດຕັ້ງ​ທຸກ​ຂັ້ນ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ ມີ​ຜົນສຳເລັດ​ໃນ​ໜ້າທີ່​ອັນ​ມີ​ກຽດ​ສະຫງ່າ​ຂອງ​ບັນດາ​ທ່ານ. ໂດຍ: ຄຳ​ໄຕ ຈັນ​ນະຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ