ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຮອງຫົວໜ້າກົມກວດກາ ເຄື່ອນໄຫວເຮັດວຽກ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2026-05-14 14:18:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 527 | ຄວາມນິຍົມ:



ໃນວັນທີ 13 ພຶດສະພາ 2026 ນີ້, ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ຮອງຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມຊຸກຍູ້ວຽກງານກວດກາປົກກະຕິ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ປະຈໍາປີ 2026, ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາກອງບັນຊາການ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸລິເດດ ດວງມະນີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ລາຍງານໂດຍຫຍໍ້ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານກວດກາພັກ-ລັດ ທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃນໄລຍະ 1 ປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນ ຜົນງານການຊີ້ນໍາ-ນໍາພາ ຂອງຄະນະພັກ-ຄະນະບັນຊາທີ່ສ້າງມາໄດ້ ໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ໄດ້ມີຄໍາເຫັນເຈາະຈີ້ມບາງບັນຫາ ຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ກ່ຽວກັບເນື້ອໃນວຽກງານກວດກາພັກ, ວຽກງານກວດກາລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ. ທັ້ງນີ້, ກໍເພື່ອເປັນການກະຕຸກຊຸກຍູ້ ຂະບວນການຜັນຂະຫຍາຍ ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ແຜນການວຽກງານຂອງກະຊວງປ້ອງກັນປະເທດ, ໜ້າທີ່ການເມືອງຂອງກົມກອງ ໃຫ້ຖືກຕ້ອງ ແລະ ມີຜົນສໍາເລັດ, ເປັນການຕິດຕາມ, ກວດກາການຈັດຕັ້ງປະຕິບັດ ຄໍາສັ່ງແນະນໍາ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃນກອງທັບ, ຕິດຕາມກວດກາເກັບກໍາສະພາບການເຄື່ອນໄຫວ ວຽກງານກວດກາພັກ-ລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າ ທີ່ເປັນປັດໄຈໃໝ່, ແກ້ໄຂປະກົດການຫຍໍ້ທໍ້ໃຫ້ທັນເວລາ, ເປັນການປັບປຸງການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກງານວິຊາສະເພາະ ຂອງພະນັກງານກວດກາ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃຫ້ມີຄວາມເຂັ້ມແຂງ ສາມາດເປັນເສນາທິການ ໃຫ້ຄະນະພັກ-ຄະນະບັນຊາຂັ້ນຂອງຕົນ ແລະ ຍັງເປັນການກະຕຸກຊຸກຍູ້ ຄະນະພັກ-ຄະນະບັນຊາ ໃຫ້ເອົາໃຈໃສ່ໃນການຊີ້ນໍາ-ນໍາພາວຽກງານຕິດຕາມ, ກວດກາຂັ້ນຂອງຕົນ ເຄື່ອນໄຫວໃຫ້ມີຄວາມສະດວກ, ຊອກໃຫ້ເຫັນບັນຫາທີ່ພົ້ນເດັ່ນ, ບັນຫາທີ່ຄົງຄ້າງ ເພື່ອແກ້ໄຂໃຫ້ຖືກຕ້ອງ ແລະ ທັນເວລາ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ