ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຫົວໜ້າການທະຫານ ວປກ ອວຍພອນຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ ຣັດເຊຍ ປະຈໍາ ສປປ ລາວ
ເວລາອອກຂ່າວ: 2026-05-11 16:06:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 771 | ຄວາມນິຍົມ:



ໃນວັນທີ 8 ພຶດສະພາ 2025 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວປກ ພ້ອມຄະນະ ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພັນເອກ ມາລາຄ໋ອຟ ຮອງຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ ຣັດເຊຍ ປະຈໍາ ສປປ ລາວ ພ້ອມຄະນະ, ເນື່ອງໃນໂອກາດ ວັນໄຊຊະນະຂອງ ສ ຣັດເຊຍ ຄົບຮອບ 81 ປີ (09/05/1945 - 09/05/2026). ໂອກາດດັ່ງກ່າວ, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍ່ໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງໄຊຊະນະຂອງ ສ ຣັດເຊຍ ທີ່ມີໄຊຊະນະ ຄົບຮອບອີກວາລະໜຶ່ງ, ພ້ອມກ່າວສະແດງຄໍາອວຍພອນໄຊອັນປະເສີດມາຍັງ ສະຫາຍ ພັນເອກ ມາລາຄ໋ອຟ ຮອງຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ ຣັດເຊຍ ປະຈໍາ ສປປ ລາວ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດ ແລະ ອວຍພອນໃຫ້ສາຍພົວພັນການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ໝັ້ນຄົງທະນົງແກ່ນ ແລະ ຫັນເຂົ້າສູ່ລວງເລິກຍິ່ງໆຂຶ້ນ. ຈາກນັ້ນ, ສະຫາຍ ພັນເອກ ລາມາຄ໋ອຟ ຮອງຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ ຣັດເຊຍ ປະຈໍາ ສປປ ລາວ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ໍຄະນະນໍາ ວປກ ພ້ອມຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຕໍ່ວັນໄຊຊະນະ ສ ຣັດເຊຍ, ພ້ອມທັງອວຍພອນໃຫ້ ຄະນະນໍາ ວປກ ຈົ່ງມີສຸຂະພາບແຂງແຮງ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງທ່ານ, ສືບຕໍ່ຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ, ສອງກອງທັບ ຣັດເຊຍ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ໃນວັນດຽວກັນນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການການທະຫານ ວປກ ພ້ອມດ້ວຍຄະນະ ຍັງໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະຊ່ຽວຊານ ສ ຣັດເຊຍ ປະຈໍາວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນໄຊຊະນະຂອງ ສ ຣັດເຊຍ ຄົບຮອບ 81 ປີ ເຊັ່ນດຽວກັນ. ໂດຍ: ເຂັງພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ