ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ຫ້ອງ​ການເມືອງ​ກອງ​ພົນ​ທີ 3 ລົງ​ເຄື່ອນ​ໄຫວ​ເຜີຍແຜ່​ເອ​ກະ​ສານ​ສຶກ​ສາ​ອົບຮົມ ​ການເມືອງ​ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ກອງພັນ​ໃຫຍ່ 301
ເວລາອອກຂ່າວ: 2026-05-20 09:14:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ:



ໃນ​ວັນ​ທີ 14 ພຶດສະພາ 2026 ນີ້, ສະຫາຍ ພັນ​ເອກ ຄຳ​ຕັນ ແສງ​ມາ​ລາພອນ ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ພົນ​ທີ 3 ພ້ອມ​ດ້ວຍ​ຄະນະ, ໄດ້​ລົງ​ເຄື່ອນ​ໄຫວ​ເຜີຍແຜ່​ເອກ​ກະ​ສານ​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ-ແນວ​ຄິດ​ໃຫ້​ພະນັກ ງານ-ນັກຮົບ ຢູ່​ກອງພັນ​ໃຫຍ່ 301 ທີ່​ຂຶ້ນ​ກັບ​ກອງ​ພົນ​ທີ 3, ມີ ສະຫາຍ ພັນ​ເອກ ຄຳ​ຫຼ້າ ພັນທະ​ຈັກ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 301, ມີ​ຄະນະ​ພັກ-ຄະນະ​ບັນຊາ 5 ພະແນກການ, ກົມ​ກອງ​ອ້ອມ​ຂ້າງ ແລະ ຫົວໜ້າ​ຂະແໜງ ທົ່ວ​ກອງພັນ​ໃຫຍ່ 301 ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ເອກ ຄຳ​ຕັນ ແສງ​ມາ​ລາພອນ ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ພົນ​ທີ 3 ແລະ ສະຫາຍ ພັນ​ໂທ ຄຳ​ໄຊ ວິໄລ​ຫົງ ຫົວໜ້າ​ພະ​ແນກ​ປ້ອງ​ກັນ​ພາຍ​ໃນ ກໍ​ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ບັນ​ລະ​ຍາຍ​ເອກ​ກະສາ​ນວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ, ໃນ​ນີ້​ມີ ເອ​ກະ​ສານ​ສິດ​ໜ້າ ທີ່​ຂອງ​ພະນັກງານ​ກອງພັນ, ກອງຮ້ອຍ ແລະ ໝວດ, ເອ​ກະ​ສານ ວຽກ​ງານ​ການ​ສຶກ​ສາ​ອົບ ຮົມ​ການເມືອງ-ແນວ​ຄິດ​ໃຫ້​ແກ່ ພະນັກງານ-ນັກຮົບ, ເອກ​ກະ​ສານ ວຽກ​ງານ​ພັກ - ວຽກ​ງານ​ການເມືອງ​ໃນ​ການ​ເບິ່ງແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ​ນາຍ ແລະ ພົນທະ ຫານ​ໃນ​ກອງທັບ, ເອກະ​ສານ ວຽກ​ງານ​ໂຄສະນາ​ຂ່າວສານ​ໜັງສືພິມ, ວັດ ທະນະທຳ-ວັນນ​​ະ​ຄະດີ ແລະ ກິລາ​ຢູ່​ພາຍ​ໃນ​ກົມ​ກອງ, ເອກ​ກະ​ສານ ເພີ່ມ​ທະວີ​ການ​ປະ​ຫຍັດ ແລະ ຕ້ານ​ການ​ຟູມ​ເຟືອຍ, ເອ​ກະ​ສານ ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ກອງທັບ ແລະ ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ເອກ​ກະ​ສານ ກໍ່ສ້າງ​ສະພາບ​ແວດ​ລ້ອມ​ວັດທະນະທຳ​ຢູ່​ໃນ​ກອງທັບ​ປະຊາຊົນ​ລາວ, ເອ​ກະ​ສານ ຍຸດ​ທະ​ສາດ​ຕ້ານ​ການ​ຫັນປ່ຽນ​ໂດຍ​ສັນຕິ ແລະ ຕ້ານ​ປະກົດ​ການ​ຫຍໍ້ທໍ້​ພາຍ​ໃນ​ກອງທັບ, ພ້ອມ​ນີ້ ຍັງ​ໄດ້​ຜ່ານ​ໜັງສື​ແຈ້ງ​ການ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ລົງ​ວິໄນ​ນາຍ​ທະຫານ​ຜູ້​ທີ​ກະທຳ​ຜິດ​ຕໍ່​ສິງ​ເສບ​ຕິດ​ຕ່າງໆ​ຕື່ມ​ອີກ, ທັງ​ນີ້ ກໍ​ເພື່ອ​ສຶກ​ສາ​ອົບຮົມ​ການເມືອງ ນຳພາ-ແນວ​ຄິດ ໃຫ້​ພະນັກງານ-ສະມາຊິກ​ພັກ ແລະ ນັກຮົບ​ເຊື່ອມ​ຊຶມ, ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ມະຕິ​ຄຳ​ສັ່ງ​ຕ່າງໆ​ຂອງ​ພັກ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ, ກົດໝາຍ​ຂອງ​ລັດ, ມູນ​ເຊືອ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ, ຂອງ​ກົມ​ກອງ​ຢ່າງ​ທົ່ວ​ເຖິງ ເປັນ​ເຈົ້າ​ການ​ຕອບ​ຕ້ານ​ກົນອຸບາຍ​ຂອງ​ບັນດາ​ອິດ​ທິ​ກຳລັງ​ປໍ​ລະ​ປັກ ແລະ ການ​ໂຄສະນາ​ບິດ​ເບືອນ​ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ໃຫ້​ທັນ​ການ, ພ້ອມ​ທັງ​ເປັນ​ການ​ປົກ​ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ທາດ​ແທ້​ມູນເຊື້ອ​ພິລະ​ອາດ​ຫານ​ຂອງ​ກອງທັບ ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ອຸ່ນ​ເຮືອນ ດວງ​ດາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ