ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ໂຮງໝໍສູນກາງ 103 ກອງທັບ ສະຫຼຸບວຽກງານພະຍາບານ ປະຈຳປີ 2025
ເວລາອອກຂ່າວ: 2026-05-14 14:51:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 557 | ຄວາມນິຍົມ:



ໃນບໍ່ດົນຜ່ານມານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີ ສະຫຼຸບວຽກງານພະຍາບານ ປະຈຳປີ 2025 ແລະ ວາງທິດແຜນການ ປີ 2026 ພ້ອມທັງສະເຫຼີມສະຫຼອງ ວັນພະຍາບານ ຄົບຮອບ 206 ປີ (12 ພຶດສະພາ 1820-12 ພຶດສະພາ 2026), ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຮສ ປອ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຊ່ຽວຊານ ສປ ຈີນ ແລະ ພະນັກງານ-ພະຍາບານທົ່ວໂຮງໝໍ ເຂົ້າຮ່ວມ ໃນພິທີ ສະຫາຍ ພັນໂທ ບຸນມາກ ແກ້ວມະນີຈັນ ຫົວໜ້າພະແນກພະຍາບານ ໂຮງໝໍສູນກາງ 103 ກອງທັບ ໄດ້ຜ່ານບົດສະຫຼຸບວຽກງານພະຍາບານ ປະຈຳປີ 2025, ຍົກໃຫ້ເຫັນເຖິງ ພາລະບົດບາດ ແລະ ໜ້າທີ່ ລວມເຖິງຜົນງານການເຄື່ອນໄຫວຂອງພະແນກພະຍາບານ ໃນໄລຍະຜ່ານມາ, ພະແນກພະຍາບານ ແມ່ນພະແນກໜຶ່ງ ທີ່ຮັບວຽກຈາກຄະນະພັກ-ຄະນະອຳນວຍການ ແລະ ຄະນະຫ້ອງບໍລິຫານການແພດ ເພື່ອມາຜັນຂະຫຍາຍວຽກງານພະຍາບານ ໂດຍສະເພາະວຽກງານປິ່ນປົວ ແລະ ເບິ່ງແຍງຄົນເຈັບ, ໄດ້ປະຕິບັດຕາມຄຳຂວັນ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກວາງອອກ, ພະແນກພະຍາບານ ໄດ້ນຳພາ-ຊີ້ນຳພະນັກງານພະຍາບານ ຢູ່ແຕ່ລະພະແນກພາຍໃນໂຮງໝໍ ສ້າງແຜນການ, ແຜນງານ ແລະ ປະຕິບັດຕາມແຜນການ, ລົງຕິດຕາມປະເມີນຜົນ ຢ່າງເປັນປະຈຳ ແລະ ຕໍ່ເນືຶ່ອງ. ໃນໄລຍະຜ່ານມາ ພະຍາບານຫຼາຍພະແນກ ໄດ້ໃຫ້ການຕ້ອນຮັບຄົນເຈັບ, ການແນະນຳລະບຽບການຕ່າງໆ ຂອງໂຮງໝໍ, ຂອງພະແນກ, ລົງໃກ້ຊິດຕິດແທດນຳຄົນເຈັບ, ຕິດຕາມຄົນເຈັບ, ການໃຫ້ຢາແກ່ຄົນເຈັບ, ໄດ້ຕ້ອນຮັບຄົນເຈັບເຂົ້ານອນໂຮງໝໍ 33.807 ກໍລະນີ ແລະ ປິ່ນປົວດີ 29.153 ກໍລະນີ, ເຊີດຊູ, ຊ່ວຍເຫຼືອຄົນເຈັບໜັກ ແລະ ຄົນເຈັບທີ່ຊ່ວຍເຫຼືອຕົນເອງບໍ່ໄດ້ ຫຼື ຄົນເຈັບອານາຖາ ເຊັ່ນ: ປ້ອນອາຫານ, ປ້ອນຢາ, ອະນາໄມຮ່າງກາຍຄົນເຈັບ. ນອກນີ້, ພະແນກພະຍາບານ ຍັງໄດ້ສິດສອນໃຫ້ຄວາມຮູ້ ແກ່ແຕ່ລະພະແນກ ຕາມບົດຮຽນທີ່ໄດ້ເຝິກຝົນນຳຊ່ຽວຊານ ສປ ຈີນ ແລະ ໄດ້ແນະນຳສຸຂະສຶກສາ ໃຫ້ຄົນເຈັບ, ພະຍາບານບາງພະແນກ ຍັງໄປຮັບໃຊ້ກອງປະຊຸມ, ຕ້ອນຮັບຜູ້ແທນທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ການຊ້ອມຮົບ, ຂະບວນລົດໄຟສັນຕິພາບ, ຮັບໃຊ້ໄພພິບັດ ແລະ ສວນສະໜາມ ໃນໂອກາດສະເຫຼີມສະຫຼອງວັນຊາດ ແລະ ອື່ນໆ. ໃນໂອກາດດຽວກັນນີ້, ຍັງໄດ້ສະເຫຼີມສະຫຼອງ ວັນພະຍາບານສາກົນ ແລະ ຈັດການແຂ່ງຂັນເຕັກນິກປ້ຳຫົວໃຈ (CPR), ໂດຍມີ 4 ຈຸພະຍາບານ ເຂົ້າຮ່ວມການແຂ່ງຂັນ ເຊິ່ງໄດ້ຮັບການເຝິກອົບຮົມ ຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຫຼັກສູດການແພດ-ພະຍາບານ ຈາກຄະນະຊ່ຽວຊານ ສປ ຈີນ ຊຸດທີ 14 ທີ່ໄດ້ມາປະຕິບັດວຽກງານຊ່ວຍເຫຼືອທາງການແພດ ແກ່ໂຮງໝໍສູນກາງ 103 ກອງທັບ. ໃນພິທີຍັງໄດ້ມອບໃບຍ້ອງຍໍຂອງໂຮງໝໍສູນກາງ 103 ກອງທັບ ໃຫ້ພະນັກງານພະຍາບານ ໃນແຕ່ລະພະແນກການ ເຊິ່ງປະກອບມີ ປະເພດ I ຈຳນວນ 4 ສະຫາຍ, ປະເພດ II ຈຳນວນ 6 ສະຫາຍ, ປະເພດ III ຈຳນວນ 9 ສະຫາຍ. ໂດຍ: ໂຊກທະວີ ແກ້ວບູດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ