ຫ້ອງການບໍລິຫານ ກອງບັນຊາການທະຫານແຂວງອຸດົມໄຊ ສ້າງໄດ້ຜົນງານຫຼາຍດ້ານ
ເວລາອອກຂ່າວ: 2026-05-15 10:14:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 238 | ຄວາມນິຍົມ: ![]()
ອີງໃສບົດສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານປະຈຳໄຕມາດ 1 ແລະ ວາງທິດທາງແຜນການປະຈຳໄຕມາດ 2 ປະຈຳປີ 2026 ຂອງຫ້ອງການບໍລິ ຫານ ກອງບັນຊາການທະຫານແຂວງ ອຸດົມໄຊ ທີ່ສະເໜີໂດຍ ສະຫາຍ ພັນໂທ ລືຊາ ໄຊລືຊົງ ຫົວໜ້າພະແນກບໍລິຫານ ຫ້ອງການບໍລິຫານກອງບັນຊາການທະຫານແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ໄດ້ຈັດຕັ້ງເຄື່ອນໄຫວ
ວຽກງານຕາມພາລະບົດບາດຂອງຕົນໄດ້ຮັບການນຳພາ-ຊີ້ນຳພະນັກງານ-ນັກຮົບເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ເປັນເສນາທິການ, ການ
ປະສານງານ ແລະ ການບໍລິຫານໃຫ້ຄະນະພັກ-ຄະນະບັນຊາເປັນຢ່າງດີ ເຊິ່ງຜົນງານທີ່ພົ້ນເດັ່ນສະແດງອອກແຕ່ລະດ້ານດັ່ງນີ້ໄດ້ສ້າງແຜນການເຄື່ອນໄຫວ ພ້ອມທັງສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຫອ້ງການບໍລິຫານປະຈຳເດືອນ, ໄຕມາດລາຍງານໃຫ້ຄະນະບັນຊາກອງບັນຊາການທະຫານແຂວງຮັບຊາບເປັນປົກະຕິ, ມີເອກະສານເຂົ້າ-ອອກທັງໝົດ 120 ສະບັບ, ໄດ້ຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກເປັນປົກກະຕິ ໂດຍສະເພາະແມ່ນການເຂົ້າການ-ເລີກການ, ຈັດຕັ້ງລະບົບປະຈຳການ, ຕິດຕາມ, ເກັບກຳສະພາບການລາຍງານໃຫ້ປະຈຳການສູ້ຮົບເປັນປົກກະຕິ, ໄດ້ຄຸ້ມຄອງກໍ່
ສ້າງພັກ-ກໍ່ສ້າງພະນັກງານ, ໄດ້ຊີ້ນຳ ແລະ ອຳນວຍຄວາມສະດວກໃຫ້ສອງອົງການຈັດຕັ້ງເຄື່ອນໄຫວຕາມພາລະບົດບາດຂອງຕົນ ແລະ ຍັງໄດ້ເຂົ້າຮ່ວມຂະບວນການອອກແຮງງານລວມຂອງກອງບັນຊາການ 15 ຄັ້ງ ມີ 50 ແຮງງານ, ຈັດຕັ້ງອານາໄມຂອບເຂດກົມກອງຮັບຜິດຊອບແຕ່ລະວັນເປັນປົກກະຕິ, ໜ່ວຍຊາວໜຸ່ມໄດ້ຮັບທຸງໄຊເປັນໜ່ວຍຊາວໜຸ່ມ 4 ບຸກ ໄລຍະ 5 ປີຜ່ານມາ, ຮັບໃບຍ້ອງຍໍໜ່ວຍຊາວໜຸ່ມ 4 ບຸກປະຈຳປີ ແລະ ຊາວໜຸ່ມ 4 ບຸກ ຈຳນວນ 38 ສະຫາຍ, ໄດ້ຕິດຕາມການເຄື່ອນໄຫວຊຸກຍູ້ຢູ່ບັນດາກົມກອງທົ່ວທະຫານແຂວງ 18 ຄັ້ງ, ເຮັດບົດໂອ້ລົມ 25 ຄັ້ງ, ຄຸ້ມຄອງ - ຈາລະຈອນເອກະສານຂາເຂົ້າ-ຂາອອກຕາມລະບຽບການ ມີເອກະສານຂາເຂົ້າ 375 ສະບັບ, ເອກະສານຂອກ 2.292 ສະບັບ, ກອບປີເອກະສານຈຳນວນ 76 ຊຸດ, ຂະຫຍາຍເປັນຫົວ 395 ຫົວ, ເປັນໃບ 3.336 ໃບ, ຈັດຕັ້ງພະນັກງານອອກເຄື່ອນໄຫວ 6 ຄັ້ງ ມີ 52
ແຮງງານ, ປ້ອງກັນກອງປະຊຸມ, ແຂກພາຍໃນ ແລະ ແຂກຕ່າງປະເທດ, ວັນບຸນສຳຄັນຂອງຂອງພັກ ຂອງຊາດ ແລະ ບຸນປະເພນີບັນດາເຜົ່າ 8 ຄັ້ງ ມີ 46 ແຮງງານ, ລາຍງານຂ່າວໃຫ້ຂັ້ນເທິງ 82 ຄັ້ງ, ຕ້ອນຮັບບໍລິສັດ 705 ແລະ ກອງປະຕິບັດງານທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ມາອວຍພອນກອງບັນຊາການ 2 ຄະນະ, ຈັດຕັ້ງໄປອວຍພອນບໍລິສັດ 705 ແລະ ກອງປະຕິບັດງານທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ 2 ຄະນະ, ເຂົ້າຮ່ວມສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 1 ຄັ້ງ, ໄດ້ສົ່ງບົດສ່ອງແສງໃຫ້ ກອງພັນທີ 2 ເພື່ອປະກອບເຂົ້າໃສ່ບົດສ່ອງແສງລະຫວ່າງບັນດາກົມກອງທະຫານພາກເໜືອ ສປປ ລາວ ກັບ ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ.
ຈາກຜົນງານດັ່ງກ່າວກົມກອງໄດ້ຮັບການຍ້ອງຍໍຈາກປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ປະຈຳປີ 2025 ໃຫ້ແກ່ນາຍ ແລະ ພົນທະຫານ ຈຳນວນ 24 ໃບ, ຂັ້ນກອງບັນຊາການທະຫານແຂວງອຸດົມໄຊ ຈຳນວນ 11 ສະຫາຍ ແລະ ຂັ້ນຫ້ອງການເມືອງທະຫານແຂວງອຸດົມໄຊ ຈຳນວນ 20 ສະຫາຍ ໂດຍ: ວັນໄຊ ໄຊສະຫວັດ
ຂໍ້ມູນ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















