ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຫົວໜ້າການເມືອງກອງພົນທີ 5 ໂອ້ລົມພະນັກງານ ຢູ່ກອງກັນໃຫຍ່ 502
ເວລາອອກຂ່າວ: 2026-05-20 10:24:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 359 | ຄວາມນິຍົມ:



ວັນທີ 13 ພຶດສະພາ ນີ້, ສະຫາຍ ພົນຈັດຕະວາ ຄຳກົດ ອີນສີນາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 5 ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ຕິດຕາມການສັດລ້ຽງຢູ່ກອງພັນພັນໃຫຍ່ 502. ໃນການເຄື່ອນໄຫວພົບປະໂອ້ລົມ ແລະ ຊຸກຍູ້ການຜະລິດ ໃນຄັ້ງນີ້, ສະຫາຍ ພົນຈັດຕະວາ ກຳກົດ ອິນສີນາ ກໍ່ໄດ້ເນັ້ນໜັກໃຫ້ທຸກພາກສ່ວນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ມີຄວາມສາມັກຄີພາຍໃນກົມກອງ ເພື່ອພ້ອມກັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ມີຜົນສໍ່ເລັດຕາມຈຸດປະສົ່ງ ແລະ ຄາດໝາຍ. ພ້ອມນັ້ນຍັງໄດ້ຊີ້ນຳ ແລະ ໃຫ້ທິດທາງໃນການສ້າງເສດຖະກິດ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນ ເຊິງປັດຈຸບັນ ກອງພົນທີ 5 ມີງົວທັງໝົດ 118 ໂຕ ແລະ ມີຄວາຍ ທັງໝົດ 14 ໂຕ. ພາບ,ຂ່າວ: ໄຊຍະຄານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ