ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຄະນະປະຕິບັດງານພິເສດ ແຂວງສະຫັວນນະເຂດ ແລະ ແຂວງກວາງຈິ ເອກະພາບເນື້ອໃນ ທິດທາງແຜນການ ຊອກຄົ້ນອັດຖິທະຫານອາສະສະໝັກ ແລະ ຊ່ຽວຊານຫວຽດນາມ ປະຈໍາສົກປີ 2025-2026
ເວລາອອກຂ່າວ: 2026-05-20 10:39:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 366 | ຄວາມນິຍົມ:



ວັນທີ 19 ພຶດສະພາ ນີ້, ຄະນະປະຕິບັດງານພິເສດແຂວງສະຫັວນນະເຂດ ແລະແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດກອງປະຊຸມ ເອກພາບ ເນື້ອໃນ ທິດທາງແຜນການ ຊອກຄົ້ນ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ສປປ ລາວ, ຢູ່ພື້ນທີ່ແຂວງສະຫັວນນະເຂດ ປະຈຳສົກປີ 2025-2026 ເພື່ອຈັດພິທີກະກຽມຈັດສົ່ງກັບຄືນປະເທດ. ຄະນະປະຕິບັດງານພິເສດພາຍແຂວງສະຫັວນນະເຂດເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຄະນະປະຈຳພັກແຂວງ, ຮອງຫົວໜ້າຄະນະປະຕິບັດງານພິເສດຂັ້ນແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫັວນນະເຂດພ້ອມຄະນະ ແລະ ຝ່າຍແຂວງກວາງຈິ ນຳໂດຍສະຫາຍ ເລວັນບາວ ຮອງປະທານ ຄະນະກຳມະການປົກຄອງແຂວງ, ຫົວໜ້າຄະນະປະຕິບັດງານພິເສດຂັ້ນແຂວງພ້ອມຄະນະທຸກຂັ້ນ, ມີວິຊາການທັງສອງຝ່າຍເຂົ້າຮ່ວມ. ໃນພິທີ ສະຫາຍ ຫົວໜ້າຄະນະປະຕິບັດງານພິເສດແຂວງກວາງຈິ ແລະ ສະຫັວນນະເຂດ ໄດ້ພັດປ່ຽນກັນຂຶ້ນມີຄຳເຫັນ ແລະ ລາຍງານຜົນການເຄື່ອນໄຫວຕໍ່ວຽກງານການຊອກຄົ້ນ, ທ້ອນໂຮມອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ພື້ນທີ່ແຂວງສະຫັວນນະເຂດ ກັບຄືນປະເທດ ໃນລະດູແລ້ງ ສົກປີ 2025-2026 ແມ່ນມີຄວາມຫຍຸ້ງຍາກບາງດ້ານ ຄື: ສະພາບສິງແວດລ້ອມມີການປ່ຽນແປງຫຼາຍ ແລະ ຜູ້ທີ່ຮູ້ຂໍ້ມູນຈຸດຝັງສົບນັກຮົບທີ່ເສຍສະຫຼະຊີວິດ ນັບມື້ໜ້ອຍລົງ ສ່ວນຫຼາຍແມ່ນຜູ້ທີ່ມີອາຍຸສູງ, ສຸຂະພາບບໍ່ແຂງແຮງ, ບັດດາຂຸມທີ່ຝັງນັກຮົບສ່ວນຫຼາຍຢູ່ເຂດຫ່າງໄກສອກຫຼີກ. ເສັ້ນທາງເຂົ້າ ກໍມີຄວາມຫຍຸ້ງຍາກ ແຕ່ເຖິງຢ່າງໃດກໍຕາມ ຍ້ອນຄວາມເອົາໃຈໃສ່ຊີ້ນໍາ-ນໍາພາ ຂອງຄະນະພັກ, ອຳນາດການປົກຄອງ ແລະ ການປະສານສົມທົບເຄື່ອນໄຫວຂອງບັດດາພະແນກການ, ຂະແໜງການກຳລັງ ປກຊ-ປກສ ແລະ ປະຊາຊົນພາຍໃນແຂວງສະຫັວນນະເຂດ ຈຶ່ງອຳນວຍຄວາມສະດວກໃຫ້ພະນັກງານກອງປະຕິບັດງານພິເສດ 584, ກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ປະຈໍາແຂວງສະຫັວນນະເຂດ ໄດ້ສໍາຫຼວດ, ຊອກຫາ,ຂຸ ດຄົ້ນ ແລະ ທ້ອນໂຮມໄດ້ຈຳນວນ 12 ອັດຖິ . ປັດຈຸບັນນີ້, ແມ່ນກໍາລັງຈະກະກຽມນຳສົ່ງກັບຄືນປະເທດຢ່າງສົມກຽດ. ໃນກອງປະຊຸມ ຍັງໄດ້ປຶກສາຫາລືກວຽກງານການຊອກຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽນຊານຫວຽດນາມ ໃນສົກປີ 2026-2027 ໃຫ້ໄດ້ຮັບໝາກຜົນກວ່າເກົ່າ. ໃນຕອນທ້າຍທັງສອງຄະນະປະຕິບັດງານພິເສດສອງແຂວງ ກໍໄດ້ມອບຂອງຝາກໃຫ້ກັນ ແລະ ກັນ. ໂດຍ: ຄໍາໃສ ແລະ ພານິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ