ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ເປີດ​ຊຸດ​ອົບຮົມ-ຫັດ​ແອບ ວຽກ​ງານ​ແຜນທີ່​ການ​ທະຫານ​ໄລຍະ​ສັ້ນ ໃຫ້​ພະນັກງານ-ວິຊາ​ການ ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ
ເວລາອອກຂ່າວ: 2026-05-20 09:18:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ໃນ​ວັນ​ທີ 18 ພຶດສະພາ 2026 ນີ້, ຢູ່​ທີ່​ສູນ​ເຝິກອົບຮົມ​ໂຮງງານ​ແຜນທີ່​ກອງທັບ ໄດ້​ຈັດ​ພິທີ ເປີດ​ຊຸດ​ອົບຮົມ-ຫັດ​ແອບ​ວຽກ​ງານ​ແຜນທີ່​ການ​ທະຫານ​ໄລຍະ​ສັ້ນໃຫ້​ພະນັກງານ-ວິຊາ​ການ ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ​ຂຶ້ນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສຸດ​ໃຈ ດວງ​ໃຈ ຫົວໜ້າ​ກົມ​ແຜນທີ່ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ກົມ, ຄະນະ​ພັກ-ຄະນະ​ບັນຊາ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ, ຄະນະ​ຮັບຜິດຊອບ ແລະ ນັກ​ເຝິກ ອົບຮົມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ໄອ່​ສຳລານ ຄຳ​ມາ​ວົງ ຮອງ​ຫົວໜ້າ​ກົມ​ແຜນທີ່ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ຂຶ້ນ​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ ແລະ ຂໍ້​ຕົກລົງ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ ໃນ​ການ​ອົບຮົມ-ຫັດ​ແອບ, ເຊິ່ງ​ການ​ອົບຮົມ-ຫັດ​ແອບ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ຈັດ​ຕັ້ງ​ອົບຮົມ-ຫັດ​ແອບ​ວຽກ​ງານ​ແຜນທີ່​ການ​ທະຫານ, ການ​ສ້າງ​ເອກະສານ​ສູ້​ຮົບ, ການ​ຄຸ້ມ​ຄອງ-ການ​ນຳ​ໃຊ້​ແຜນທີ່​ການ​ທະຫານ, ເຄື່ອງຮັບ​ສັນຍານ​ດາວ​ທຽມ ຈີ​ພີ​ເອສ໌ (GPS) ແບບ​ມື​ຖື, ການ​ສ້າງ​ຮູບ​ປັ້ນ​ຈຳລອງ​ພູມີ​ປະເທດ ແລະ ແຜນທີ່​ລະບົບ​ຕົວ​ເລກ (ແຜນທີ່​ຄອມ​ພິວ​ເຕີ) ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ທີ່​ເຮັດ​ໜ້າທີ່​ວຽກ​ງານ​ເສນາ​ທິ​ການ ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ທົ່ວ​ກອງທັບ, ເພື່ອ​ຍົກ​ລະດັບ​ຄວາມ​ຮູ້-ຄວາມ​ສາມາດ, ຄວາມ​ເຂົ້າໃຈ​ເລີກ​ເຊິ່ງ​ ຕໍ່​ກັບ​ວຽກ​ງານ​ແຜນທີ່​ການ​ທະຫານ, ກຳ​ແໜ້ນ​ທາງ​ດ້ານ​ທິດ​ສະ​ດີ, ພາກ​ປະຕິບັດ​ຕົວ​ຈິງ ແລະ ການ​ຄຸ້ມ​ຄອງ-ນຳ​ໃຊ້​ໃນ​ໜ້າທີ່​ວຽກ​ງານ​ສະເພາະ​ໜ້າ ແລະ ຍາວ​ນານ​ໃຫ້​ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ​ເປັນ​ກ້າວໆ, ເປັນ​ພື້ນຖານ​ໃຫ້​ແກ່​ການ​ຮຽນ-ການ​ສອນ, ກະກຽມ​ວຽກ​ງານ​ຮັບປະກັນ​ດ້ານ​ຕ່າງໆ ເພື່ອ​ຮອງ​ຮັບ​ການ​ຍົກຍ້າຍ​ການ​ຮຽນ-ການ​ສອນ​ນາຍ​ສິບ​ແຜນທີ່ ຢູ່​ວິທະຍາຄານ​ນາຍ​ທະຫານ​ບົກ​ກົມ​ມະ​ດຳ ມາ​ຈັດ​ຕັ້ງ​ປະຕິບັດ​ຢູ່​ໂຮງງານ​ແຜນທີ່​ກອງທັບ ແລະ ເພື່ອ​ແນະນຳ​ຄວາມ​ຮູ້​ພື້ນຖານ​ການ​ຄຸ້ມ​ຄອງ-ນຳ​ໃຊ້​ບັນດາ​ຈຸດ​ຕາ​ໜ່າງ​ເຄົ້າ​ພິ​ກັດ​ທາງ​ຮາບ-ທາງ​ຕັ້ງ, ຈຸດ​ສະຖານີ​ອ້າງ​ອີງ​ວັດແທກ​ແບບ​ຕໍ່​ເນື່ອງ (Cors), ວຽກ​ງານ​ສຳ​ຫຼວດ ແລະ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ລະຫວ່າງ​ປະເທດ. ໂອກາດ​ນີ້, ສະຫາຍ ພັນ​ເອກ ສຸດ​ໃຈ ດວງ​ໃຈ ໄດ້​ເນັ້ນ​ໜັກ​ໃຫ້ ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ຮັບຜິດຊອບ, ພະນັກງານ-ນັກຮົບ ຈົ່ງ​ເອົາໃຈ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຮ່ຳຮຽນ​ກຳ​ແໜ້ນ​ເນື້ອ​ໃນ​ທິດ​ສະ​ດີ, ຫຼັກການ, ບາດກ້າວ​ພິທີການ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ ສາມາດ​ປະກອບ​ນຳ​ໃຊ້​ໃນ​ວຽກ​ງານ​ຕົວ​ຈິງ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ໜ້າທີ່​ວິຊາ​ສະເພາະ ໃຫ້​ໄດ້​ຮັບ​ໝາກຜົນ ໃນ​ສະເພາະ​ໜ້າ ແລະ ຍາວ​ນານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ