ຮັບປະກັນຜະລິດເຂົ້າແຫ້ງຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ
ເວລາອອກຂ່າວ: 2026-05-14 10:46:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ: ![]()
ໂຮງງານຜະລິດເຂົ້າແຫ້ງກອງທັບ ໄດ້ສ້າງຕັ້ງຂຶ້ນໃນວັນທີ 5 ກຸມພາ 1972 ຢູ່ທີ່ບ້ານນາແທ່ນ, ເມືອງວຽງໄຊ, ແຂວງຫົວພັນ, ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງຫ້ອງພະລາທິການກອງທັບໃນເມື່ອກ່ອນ. ເຊິ່ງຕອນນັ້ນເພີ່ນເອີ້ນວ່າ: (ໂຮງງານເຂົ້າໜົມກອງທັບ). ມາຮອດປີ 1974 ໂຮງງານເຂົ້າໜົມກອງ ທັບໄດ້ຍົກຍ້າຍມາຢູ່ບ້ານວຽງ ເມືອງແປກ ແຂວງຊຽງຂວາງ ແລະ ມາເຖິງປີ 1976 ໂຮງ ງານເຂົ້າໜົມກອງທັບ ກໍໄດ້ຍົກ ຍ້າຍມາຕັ້ງຢູ່ທີ່ບ້ານທ່າພະລານ ໄຊ ເມືອງສີສັດຕະນາກ ນະຄອນ ຫຼວງວຽງຈັນ ຈົນເຖິງປັດຈຸບັນ. ຕະຫຼອດໄລຍະທີ່ຜ່ານມາໂຮງ ງານເຂົ້າໜົມກອງທັບ ແມ່ນມີໜ້າທີ່ການເມືອງຕົ້ນຕໍຜະລິດເຂົ້າໜົມ, ເສັ້ນໝີ່ເຫຼືອງຮັບໃຊ້ແນວໜ້າ ແລະ ແນວຫຼັງ. ມາເຖິງປີ 1992 ຂັ້ນເທິງໄດ້ຫັນທິດຕາມແນວທາງປ່ຽນແປງໃໝ່ຂອງພັກຈິ່ງໄດ້ປ່ຽນຊື່ຈາກ: ໂຮງງານເຂົ້າໜົມ ກອງທັບມາເປັນ ກອງຜະລິດເຂົ້າແຫ້ງກອງທັບ ຈົນເຖິງປັດຈຸບັນ ແລະ ມີໜ້າທີ່ຕົ້ນຕໍແມ່ນຜະລິດເຂົ້າແຫ້ງຮັບໃຊ້ກອງທັບ.
ສະຫາຍ ພັນໂທ ຫຼ້າຊ້ອຍ ພັນທະລາ ຫົວໜ້າກອງຜະລິດເຂົ້າແຫ້ງກອງທັບ ໄດ້ໃຫ້ຮູ້ວ່າ: ກອງຜະລິດເຂົ້າແຫ້ງກອງທັບ ກໍແມ່ນກອງໜຶ່ງທີ່ຂຶ້ນກັບ ແລະ ຢູ່ພາຍໃຕ້ການຊີ້ນຳ-ນຳພາໂດຍກົງຮອບດ້ານ ຈາກກົມໃຫຍ່ພະ ລາທິກາກອງທັບ, ກໍຄືກົມອຸປະ ໂພກ-ບໍລິໂພກ, ມີໜ້າທີ່ຕົ້ນຕໍ ແມ່ນຜະລິດເຂົ້າແຫ້ງ ຮັບໃຊ້ໃຫ້ ແກ່ກອງທັບ, ດ້ານການນຳພາ-ບັນຊາແມ່ນມີລັກສະນະນຳພາໃນ ຂົງເຂດວົງແຄບ ແລະ ຈຳກັດ, ໂດຍປະຕິບັດຕາມທິດຊີ້ນຳຂອງກົມໃຫຍ່ພະລາທິການກອງທັບ ເວົ້າລວມເວົ້າສະເພາະ ກໍຄື ກົມອຸປະໂພກ-ບໍລິໂພກ ໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ກໍໄດ້ເອົາໃຈໃສ່ຜະລິດເຂົ້າແຫ້ງ ຮັບໃຊ້ໃຫ້ແກ່ກອງທັບ ເຊິ່ງປີໜຶ່ງ ສະເລ່ຍ 15.000-20.000 ກິໂລກຣາມ, ນອກນີ້ ຍັງໄດ້ເອົາ ໃຈໃສ່ຜະລິດສຳຮອງແຮໄວ້ສາງ 5.000-6.000 ກິໂລກຣາມ, ຂຶ້ນໄປບໍ່ໃຫ້ຂາດ ເພື່ອຕອບສະໜອງໃຫ້ຂັ້ນເທິງ ແລະ ບັນດາກົມກອງທີ່ມີຄວາມຮຽກຮ້ອງຕ້ອງການ ໃຫ້ໄດ້ປົກກະຕິ, ນອກຈາກຜະ ລິດເຂົ້າແຫ້ງແລ້ວຍັງໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະ ພະນັກງານ-ນັກຮົບ ຢູ່ໃນກົມກອງເສີມຂະຫຍາຍທ່າແຮງບົ່ມ ຊ້ອນຂອງກົມກອງເຂົ້າໃນການຜະລິດແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເປັນສິນຄ້າ, ໂດຍສະເພາະແມ່ນການຜະລິດເສັ້ນເຝີຊຽງຂວາງ, ເສັ້ນເຂົ້າຊອຍ, ເສັ້ນເຂົ້າປຽກ ແລະ ເສັ້ນໝີ່ເຫຼືອງ ອອກຈຳໜ່າຍຮັບໃຊ້ສັງຄົມທົ່ວ ໄປ, ໃນຊຸມປີຜ່ານມາໄດ້ເອົາໃຈ ໃສ່ຊີ້ນຳຂະແໜງການຜະລິດໃຫ້ພຽງພໍໃນການຈຳໜ່າຍຢູ່ຮ້ານຄ້າແລ້ວ ແລະ ອອກຈຳໜ່າຍໃຫ້ສັງຄົມທົ່ວໄປ, ເຊິ່ງປີຜ່ານມາ ສາມາດຜະລິດໄດ້ຕາມແຜນການທີ່ວາງໄວ້ ໃນນີ້ຜະລິດເສັ້ນເຝີ, ເຂົ້າຊອຍ, ເຂົ້າປຽກ ໄດ້ທັງໝົດ 32.834 ກິໂລກຣາມ ຄິດເປັນເງິນ 590 ລ້ານກວ່າກີບ, ຄິດເປັນກຳໄລເກືອບ 70 ລ້ານກີບ, ນອກນີ້ຍັງຫາລາຍໄດ້ຈາກຮ້ານຄ້າ ແລະ ບໍລິການທົ່ວໄປ ເປັນກຳໄລ່ຕົວຈິງ 48.763.000 ກີບ, ລວມລາຍຮັບທັງໝົດ 114.976.000 ກີບ, ຄຽງຄູ່ກັນນີ້ 3 ອົງການຈັດຕັ້ງມະຫາ ຊົນສາມາດສ້າງລາຍຮັບເຂົ້າສູ່ອົງການຂອງຕົນເອງໄດ້ຈຳນວນ 19.364.000 ກີບ, ສະເລຍໃສ່ ຫົວຄົນຜູ້ໜຶ່ງ 3.372.657 ກີບ ຕໍ່ຄົນຕໍ່ປີທຽບໃສ່ແຜນການສາ ມາດປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້.
ສະຫາຍ ພັນໂທ ຄຳຫຼ້າ ແສງປະເສີດ ຮອງຫົວໜ້າການທະຫານກອງຜະລິດເຂົ້າແຫ້ງກອງທັບໄດ້ໃຫ້ຮູ້ຕື່ມອີກວ່າ: ສຳ ລັບວຽກງານການຜະລິດສິ່ງທີ່ຕ້ອງໄດ້ເອົາໃຈໃສ່ສຳຄັນແມ່ນດ້ານຄວາມສະອາດຂອງວັດຖຸ ແລະ ຜະລິດຕະພັນທີ່ຮັບໃຊ້ທັງພາຍໃນ ແລະ ອອກສູ່ສັງຄົມ, ເອົາໃຈໃສ່ດ້ານປະລິມານ ແລະ ຄຸນນະພາບຂອງວັດຖຸຜະລິດຕະພັນ ທີ່ໄດ້ຜະລິດອອກມາແລ້ວນັ້ນ, ເອົາໃຈໃສ່ປົກປັກຮັກສາວັດ ຖຸ ແລະ ຜະລິດຕະພັນທີ່ຜະລິດອອກມາສຳເລັດແລ້ວນັ້ນ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ກ່ອນຈະນຳ ໃຊ້ເຄື່ອງຈັກທຸກໆຄັ້ງຕ້ອງໄດ້ເອົາໃຈໃສ່ກວດກາດ້ານສະພາບເຕັກນິກຂອງເຄື່ອງຈັກສາກ່ອນ ຈຶ່ງຄ່ອຍນຳໃຊ້ເຄື່ອງຈັກ ເພື່ອ ຫຼີກລ້ຽງຄວາມເສຍຫາຍຂອງເຄື່ອງຈັກ, ສ່ວນຂໍ້ສະດວກໃນການຜະລິດແມ່ນໃຊ້ເຄື່ອງຈັກເຂົ້າຊ່ວຍແລ້ວ ແຮງງານການຜະລິດແມ່ນອ້າຍນ້ອງພະນັກງານໃນກົມກອງ, ການຜະລິດແມ່ນບັນລຸຕາມແຜນການທີ່ກຳນົດໄວ້, ສ່ວນຜະລິດຕະພັນແມ່ນຜະລິດຕາມອໍເດີຂອງລູກຄ້າ ແລະ ຈຳໜ່າຍອອກສູ່ສັງຄົມທົ່ວໄປ, ສ່ວນຂໍ້ຫຍຸ້ງຍາກ ແມ່ນສະຖານທີ່ການຜະລິດຍັງຄັບແຄບ, ເນື້ອທີ່ການຜະລິດຍັງບໍ່ທັນພຽງພໍ, ໃນເມື່ອການຜະລິດເພີ່ມຂຶ້ນ ຫຼື ມີອໍເດີຫຼາຍຂຶ້ນ ແມ່ນຍັງພົບຄວາມຫຍຸ້ງ ຍາກເປັນຕົ້ນແມ່ນລະດູຝົນ ຍ້ອນເຄື່ອງຈັກການຜະລິດຍັງເປັນເຄື່ອງຈັກເຄິ່ງທັນສະໄໝ ຍັງໃຊ້ແຮງງານຂອງຄົນເຮົາເປັນສ່ວນຫຼາຍ.
ເຖິງຢາງໃດກໍຕາມໃນໄລຍະຜ່ານມາຄະນະພັກ-ຄະນະບັນ ຊາ ພະນັກງານ-ນັກຮົບແຕ່ລະ ສະຫາຍລ້ວນແລ້ວແຕ່ໄດ້ນຳພາ ອ້າຍເອື້ອຍນ້ອງຢູ່ໃນກົມກອງຢ່າງຕັ້ງໜ້າ ສະແດງໃຫ້ເຫັນເຊັ່ນ: ໄດ້ຮັບການຍ້ອງຍໍຂັ້ນກະ ຊວງປ້ອງກັນປະເທດ 7 ສະ ຫາຍ, ຂັ້ນກົມໃຫຍ່ການເມືອງກອງທັບ 8 ສະຫາຍ, ຮາກຖານ ກຳມະບານໄດ້ຮັບທຸງໄຊ, ຫຼຽນ ກາສູງສຸດຂອງສູນກາງກຳມະ ບານລາວ, ບຸກຄົນໄດ້ຮັບຫຼຽນກາກຳມະບານ 5 ສະຫາຍ, ໃບຍ້ອງຍໍ 5 ໃບ, ເປັນເຈົ້າຂອງສູນກາງສະຫະພັນກຳມະບານລາວ 28 ສະຫາຍ, ຊາວໜຸ່ມໄດ້ຮັບນາມມະຍົດ 4 ບຸກ 26 ສະຫາຍ, ໄດ້ຮັບການຢັ້ງຢືນເປັນຄອບຄົວຕົວແບບຈາກສູນກາງສະຫະພັນແມ່ຍິງລາວ 3 ຄອບຄົວ, ແມ່ຍິງ 3 ດີ 16 ສະຫາຍ ເຊິ່ງແຕ່ລະອົງການ, ແຕ່ລະສະຫາຍແມ່ນໄດ້ຖືກຮັບຮອງມາຫຼາຍສະໄໝຕິດຕໍ່ກັນ, ນອກນັ້ນຍັງຖືກຮັບຮອງເປັນກອງປອດໃສ ປອດໄພ ປອດຄະດີ ຫຼາຍຄັ້ງຕິດຕໍ່ກັນ.
ສ່ວນທິດທາງແຜນການໃນຕໍ່ ໜ້າຈະສືບຕໍ່ຜະລິດເຂົ້າແຫ້ງໃຫ້ໄດ້ຕາມແຜນການປະຈຳປີ ຕາມຕົວເລກລະດັບຄາດໝາຍທີ່ຂັ້ນເທິງ ກໍຄື ກົມວິຊາສະເພາະໄດ້ກຳນົດໃຫ້ ໃນແຕ່ລະປີໃຫ້ທັນ ຕາມກຳນົດເວລາ, ສາມາດຮັບ ປະກັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານ ແລະ ມີເຂົ້າແຫ້ງ ສຳຮອງແຮໄວ້ສາງຕະຫຼອດເວ ລາຢ່າງໜ້ອຍໃຫ້ມີ 5.000-6.000 ກິໂລກຣາມ, ພ້ອມນີ້, ເອົາໃຈໃສ່ຂໍທິດຊີ້ນຳຈາກຂັ້ນເທິງ ໃນການປັບປຸງເຂົ້າແຫ້ງໃຫ້ມີທາດອາຫານຄົບ 5 ໝູ່, ມີຄຸນນະພາບສູງ, ສາມາດເກັບຮັກສາໄດ້ດົນ ແລະ ປັບປຸງໂຮງ ງານ, ປະກອບເຄື່ອງຈັກທຳການຜະລິດທີ່ທັນສະໄໝກວ່າເກົ່າ ແລະ ສາມາດຜະລິດໄດ້ຫຼາຍຢ່າງເພີ່ມຂຶ້ນ ເພື່ອຕອບສະໜອງໃຫ້ແກ່ກອງທັບ ກໍຄື ສັງຄົມໄດ້ບໍລິໂພກ.
ເນື່ອງໃນໂອກາດວັນສ້າງຕັ້ງ ເຫຼົ່າຮົບພະລາທິການກອງທັບ ຄົບຮອບ 70 ປີ (ວັນທີ 5 ສິງ ຫາ 1956-5 ສິງຫາ 2026) ນີ້, ສະຫາຍ ພັນໂທ ຫຼ້າຊ້ອຍ ພັນທະລາ ໄດ້ສະແດງຄວາມຮູ້ ສຶກວ່າ: ເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ປະກອບສ່ວນຮັບປະກັນເຂົ້າໃນວຽກງານພະລາທິການ, ວຽກງານບໍລິໂພກ ໃຫ້ແກ່ຂັ້ນເທິງ ແລະ ກົມກອງໄດ້ມີຄວາມສະດວກໃນການເຄື່ອນ ໄຫວໜ້າທີ່ວຽກງານ, ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ກອງຜະລິດເຂົ້າແຫ້ງກອງທັບ ຂໍອວຍພອນໄຊອັນປະເສີດໃຫ້ແກ່ການນຳກະ ຊວງປ້ອງກັນປະເທດ ເວົ້າລວມເວົ້າສະເພາະການນຳອົງການກົມໃຫຍ່ພະລາທິການກອງທັບ ແລະ ພະນັກງານ-ນັກຮົບທົ່ວກົມໃຫຍ່ພະລາ ຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ການເມືອງຂອງຕົນ, ສືບຕໍ່ເຮັດວຽກງານຮັບປະກັນດ້ານພະລາທິການໃຫ້ແກ່ກອງທັບ ໃຫ້ມີຜົນສຳເລັດ ສູງ.
ໂດຍ: ຄຳໄຕ ຈັນນະຄອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















