ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນາຍົກລັດຖະມົນຕີ ເນັ້ນໃຫ້ສືບຕໍ່ພັດທະນາລະບົບການສຶກສາ ແລະ ຄູ
ເວລາອອກຂ່າວ: 2019-10-07 11:05:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ຂປລ. ທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮຽກຮ້ອງຜູ້ບໍລິຫານ ການສຶກສາທຸກຂັ້ນໃຫ້ເອົາໃຈໃສ່ ສືບຕໍ່ພັດທະນາລະບົບການສຶກສາ ແລະ ຄູ ໃຫ້ທັນຍຸກທັນໄໝ ແລະ ຕໍ່ເນື່ອງ ເພື່ອຮັບປະກັນໃຫ້ແທດ ເໝາະກັບຄວາມຮຽກຮ້ອງຕ້ອງ ການໃນການພັດທະນາເສດຖະ ກິດ-ສັງຄົມຂອງປະເທດ. ທ່ານ ນາຍົກລັດຖະມົນຕີ ກ່າວໃນໂອ ກາດເຂົ້າຮ່ວມພິທີສະເຫຼີມສະ ຫຼອງວັນຄູແຫ່ງຊາດ (7 ຕຸລາ 2019) ຄົບຮອບ 25 ປິ ເຊິ່ງຈັດຂຶ້ນຢ່າງເປັນທາງການທີ່ມະຫາ ວິທະຍາໄລແຫ່ງຊາດ ໃນວັນທີ 4 ຕຸລາ 2019 ໂດຍມີທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທີການ, ບັນດາຮອງລັດຖະມົນຕີ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ໄດ້ສະແດງຄວາມຊົມເຊີຍ ວັນຄູແຫ່ງຊາດ ຄົບຮອບ 25 ປີ ແລະ ຝາກຄຳຢື້ຢາມຖາມຂ່າວຄູ-ອາຈານ ໃນຂອບເຂດທົ່ວປະເທດ ແລະ ໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຕໍ່ຂະ ແໜງການສຶກສາກໍຄືບັນດາຄູ- ອາຈານທີ່ໄດ້ເສຍສະຫຼະກຳລັງ ແຮງກາຍເຂົ້າໃນການພັດທະນາ ການສຶກສາ ແລະ ຊັບພະຍາ ກອນມະນຸດ ເພື່ອປະກອບສ່ວນ ສ້າງສາ ແລະ ພັດທະນາປະເທດ ຊາດ. ພ້ອມທັງໄດ້ກ່າວຢໍ້າວ່າ: “ຢາກພັດປະເທດຊາດໃຫ້ມີ ຄວາມກ້າວໜ້າຕ້ອງພັດທະຄົນ ເພາະວ່າຄົນເປັນກຳລັງແຮງຂັບ ເຄື່ອນໃນການພັດທະນາປະເທດ ຊາດ ແລະ ຢາກໄດ້ຊັບພະຍາ ກອນມະນຸດທີ່ດີຕ້ອງມີລະບົບ ການສຶກສາທີ່ດີ, ມີການປະຕິຮູບ ແລະ ການປ່ຽນແປງໃຫ້ທັນຍຸກ ທັນສະໄໝ” ເພື່ອເຮັດໃຫ້ຂະແໜງ ການສຶກສາມີການພັດທະນາຢ່າງ ຕໍ່ເນື່ອງ, ລະບົບການສຶກສາຕ້ອງ ໄດ້ຮັບການປະຕິຮູບໃຫ້ທັນຍຸກທັນສະໄໝ ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງການປ່ຽນແປງໃໝ່. ຂະນະດຽວກັນ ຕ້ອງມີຄູ-ອາຈານ ຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ຜູ້ທີ່ໃຫ້ ຄວາມຮູ້ທີ່ດີ ແລະ ເກັ່ງ, ທັນຍຸກ, ທັນສະໄໝ ແລະ ເປັນຜູ້ທີ່ໄຝ່ຮູ້ ໄຝ່ຮຽນຢູ່ຕະຫຼອດເວລາ. ການ ສຶກສາຕ້ອງມີການປະຕິຮູບແລ້ວ ປະຕິຮູບອີກ, ປ່ຽນແປງແລ້ວ ປ່ຽນແປງອີກ ເພາະວ່າຄວາມ ຮຽກຮ້ອງຕ້ອງການເກີດຂຶ້ນໃໝ່ ເລື້ອຍໆໃນຍຸກແຫ່ງການເຊື່ອມ ໂຍງ, ຍຸກໂລກາພິວັດ, ຍຸກ 4.0 ແລະ ຍຸກແຫ່ງການແຂ່ງຂັນ. ໂອກາດດຽວກັນ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ລາຍງານກ່ຽວກັບ ການຂະຫຍາຍຕົວດ້ານປະລິມານ ຂອງຄູ ໃນໄລຍະ 25 ປີຜ່ານມາ, ການພັດທະນາຄູ, ການສ້າງສິ່ງ ຈູງໃຈໃຫ້ແກ່ຄູ ເພື່ອໃຫ້ມີຄວາມ ພູມໃຈ ແລະ ທຸ່ນທ່ຽງໃນອາຊີບ ຕົນ, ລວມທັງການປັບປຸງການບໍ ລິຫານ ແລະ ການຄຸ້ມຄອງການ ສຶກສາ ເຊິ່ງນັບແຕ່ປີ 1994 ເປັນຕົ້ນມາ, ການສຶກສາໄດ້ຮັບ ການພັດທະນາທາງດ້ານປະລິ ມານ ແລະ ຄຸນນະພາບຢ່າງ ກ້າວກະໂດດ ນັບທັງການສຶກ ສາກ່ອນໄວຮຽນ, ປະຖົມສຶກສາ, ມັດທະຍົມສຶກສາ, ການສຶກສາ ສາຍອາຊີວະສຶກສາ ແລະ ອົບ ຮົມວິຊາຊີບ, ການສຶກສາສົງ ແລະ ອື່ນໆ. ໃນຊຸມປີຕໍ່ໜ້າກະຊວງສຶກ ສາທິການ ແລະ ກິລາ ຈະໄດ້ເອົາ ໃຈໃສ່ບາງວຽກງານທີ່ເປັນຈຸດ ສຸມຄື: ປັບປຸງສັບຊ້ອນ ແລະ ຈັດ ສັນຄູຄືນໃໝ່ ໂດຍເລັ່ງໃສ່ເຂດຫ່າງໄກສອກຫຼີກບ່ອນທີ່ຂາດ ເຂີນຄູ, ການກໍ່ສ້າງຄູຈະເນັ້ນໜັກ ໃນວິຊາທີ່ຂາດຄູ ແລະ ມີການສົ່ງ ເສີມໃຫ້ນັກຮຽນເຂົ້າຮຽນຄູໃນວິ ຊາທີ່ຕ້ອງການ, ປັບປຸງບາງມາດ ຕາຂອງດຳລັດວ່າດ້ວຍລັດຖະ ກອນຄູ ສະບັບເລກທີ 177 ຄືນໃໝ່ ເປັນຕົ້ນແມ່ນການກຳນົດຊົ່ວໂມງ ສອນຂອງຄູ, ການປະເມີນຜົນ ງານຂອງຄູ ແລະ ຜູ້ບໍລິຫານໂຮງ ຮຽນກໍຄືນະໂຍບາຍດ້ານຕ່າງໆ ໃຫ້ມີຄວາມສອດຄ່ອງກວ່າເກົ່າ, ໄປພ້ອມໆກັບການປັບປຸງນິຕິກຳ ອື່ນໆທີ່ກ່ຽວຂ້ອງກັບຄູເປັນຕົ້ນ ແມ່ນກ່ຽວກັບຄູອາສາສະໝັກ ແລະ ຄູສັນຍາຈ້າງທີ່ມີຢູ່ແລ້ວ. ທ່ານ ນາງ ແສງເດືອນ ຫຼ້າຈັນ ທະບູນ ຍັງໄດ້ຮຽກຮ້ອງມາຍັງ ຄູ-ອາຈານ ຈົ່ງຍົກສູງຄວາມຮັບ ຜິດຊອບຂອງຕົນເຂົ້າໃນການ ອົບຮົມສັ່ງສອນ ແລະ ສິດສອນ ນັກຮຽນໃຫ້ມີຄວາມຮູ້, ຄວາມ ສາມາດ, ມີຄຸນສົມບັດສິນທໍາປະ ຕິວັດ, ປະຕິບັດຈັນຍາບັນຂອງຄູ ໃຫ້ເລິກເຊິ່ງໃຫ້ສົມກັບຄຳວ່າຄູ ເປັນແມ່ພິມຂອງຊາດ. ການສະເຫຼີມສະຫຼອງວັນຄູ ແຫ່ງຊາດທຸກໆປີແມ່ນເພື່ອປຸກລະ ດົມຈິດໃຈໃຫ້ທົ່ວສັງຄົມໄດ້ສະ ແດງອອກເຖິງການສົ່ງເສີມ, ເຊີດ ຊູບົດບາດ, ກຽດສັກສີຂອງຄູ- ອາຈານໃຫ້ສູງຂຶ້ນ, ທັງເປັນການ ໂຄສະນາເຜີຍແຜ່ຜົນງານ, ຄຸນ ງາມຄວາມດີຂອງ ຄູ-ອາຈານ ໃຫ້ ທຸກຄົນໃນສັງຄົມໄດ້ຮັບຮູ້ເຖິງຜົນ ງານຂອງຄູ ພ້ອມທັງສະແດງ ອອກເຖິງຄວາມກະຕັນຍູ, ຮູ້ບຸນ ຄຸນຕໍ່ຄູ-ອາຈານທີ່ໄດ້ສິດສອນ ໃຫ້ຄວາມຮູ້ແກ່ຕົນ ນັບທັງອາດີດ ກໍຄືປັດຈຸບັນ. ໃນສົກຮຽນ 2017-2018, ລັດຖະກອນທົ່ວຂະແໜງການສຶກ ສາທິການ ແລະ ກິລາ ມີທັງໝົດ 85.812 ຄົນ, ຍິງ 44.455 ຄົນ, ໃນນັ້ນລັດຖະກອນຄູ 76.528 ຄົນ, ຍິງ 40.951 ຄົນ ແລະ ລັດ ຖະກອນບໍລິຫານ 9.284 ຄົນ, ຍິງ 3.504 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ