ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ປະກາດການແຕ່ງຕັ້ງຂັ້ນຊ່ວຍວຽກ ແລະ ເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກອງພັນໃຫຍ່ 201
ເວລາອອກຂ່າວ: 2026-05-11 15:27:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 678 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງ ແລະ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກອງພັນໃຫຍ່ 201 ກອງພົນທີ 2 ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ , ຄະນະພັກ-ຄະນະບັນຊາກົມກອງພັນໃຫຍ່ , ຕະຫຼອດຮອດພະນັກງານຫຼັກແຫຼ່ງ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ໄຊຊະນະ ສີສົມພອນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງພົນທີ2 ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າກອງພົນທີ2 ວ່າດ້ວຍການແຕ່ງຕັ້ງຊ່ວຍວຽກຂະແໜງການ ແລະ ຄະນະບັນຊາກອງຮ້ອຍທີ່ຂຶ້ນກັບກອງພັນໃຫຍ່201 ໃນນັ້ນ ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ແຫຼ້ ຂຸນມະວົງສັກ ຊ່ວຍວຽກຂະແໜງຊ່າງແສງ, ສະຫາຍ ຮ້ອຍໂທ ສີວັນ ແສງລັດສະໝີ ຊ່ວຍຂະແໜງສັງລວມ ພະແນກບໍລິຫານ-ສັງລວມ, ສະຫາຍ ຮ້ອຍໂທ ໄຊຍະເກດ ເພັດທອງໄລ ຊ່ວຍວຽກຂະແໜງກໍາລັງພົນ, ສະຫາຍ ຮ້ອຍໂທ ນ້ອຍ ປາຖະໜາ ຊ່ວຍວຽກຂະແໜງສ້ອມແປງ, ສະຫາຍ ພັນຕີ ເບ ເກີດສໍສີສະຫວ່າງ ເປັນຫົວໜ້າການເມືອງກອງຮ້ອຍຊ່າງແສງ, ສະຫາຍ ຮ້ອຍເອກ ຈັນລະຄອນ ສີຄຳບູນ ເປັນຮອງການເມືອງກອງຮ້ອຍຊ່າງແສງ, ສະຫາຍ ຮ້ອຍຕີ ອາດ ສັນຕິສູງ ເປັນຮອງກອງຮ້ອຍຊ່າງແສງ ຮັບຜິດຊອບວຽກງານເຕັກນິກ, ສະຫາຍ ພັນຕີ ທອງສະໄໝ ໄຊຍະສອນ ເປັນຫົວໜ້າການທະຫານກອງຮ້ອຍທີ3 ກອງພັນທີ3 , ສະຫາຍ ພັນຕີ ດາວອນ ວັນວິຮັກ ເປັນຫົວໜ້າການເມືອງກອງຮ້ອຍທີ3 ກອງພັນທີ3, ສະຫາຍ ຮ້ອຍເອກ ຄຸນຄໍ້າ ລັດດາວັນ ເປັນຫົວໜ້າການທະຫານ ກອງຮ້ອຍທີ1 ກອງພັນທີ3 ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ ກອງພັນໃຫຍ່ 201 ກອງພົນທີ2 ຈໍານວນ 30 ສະຫາຍ. ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ປອ ຄຳຜິວ ມະນີວົງ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມ 3 ກອງພັນ ທີ່ຂຶ້ນກັບກອງພັນໃຫຍ່ 201 ແລະ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານປູກຝັງ-ລ້ຽງສັດ ຢູ່ກອງຮ້ອຍຜະລິດຂອງກອງພົນຕື່ມອີກ. ໂດຍ ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ