ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ມອບເງິນຊ່ວຍເຫຼືອໃຫ້ກອງພົນທີ 5
ເວລາອອກຂ່າວ: 2026-05-20 10:40:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 381 | ຄວາມນິຍົມ:



ວັນທີ 19 ພຶດສະພາ 2026 ນີ້, ສະຫາຍ ພັນເອກ ເລວັນທຶກ ຫົວໜ້າການເມືອງ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ຕ່າງໜ້າ ບໍລິສັດ ມອບເງິນຊ່ວຍເຫຼືອໃນການກໍ່ສ້າງເຮືອນພະນັກງານບໍານານ ກອງພົນທີ 5 ຈຳນວນ 40.000.000 ກີບ. ກ່າວຮັບໂດຍສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ຫົວໜ້າການເມືອງ ກອງພົນທີ 5. ພ້ອມທັງສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະອໍານວຍການ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອພະນັກງານບຳນານ ກອງພົນທີ 5 ແລະ ສະຫາຍ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເງິນຈຳນວນດັ່ງກ່າວໄປຊ່ວຍກໍ່ສ້າງເຮືອນ ພະນັກງານບຳນານໃຫ້ມີສະພາບດີຂຶ້ນ. ຂ່າວ: ໄຊຍະຄານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ