ໂຮງສີເຂົ້າກອງທັບ ຮັບປະກັນເຂົ້າກິນ ເພື່ອຮັບໃຊ້ກອງທັບໃນທຸກສະພາບການ
ເວລາອອກຂ່າວ: 2026-05-14 10:13:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ: ![]()
ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ວຽກງານພະລາທິການ ໂດຍສະເພາະແມ່ນການຮັບປະກັນເຂົ້າກິນໃຫ້ແກ່ກົມກອງທະ
ຫານ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ. ໃນນີ້, ໂຮງສີເຂົ້າກອງທັບ ເປັນກົມກອງທີ່ມີມູນເຊື້ອອັນຍາວນານ ໃນການເປັນຄັງສະບຽງອາຫານທີ່ໝັ້ນຄົງຂອງກອງທັບປະຊາຊົນລາວ. ກົມກອງດັ່ງກ່າວ ໄດ້ເລິ່ມກໍ່ສ້າງໃນປີ 1977 ແລະ ສຳເລັດໃນປີ 1979 ດ້ວຍທຶນຊ່ວຍເຫຼືອຈາກໂຄງການອາຫານໂລກ. ຈາກເບື້ອງຕົ້ນທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້, ມາຮອດວັນທີ 11 ມີນາ 1993, ລັດຖະບານໄດ້ເຫັນເຖິງຄວາມສຳຄັນໃນການລ້ຽງດູກອງທັບ ຈຶ່ງໄດ້ມອບໂອນໃຫ້ກະຊວງປ້ອງກັນປະເທດ ເປັນຜູ້ຄຸ້ມຄອງມາຈົນເຖິງປັດຈຸບັນ. ເຊິ່ງຕັ້ງຢູ່ບ້ານໜອງແຕ່ງເໜືອ
ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ສະຫາຍ ພັນໂທ ບຸນຜັນ ທຳມະວົງ ຫົວໜ້າອຳນວຍການໂຮງສີເຂົ້າກອງທັບ ໄດ້ໃຫ້ຮູ້ວ່າ: ໂຮງສີເຂົ້າກອງທັບ ເປັນກົມກອງໜຶ່ງທີ່ຢູ່ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ ອົງການກົມໃຫຍ່ພະລາທິການກອງທັບ ໂດຍກົງຮອບດ້ານ, ສາຍວິຊາສະເພາະແມ່ນຂຶ້ນກັບກົມອຸປະໂພກ-ບໍລິໂພກ, ເຊິ່ງມີອົງການຈັດ
ຕັ້ງຄົບຊຸດ, ມີໜຶ່ງໜ່ວຍພັກເອກະລາດ, ມີອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ, ມີຮາກຖານກຳມະບານ ແລະ ມີ 8 ຂະແໜງການຂຶ້ນກັບ, ມີ ຈຳນວນທັງໝົດ 45 ສະຫາຍ, ຍິງ 15 ສະຫາຍ, ມີໜ້າທີ່ການເມືອງຕົ້ນຕໍແມ່ນເກັບຊື້ເຂົ້າ ແລະ ສີເຂົ້າຮັບໃຊ້ໃຫ້ແກ່ກອງທັບໂດຍສະເພາະແມ່ນຕອບສະໜອງເປັນອັດຕາກິນໃຫ້ກຳລັງຫຼວງ- ກຳລັງທ້ອງຖິ່ນ, ເປັນເຂົ້າສຳຮອງສູ້ຮົບເຂົ້າສຳຮອງໄພພິບັດ ຂອງກະຊວງ ແລະ ມີບົດບາດເປັນການນຳ ແລະ ຕັດສິນຊີ້ຂາດບັນດາວຽກງານຕ່າງໆຢູ່ໃນຂົງເຂດ ໂຮງສີເຂົ້າກອງທັບ ແລະ ມີໜ້າທີ່ຊີ້ນຳບັນຊາສະມາຊິກພັກ, ພະນັກງານ-ນັກຮົບຢູ່ພາຍໃນກົມກອງ, ການປະຕິບັດໜ້າການເມືອງຂອງກົມກອງໃນໄລຍະປີຜ່ານມາ ບົນພື້ນຖານແມ່ນອີງໃສ່ ທິດທາງແຜນການຂອງກົມໃຫຍ່ພະລາທິການ ກໍ່ຄືກົມອຸປະໂພກ-ບໍລິໂພກ ໄດ້ມີຄຳສັ່ງ ອະນຸມັດ, ໃຫ້ເກັບຊື້ເຂົ້າເປືອກ ຈຳນວນ 2.000-2.500 ໂຕນຕໍ່ປີ, ແຕ່ລະປີຄະນະພັກ-ຄະນະບັນ
ຊາ ກໍ່ໄດ້ຫັນເອົາວຽກງານດັ່ງກ່າວ ເປັນໜ້າທີ່ການເມືອງຕົ້ນຕໍຂອງກົມກອງ ແລະ ມະຕິຂອງຄະນະພັກ-ຄະນະບັນຊາ ໄດ້ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ຄະນະຈັດຕັ້ງປະຕິບັດ ນຳພາ-ຊີ້ນຳການຜະລິດຮັບໃຊ້ກອງທັບ ແລະ ການຄຸ້ມຄອງປົກປັກຮັກສາ ເພື່ອຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບສູງ, ປະຕິບັດຕົວເລກລະດັບຄາດໝາຍໃນແຕ່ລະປີທີ່ຂັ້ນເທິງມອບໝາຍໃຫ້ໄດ້ສຳເລັດໜ້າທີ່ ການເມືອງຂອງກົມກອງ, ໃນປີຜ່ານມາ ສາມາດປະຕິບັດໄດ້ສຳເລັດຕາມຕົວເລກ ແຜນການທີ່ຂັ້ນເທິງ ກໍຄືກົມອຸປະໂພກ-ບໍລິໂພກໄດ້ກຳນົດໃຫ້.
ນອກຈາກວຽກງານວິຊາສະເພາະແລ້ວ, ຍັງໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມ ການເມືອງ-ນຳພາແນວຄິດພະນັກງານ-ນັກຮົບສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເພື່ອເຮັດໃຫ້ເຊື່ອມຊຶມ ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ຂໍ້ກຳນົດ, ກົດລະບຽບຂອງ ກອງທັບວາງອອກຢ່າງເຂັ້ມງວດ ໂດຍເອົາການດຳເນີນຊີວິດການເມືອງ, ຈັດຕັ້ງເຊື່ອມຊຶມ ບັນດາມະຕິຄຳສັ່ງແຈ້ງການຕ່າງໆຂອງຂັ້ນເທິງມາຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ ພະນັກງານສະມາຊິກພັກ, ຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ເປັນປົກກະຕິ, ເອົາໃຈໃສ່ໃນການຄຸ້ມຄອງ, ປົກປັກຮັກສາ ບົວລະບັດຜັດເຊັດພາຫະນະໂຮງສີເຂົ້າ, ເຄື່ອງຈັກບໍ່ໃຫ້ເປ່ເພເສຍຫາຍ ແລະ ນຳໃຊ້ໄດ້ຍາວນານ, ເພື່ອຮັບປະກັນຕໍ່ໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນ, ນຳພາການຈັດຕັ້ງສີເຂົ້າຮັບໃຊ້ກອງທັບ, ຮັບປະກັນທາງດ້ານ
ຄຸນະພາບ, ຮັບປະກັນການເບີກຈ່າຍໃຫ້ກົມກອງທະຫານເຂດໃຈກາງ ແລະ ອ້ອມຂ້າງ ກະຊວງຕາມກຳນົດ, ເອົາໃຈໃສ່ວຽກງານສ້າງເສດຖະກິດ ກໍຄື ການຫາລາຍໄດ້ ເຂົ້າກົມກອງຕາມທິດເພິ່ງຕົນເອງ-ກຸ້ມຕົນເອງເທື່ອລະກ້າວ ຖືເອົາການຜະລິດປູກຝັງ ແລະ ລ້ຽງສັດເປັນຕົ້ນແມ່ນປູກພືດລົ້ມລຸກຕາມລະດູການ ປູກດອກດາວເຮືອງ, ລ້ຽງປາ, ລ້ຽງເປັດ, ລ້ຽງໄກ່ ແລະ ເປີດຮ້ານຄ້າເພື່ອຈຳໜ່າຍເຂົ້າ, ເຂົ້າປຽນ, ຮຳ ແລະ ຫົວອາຫານທົ່ວໄປ, ປີຜ່ານມາ ສາມາດຫາລາຍໄດ້ທັງໝົດ 87 ລ້ານກວ່າກີບ.
ສະຫາຍ ພັນຕີ ດາລາວັນ ພົມມະພາວັນ ຫົວໜ້າຂະແໜງສາງເຂົ້າເປືອກ ໄດ້ກ່າວຕື່ມອີກວ່າ: ພວກເຮົາກວດກາຄຸນນະພາບເຂົ້າເປືອກຢ່າງລະອຽດ, ບໍ່ໃຫ້ມີສິ່ງເຈືອປົນ. ການເກັບຮັກສາແມ່ນຕີເປັນຂາເພື່ອຮັກສາຄວາມຊຸ່ມ, ບໍ່ໃຫ້ເນົ່າເປື່ອຍ. ພວກເຮົາຖືຫຼັກການ ‘ເຂົ້າກ່ອນ-ຈ່າຍອອກກ່ອນ’ ເພື່ອໃຫ້ເຂົ້າທີ່ເບີກຈ່າຍໄປນັ້ນຍັງໃໝ່ ແລະ ມີຄຸນນະພາບສູງສຸດ. ພ້ອມດຽວກັນນັ້ນ, ສະຫາຍ ພັນໂທ ອູວິໄລ ສໍວົງດີ ຮັບປະກັນການເກັບມ້ຽນເຂົ້າສານກໍໄດ້ໃຫ້ຮູ້ຕື່ມອີກວ່າ: ການເກັບຮັກສາເຂົ້າສານແມ່ນເຮັດຕາມຫຼັກການວິຊາສະເພາະຢ່າງເຂັ້ມງວດ, ມີການພິກປີ້ນເຂົ້າປະຈຳເດືອນ ແລະ ພ້ອມສະເໝີທີ່ຈະເບີກຈ່າຍຕາມຄຳສັ່ງດ່ວນ ເຊັ່ນ: ເຂົ້າສະໜາມ ຫຼື ເຂົ້າຊ່ວຍເຫຼືອໄພພິບັດ.
ດ້ານການບໍລິຫານ ແລະ ເຕັກນິກ, ສະຫາຍ ພັນໂທ ສົມພົງ ສຸລິວັນ ກໍໄດ້ຢືນຢັນເຖິງການເອົາໃຈໃສ່ບົວລະບັດຮັກສາເຄື່ອງຈັກໂຮງສີ ແລະ ພາຫະນະ ໃຫ້ມີຄວາມພ້ອມໃຊ້ງານຍາວນານ, ໂດຍການກວດກາ ແລະ ອະນາໄມເປັນປະຈຳທຸກອາທິດ. ໃນຂະນະທີ່ພວກເຮົາພວມຂ່ຳນັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບພະລາທິການກອງທັບ ຄົບຮອບ 70 ປີ ທີ່ຈະມາເຖິງນີ້, ໂຮງສີເຂົ້າກອງທັບ ພາຍໃຕ້ການນຳພາຂອງຄະນະພັກ-ຄະນະບັນຊາ ແມ່ນພວມສ້າງຂະບວນການຢ່າງຟົດຟື້ນ. ສະຫາຍ ພັນໂທ ບຸນຜັນ ທຳມະວົງ ໄດ້ກ່າວວ່າ: ພວກເຮົາພ້ອມແລ້ວທີ່ຈະປະກອບສ່ວນຮັບໃຊ້ກອງທັບຢ່າງສຸດຄວາມສາມາດ ໂດຍສະເພາະແມ່ນການຮັບປະກັນເຂົ້າກິນໃຫ້ມີຄຸນນະພາບ ເພື່ອສະໜອງໃຫ້ແກ່ພະນັກງານ-ນັກຮົບໃນກອງທັບ.
ໂດຍ: ຄຳໄຕ ຈັນນະຄອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















