ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ຈັດຕັ້ງຍິງລູກປືນແທ້
ເວລາອອກຂ່າວ: 2026-05-14 10:40:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ: ![]()
ວັນທີ 7 ພຶດສະພາ 2026 ນີ້, ໂຮງຮຽນການທະຫານທ້ອງຖີ່ນແຂວງໄຊຍະບູລີ ໄດ້ຈັດຕັ້ງຫັດ-ແອບຍິງລູກປືນແທ້ ໃຫ້ພະນັກງານ ບຳລຸງຂັ້ນພື້ນຖານຊຸດທີ 2 ລະບົບ 6 ເດືອນ ຂຶ້ນຢູ່ທີ່ສະໝາມຫັດແອບຍິງປືນຂອງກົມກອງ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸກກະເສີມ ວິຍາວົງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານ ແຂວງໄຊຍະບູລີ, ມີຄະນະຊີ້ນຳກອງບັນຊາການທະຫານແຂວງ, ມີຄູ-ອາຈານ ແລະ ພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ຈວງພອນ ສອນມະນີ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບລາຍງານໂດຍຫຍໍ້ ເຊິ່ງໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນການອົບຮົມ-ຫັດແອບປັບປຸງລະບຽບແບບແຜນເຝີກຝົນກຳລັງແຮງກາຍຂອງພະນັກງານ-ນັກຮົບ ປະຈຳປີ ເພື່ອເປັນການຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ, ໃຫ້ມີຄວາມຄ່ອງແຄ້ວຊຳນິ ຊຳນານໃນການນຳໃຊ້ອາວຸດຍຸດໂທປະກອນ ເພື່ອນຳໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຕົວຈິງຢູ່ກົມກອງຂອງຕົນ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ. ການອົບຮົມ-ຫັດແອບຍິງລູກປືນແທ້ໃນຄັ້ງນີ້, ເປັນການຍົກລະດັບຄວາມຮູ້ ຄວາມສາມາດດ້ານສິລະປະຍຸດ-ຍຸດທະວິທີຂອງພະນັກງານ ໃຫ້ມີພິກໄຫວຄ່ອງແຄ້ວແລ້ວ, ຍັງເປັນການສ້າງພະນັກງານ ໃຫ້ມີລະບຽບວິໃນທີ່ເຂັ້ມງວດເຮັດໃຫ້ພະນັກງານ ມີສຸຂະພາບແຂງແຮງ, ທົນທານແຂງແກ່ນກຽມພ້ອມຮັບໃຊ້ໜ້າທີ່ວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບໃນທຸກເງື່ອນໄຂ.
ຜ່ານການຈັດຕັ້ງປະຕິບັດຍິງລູກປືນແທ້ໃນຄັ້ງນີ້, ເຫັນໄດ້ວ່າ ພະນັກງານ ແມ່ນໄດ້ກຳແໜ້ນບົດຮຽນ ແລະ ຮູ້ໝູນໃຊ້ທິດສະດີ, ຫຼັກການເຂົ້າໃນການປະຕິບັດຕົວຈິງ. ໃນນີ້, ສາມາດຕີລາຄາໄດ້ 95%, ພ້ອມທັງຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາໄດ້ຄວາມປອດໄພ ໄດ້ 100%.
ໂດຍ: ນາງ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















