ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ບົ່ງ​ຕົວ​ແຕ່ງຕັ້ງ ກຳມະການ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເຕັກນິກ ທະຫານ​ແຂວງ​ວຽງ​ຈັນ
ເວລາອອກຂ່າວ: 2026-05-15 10:05:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ:



    ພິທີ​ປະກາດ​ບົ່ງ​ຕົວ​ແຕ່ງຕັ້ງ​ກຳມະການ​ຄະນະ​ພັກ​ຮາກ​ຖານ ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ໄດ້​ຈັດ​ຂຶ້ນ ໃນ​ວັນ​ທີ 12 ພຶດສະພາ 2026 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ເອນ​ວັນ ອິນ​ມີ​ໄຊ ຄະນະ​ປະຈຳ​ພັກ​ກອງ​ບັນຊາ​ການ ຫົວໜ້າ​ຫ້ອງ​ການ ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ໜ່ວຍ​ພັກ ແລະ ສະມາຊິກ​ພັກ ເຂົ້າ​ຮ່ວມ.     ສະຫາຍ ພັນ​ໂທ ເສັງ​ອຸທອນ ໄຊ​ຍະ​ລາດ ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ ກຳມະການ ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເຕັກນິກ, ອີງ​ຕາມ​ກົດ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ XI ໝວດ​ທີ II ມາດຕາ 13 ການ​ບົ່ງ ຕົວ​ແຕ່ງຕັ້ງ, ຍົກຍ້າຍ ແລະ ການ​ສິ້ນ​ສຸດ ເປັນ​ກຳມະການ​ຄະນະ​ພັກ, ອີງ​ຕາມ ການ​ຕົກລົງ​ເຫັນ​ດີ​ເປັນ ​ເອກະ​ພາບ ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ຄັ້ງ​ວັນ​ທີ 31 ມີນາ 2026 ຄະນະ​ພັກ​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ວຽງ​ຈັນ ຕົກລົງ: ບົ່ງ​ຕົວ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ບຸນ​ຕຽງ ຫຼວງ​ຜ່ານ ເປັນ​ກຳມະການ​ຄະນະ​ພັກ​ຮາກ​ຖານ. ໂອກາດ​ນີ້, ສະຫາຍ ພັນ​ເອກ ເອນ​ວັນ ອິນ​ມີ​ໄຊ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ສະຫາຍ​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ບາງ​ບັນຫາ​ທີ່​ສຳຄັນ​ເປັນຕົ້ນ​ແມ່ນ ຕ້ອງ​ເພີ່ມ​ທະວີ​ຍົກ​ສູງ​ໜ້າທີ່​ການເມືອງ​ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ, ຊອກ​ຮູ້​ຮ່ຳຮຽນ, ປັບປຸງ​ລະບຽບ​ແບບແຜນ​ວິທີ​ເຮັດ​ວຽກ ໂດຍ​ຍຶດ​ໝັ້ນ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ ນຳພາ​ເປັນ​ໝູ່​ຄະນະ, ເພີ່ມ​ທະວີ​ຄວາມ​ສາມັກຄີ ເພື່ອ​ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍເຂົ້າ​ສູ່​ແບບແຜນ​ດຳລົງ​ຊີວິດ ແລະ ເຄື່ອນ​ໄຫວ​ນຳພາ​ກົມ​ກອງຂອງ​ຕົນ ​ເພື່ອ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ສາຍ​ຄຳ ພອນ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ