ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ປິດເຝິກອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ II ທົ່ວຄະນະພັກກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2026-05-15 15:45:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 769 | ຄວາມນິຍົມ:



ພິທີປິດເຝິກອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ II ທົ່ວຄະນະພັກກົມໃຫຍ່ພະລາທິການກອງທັບ ໄດ້ປິດລົງຢ່າງຈົບງາມ ໃນວັນທີ 14 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ຄະນະບໍລິຫານງານພັກກົມໃຫຍ່ພະລາທິການກອງທັບ, ຄະນະຊີ້ນໍາລວມ, ອະນຸກຳມະການ, ຄູ-ອາຈານ, ວິຊາການ ແລະ ນັກກວດສອບເລຂາ- ຮອງເລຂາທົ່ວຄະນະພັກກົມໃຫຍ່ພະລາທິການກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ປອ ພົງສະໄໝ ຫຸນນະຈໍາປາ ກໍາມະການຄະນະພັກ, ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ສະຫຼຸບຕີລາຄາຜົນໄດ້ຮັບການເຝິກອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ II ທົ່ວຄະນະພັກກົມໃຫຍ່ພະລາທິການກອງທັບ, ເຊິ່ງມີນັກສໍາມະນາກອນເຂົ້າຮ່ວມເຝິກອົບຮົມທັງໝົດຈໍານວນ 89 ສະຫາຍ, ເອກະສານທີ່ນໍາມາເຝິກອົບຮົມລວມມີ II ພາກຄື: ພາກທິດສະດີ ມີ 20 ຄໍາຖາມ, ມີ 20 ຂະໜານຕອບ, ພາກປະຕິບັດຕົວຈິງ ມີ 20 ຄໍາຖາມ ແລະ ມີ 20 ຂະໜານຕອບ, ແບ່ງເປັນ 6 ຈຸຮຽນ ແລະ ແບ່ງເປັນ 3 ໄລຍະ, ຜ່ານການຈັດຕັ້ງປະຕິບັດການຮຽນການສອນ ເຫັນວ່າ ນັກສໍາມະກອນທຸກສະຫາຍໄດ້ເອົາໃຈໃສ່ບຸກບືນ, ສ້າງຄວາມຕັດສິນໃຈສູງຜ່ານຜ່າຄວາມທຸກຫຍຸ້ງຍາກ, ເສີມຂະຫຍາຍສະຕິປັນຍາຂອງຕົນເອງເຂົ້າໃນສຶກສາ, ຄົ້ນຄ້ວາຮໍ່າຮຽນກ່ຽວກັບເນື້ອໃນເອການຢ່າງຕັ້ງໜ້າ, ຜ່ານການກວດສອບຕົວຈິງສາມາດຕີລາຄາຜົນໄດ້ຮັບ ແລະ ຈັດແບ່ງປະເພດຂອງນັກກວດສອບຄື: ປະເພດເກັ່ງມີຈໍານວນ 34 ສະຫາຍ, ຄະແນນ 9,00- 9,5, ປະເພດແຂງ 55 ສະຫາຍ, ຄະແນນ 7,00-8,9, ຄະແນນກາງ 5-6,9%, ຈາກນັ້ນ ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກໍາມະການຄະນະພັກກະຊວງປ້ອງກັນເທດ, ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ ກໍໄດ້ໃຫ້ກຽດມອບ-ຮັບໃບຢັ້ງຢືນໃຫ້ແກ່ນັກກວດສອບເລຂາ, ຮອງເລຂາ ຄັ້ງທີ II ທົ່ວຄະນະພັກກົມໃຫຍ່ພະລາທິການກອງທັບ ໃຫ້ຢ່າງສົມກຽດ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ