ກວດຜ່ານບົດເພງມູນເຊື້ອແມ່ຍິງກອງທັບ
ເວລາອອກຂ່າວ: 2026-05-15 14:47:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 810 | ຄວາມນິຍົມ: ![]()
ວັນທີ 15 ພຶດສະພາ 2026 ນີ້, ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຈັດພິທີກວດຜ່ານບົດເພງມູນເຊື້ອແມ່ຍິງກອງທັບ, ໂດຍການເຂົ້າຮ່ວມຂອງສະຫາຍ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນກອງທັບ, ມີ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງ ກອງທັບ, ພ້ອມດ້ວຍຄະນະຊີ້ນໍາ, ອະນຸກຳມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ຜ່ານບົດລາຍງານໂດຍຫຍໍ້ ການຈັດຕັ້ງປະຕິບັດ ແຜນການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ, ພາຍຫຼັງໄດ້ຮັບການຊີ້ນຳຈາກ ຄະນະກົມໃຫຍ່ ການເມືອງກອງທັບ ກ່ຽວກັບການແຕ່ງເພງມູນເຊື້ອແມ່ຍິງກອງທັບ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ, ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງ, ຫ້ອງການສະຫະພັນແມ່ຍິງກອງທັບ ຈຶ່ງໄດ້ສົມທົບກັບສິລະປິນແຫ່ງຊາດ, ສິລະປິນດີເດັ່ນ, ນັກປະດິດແຕ່ງ ແລະ ອາຈານນັກປະພັນຈາກຫຼາຍພາກສ່ວນ ໄດ້ແຕ່ງບົດເພງມູນເຊື້ອ ແມ່ຍິງກອງທັບຂຶ້ນ, ບົດເພງທີ່ນໍາມາກວດຜ່ານໃນຄັ້ງນີ້ ລວມມີ 15 ບົດເພງ ຄື: ບົດເພງ ຮັກຈາກໃຈຈິງ, ເພງ ນັກຮົບກ້າວິລະສະຕີ, ເພງ ແມ່ຄືຕົວແບບ, ເພງ ຍິງລາວກ້າວ ໄກ, ເພງ ຊົມເຊີຍນໍ້າໃຈແມ່ຍິງລາວ, ບົດເພງ ດອກໄມ້ໄຟບານໃນປ່າເຂົາ, ເພງ ແມ່ຍິງຫົວໃຈນັກຮົບ, ເພງ ວິລະກຳຜູ້ເປັນແມ່, ເພງ ພູມໃຈໃນ ໜ້າທີ່ແມ່, ເພງ ມູນເຊື້ອແມ່ຍິງກອງທັບ, ເພງ ນໍ້າໃຈສາວທະຫານ, ຂັບ ຊຽງຂວາງ ສະຫະພັນແມ່ຍິງກອງທັບກ້າວໄປ, ລຳຕັ່ງຫວາຍ ຊາດເຊື້ອ ແມ່ຍິງລາວ, ລຳສີພັນດອນ ມູນເຊື້ອແມ່ຍິງ ແລະ ບົດເພງ ນັກຮົບ ເຫຼັກກ້າ; ຈາກນັ້ນບັນດາຄະນະຊີ້ນໍາ, ອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ປະກອບຄໍາຄິດເຫັນໃສ່ບົດເພງ ແລະ ພາບປະກອບແຕ່ລະບົດເພງໃຫ້ມີເນື້ອໃນຄົບຖ້ວນສົມບູນ, ມີຄວາມໝາຍອັນເລິກເຊີ່ງ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ກໍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ມາຍັງຫ້ອງການສະຫະພັນແມ່ຍິງກອງທັບ, ບັນດາຄະນະຊີ້ນໍາ, ອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງໃນການແຕ່ງເພງອອກມາໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສ່ອງແສງ ໃຫ້ເຫັນເຖິງມູນເຊື້ອ ເຫດການອັນສໍາຄັນທາງປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ຍາດໄດ້ໄຊຊະນະ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ, ພິລະອາດຫານ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງແມ່ຍິງກອງທັບໃນແຕ່ລະໄລຍະ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















