ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ປະກາດຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນ
ເວລາອອກຂ່າວ: 2026-05-11 16:10:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 897 | ຄວາມນິຍົມ:



ພິທີປະກາດຍົກລະດັບພະແນກຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນ ຢູ່ກອງບັນຊາການທະຫານແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພຸດພັນ ແກ້ວ ວົງໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຫົວພັນ, ມີ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະປະຈຳພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທີການກອງທັບ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ອົງການ 6 ຫ້ອງ, ພະແນກການຂອງແຂວງ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຄຳເມືອງ ໂຄດວົງຄຸນ ກຳມະການຄະນະປະຈຳພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ ໄດ້ຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ກຳລັງທະຫານຊາຍແດນ ໃນໄລຍະຜ່ານມາເອົາໃຈໃສ່ຊີ້ນຳແຕ່ລະກົມກອງຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມແບບມູນເຊື້ອຂອງກອງທັບນຳເອົາແນວທາງນະໂຍບາຍພັກ-ລັດ ແລະ ນິຕິກຳດ້ານຕ່າງໆຈັດຕັ້ງເຊື່ອມຊຶມໃຫ້ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າລຽບຕາມຊາຍແດນມີຄວາມຮັບຮູ້ເຂົ້າໃຈເປັນເຈົ້າການປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນສາມາດເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ໄດ້ຈັດຕັ້ງກຳລັງອອກກວດກາລາດຕະເວນເປັນປະຈຳເພື່ອຕິດຕາມສະພາບຂອບເຂດຮັບຜິດຊອບ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆລຽບຕາມຊາຍແດນຢ່າງເປັນປົກກະຕິໃນນັ້ນໄດ້ຈັດຕັ້ງກຳລັງເຄື່ອນໄຫວກວດກາລາດຕະເວນຝ່າຍດຽວໄດ້ 3.642 ຄັ້ງນຳໃຊ້ກຳລັງ 25.494 ສະຫາຍ, ກວດກາລາດຕະເວນ ແລກປ່ຽນສະພາບຢູ່ຊາຍແດນສອງຝ່າຍໄດ້ 176 ຄັ້ງນຳໃຊ້ກຳລັງ 1.232 ສະຫາຍ, ອະນາໄມຫຼັກໝາຍຊາຍແດນໄດ້ 3.650ຄັ້ງ, ມີ 25.550 ແຮງງານ, ຈັດຕັ້ງກຳລັງກອບກູ້ໄພພິບັດ (ນ້ຳຖ້ວມ) 48 ຄັ້ງ, ນຳໃຊ້ກຳລັງ 1.440 ແຮງງານ, ເຂົ້າຮ່ວມຕ້ານອັກຄີໄພປ່າໄດ້ 4 ຄັ້ງນຳໃຊ້ກຳລັງ 184 ແຮງງານ, ສະກັດກັ້ນປະກົດການຫຍໍ້ທໍ້ຕາມບໍລິເວນຊາຍແດນ ສາມາດຍຶດຂອງກາງຢາເສບຕິດປະເພດຢາບ້າໄດ້ 181.218 ເມັດ, ຢາເຮໂຣອິນ 6 ແທ່ງ, ໝາກຢາຝິນ 8 ເປົາ 120 ກິໂລກຣາມ, ໂທລະສັບ 1 ເຄື່ອງ, ລົດຈັກ 6 ຄັນ, ລົດໃຫຍ່ 1 ຄັນ; ກັກໄມ້ປະເພດໄມ້ໄດ້ 486 ຕັບ, ໄມ້ທ່ອນ 170 ທ່ອນ; ເຂົ້າຮ່ວມທຳລາຍຢາຝິ່ນ 23 ຄັ້ງ ມີ 184 ແຮງງານ. ຈາກນັ້ນ, ສະຫາຍ ພັນເອກ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ສະບັບເລກທີ ເລກທີ 1542/ກປທ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງທະຫານຊາຍແດນ ຂຶ້ນກັບກອງບັນຊາການ ທະຫານແຂວງຫົວພັນ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ເຊັ່ງທອງ ເມັ້ງຢ້າວບັ້ງ ເປັນຫົວໜ້າຫ້ອງທະຫານຊາຍແດນ, ສະຫາຍ ພັນໂທ ສົມຍົດ ດວງດີ, ສະຫາຍພັນໂທ ໄມວັນ ຍອງສົມແພງ, ສະຫາຍພັນໂທ ຄຳໄຊ ເຮືອງຄຳທີ ເປັນຮອງຫົວໜ້າຫ້ອງທະຫານຊາຍແດນ ແລະ ຜ່ານຂໍ້ຕົກ ວ່າດ້ວຍການແຕ່ງຕັ້ງຂຶ້ນພະແນກການ ແລະ ພະນັກງານຊ່ວຍວຽກ ຂຶ້ນກັບຫ້ອງທະຫານຊາຍແດນ. ໃນນັ້ນໄດ້ແຕ່ງຕັ້ງສະຫາຍພັນໂທ ຄຳຫຼ້າ ນົນສົມພັນ ເປັນຫົວໜ້າພະແນກເສນາປ້ອງກັນຊາຍແດນ, ສະຫາຍ ພັນຕີ ແກ້ວສັກດາ ວົງພາສຸກ ເປັນຮອງຫົວໜ້າພະແນກເສນາປ້ອງກັນຊາຍແດນ, ສະຫາຍພັນໂທ ເສີມ ສີວຽງຊຳ ເປັນຫົວໜ້າພະແນກສືບຂ່າວຊາຍແດນ, ສະຫາຍພັນຕີ ສາຍສະໝອນ ທົບສົມພັນ ເປັນຮອງຫົວໜ້າພະແນກສືບຂ່າວຊາຍແດນ, ສະຫາຍພັນຕີ ນາງ ຈັນສະໝອນ ພົມວົງສີ ເປັນຫົວໜ້າພະແນກບໍລິຫານ-ສັງລວມ ແລະ ສະຫາຍພັນຕີ ສິນທອງ ສາຍສົມແພງ ເປັນຮອງຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງທະຫານຊາຍແດນ. ໂດຍ: ວຽງສະຫວັນ ນໍລິນທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ