ສຳເລັດການອົບຮົມ-ຫັດແອບຍິງລູກປືນແທ້ ໃຫ້ນັກຮຽນທະຫານໃໝ່ ແຂວງອັດຕະປື
ເວລາອອກຂ່າວ: 2026-05-14 10:34:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ: ![]()
ໃນວັນທີ 5 ພືດສະພາ 2026, ຢູ່ທີ່ສະໜາມຍິງປືນ ຫຼັກ 10 ບ້ານ
ກະຍື ແຂວງອັດຕະປື ໄດ້ສຳເລັດການອົບຮົມ-ຫັດແອບຍິງລູກປືນແທ້ ໃຫ້ນັກຮຽນທະຫານໃໝ່, ໂດຍມີຄະນະອຳນວຍການໂຮງຮຽນການທະຫານທ້ອງຖິ່ນແຂວງອັດຕະປື, ພະແນກການທີ່ກ່ຽວຂ້ອງຈາກກອງບັນຊາການທະຫານແຂວງ, ຄະນະຮັບຜິດຊອບການອົບຮົມ-ຫັດແອບ, ຄູ-ອາຈານ ພ້ອມດ້ວຍ ນັກຮຽນທະຫານໃໝ່ ເຂົ້າຮ່ວມ .
ການອົບຮົມ-ຫັດແອບຍິງລູກປືນແທ້ໃນຄັ້ງນີ້ ແມ່ນໄດ້ຈັດຕັ້ງປະຕິບັດຕາມຄຳສັ່ງຂອງກົມການທະຫານທ້ອງຖິ່ນ ວ່າດ້ວຍການອົບຮົມ-ຫັດແອບ, ທັງນີ້ ກໍເພື່ອ ເປັນການຍົກລະດັບຄວາມຮູ້, ຄວາມສາມາດຂັ້ນພື້ນຖານ ຂອງການທະຫານທາງດ້ານສິລະປະຍຸດ-ຍຸດທະວິທີ, ການນຳໃຊ້ອາວຸດ-ຍຸດໂທປະກອນ, ບາດກ້າວທ່າຈັງຫວະ ແລະ ພູມີປະເທດຢູ່ສະໜາມຫັດແອບຕົວຈິງ ໃຫ້ຮັບປະກັນໄດ້ຕາມທິດເຊິ່ງໝ້າ ແລະ ຮັບປະກັນຄວາມປອດໄພ 100%, ເພື່ອກຽມພ້ອມປະ
ກອບສ່ວນເຂົ້າໃນການຮັບໃຊ້ຊາດ; ການອົບຮົມ-ຫັດແອບ ການຍີງລູກປືນແທ້ຄັ້ງນີ້ ສາມາດຄັດໄດ້ປະເພດນັກຍິງເກັ່ງ 45 ສະຫາຍ, ກາງ 60 ສະຫາຍ ແລະ ຄາດໝາຍ 22 ສະຫາຍ.
ໂດຍ: ພຸດສະໄໝ ຫຼວງອາໄພ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















