ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ໜ່ວຍ​ພັກ ໂຮງພິມ​ກອງທັບ ສະຫຼຸບ​ວຽກ​ງານ ຊີ້​ນຳ-ນຳພາ ປະຈຳ​ໄຕ​ມາດ I
ເວລາອອກຂ່າວ: 2026-05-11 10:11:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ:



ໃນ​ວັນ​ທີ 7 ພຶດສະພາ 2026ນີ້, ໜ່ວຍ​ພັກ ໂຮງພິມ​ກອງທັບ ໄດ້​ຈັດ​ຕັ້ງ​ສະຫຼຸບ​ວຽກ​ງານ​ການ​ຊີ້​ນຳ-ນຳພາ ປະຈຳ​ໄຕ​ມາດ I ແລະ ທິດ​ທາງ​ແຜນການ​ໄຕ​ມາດ II ປີ 2026, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ລະຄອນ​ແກ້ວ ແກ້ວ​ກິ່ນ​ນາລີ ເລຂາ​ໜ່ວຍ​ພັກ, ຫົວໜ້າ​ອຳນວຍ​ການ ໂຮງພິມ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ ແລະ ພະນັກງານ-ສະມາຊິກ​ພັກ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຂັນ​ທອງ ສຸກ​ວົງສາ ຮອງ​ອຳນວຍ​ການ ໂຮງພິມ​ກອງທັບ ໄດ້​ຜ່ານ​ບົດ​ສະຫຼຸບ​ການ​ຊີ້​ນຳ-ນຳພາ ເຄື່ອນ​ໄຫວ​ວຽກ​ງານ ປະຈຳ​ໄຕ​ມາດ I ຍົກ​ໃຫ້​ເຫັນ​ວ່າ: ໜ່ວຍ​ພັກ​ໄດ້​ຮັບ​ການ​ຊີ້​ນຳ-ນຳພາ ຢ່າງ​ໃກ້ຊິດ ຈາກ​ຄະນະ​ພັກ​ຂັ້ນ​ເທິງ, ພະນັກງານ-ສະມາຊິກ​ພັກ ມີ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ມີ​ຄວາມ​ເປັນ​ເອກະ​ພາບ​ພາຍ​ໃນ, ພ້ອມ​ກັນ​ຄິດ, ພ້ອມ​ກັນ​ເຮັດ, ພ້ອມ​ກັນ​ຮັບຜິດຊອບ, ສະມາຊິກ​ພັກ ມີ​ຄວາມ​ບຸກ​ບືນ​ຫ້າວຫັນ ແລະ ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ການ​ນຳພາ​ຂອງ​ຄະນະ​ພັກ. ດ້ານ​ວຽກ​ງານ​ວິຊາ​ສະເພາະໄດ້​ສຳເລັດ​ການ​ຕິດ​ຕັ້ງ ເຄື່ອງ​ຈັກ​ພິມ​ລີ​ໂອ​ບີ 2 ສີ, ພິມ​ໜັງສືພິມ​ກອງທັບ 61 ຄັ້ງ ຈຳນວນ 35.380 ສະບັບ, ພິມ​ໜັງສືພິມ​ນັກຮົບ​ເກົ່າ 1.500 ສະບັບ, ພິມ​ເອກະສານປະເພດ​ເປັນ​ຫົວ 31.480 ຫົວ, ພິມ​ເອກະສານ​ປະເພດ​ເປັນ​ໃບ 50.800 ໃບ,ພິມ​ບັດ​ເລືອກ​ຕັ້ງ​ ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ 3.800 ບັດ, ແຟ້ມ​ໃສ່​ເອກະສານ 600 ອັນ,ຊອງ​ໃສ່​ເອກະສານ 2.500 ຊອງ, ຊອງ+ປະຫວັດ​ພະນັກງານ 5.000 ຊຸດ ແລະ ພິມ​ໃບຢັ້ງຢືນ 30 ຊຸດ. ນອກ​ນັ້ນ, ຍັງ​ໄດ້​ຊຸກຍູ້​ພະນັກງານ-ນັກຮົບ ສ້າງ​ເສດຖະກິດ​ຄອບຄົວ ຕາມ​ເງື່ອນໄຂ​ຕົວ​ຈິງ​ຂອງ​ແຕ່​ລະ​ຄອບຄົວ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື້​ດີ​ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ