ກົມໃຫຍ່ການເມືອງກອງທັບ ສືບຕໍ່ຍົກລະດັບວຽກງານການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ທົ່ວກົມກອງ
ເວລາອອກຂ່າວ: 2026-05-20 10:44:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 406 | ຄວາມນິຍົມ: ![]()
ໃນວັນທີ 20 ພຶດສະພາ 2026 ນີ້, ກົມໃຫຍ່ການເມືອງກອງທັບ ສືບຕໍ່ຈັດຕັ້ງປະຕິບັດວຽກງານອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບ ໂດຍການຂຶ້ນຫ້ອງບັນຍາຍເອກະສານຂອງ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າບັນນາທິການໜັງສືພິມກອງທັບ, ທັງເປັນຜູ້ຮັບຜິດຊອບພາກວິຊາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕອບຕ້ານຍຸດທະສາດ "ຫັນປ່ຽນໂດຍສັນຕິ" ແລະ ວຽກງານແນວຄິດ.
ຈຸດປະສົງຂອງການອົບຮົມ ກໍເພື່ອແນໃສ່ໃຫ້ຜູ້ທີ່ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມໝາຍ, ຄວາມສໍາຄັນ ຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມແນວທາງ ແລະ ທິດທາງໜ້າທີ່ຂອງພັກ ທີ່ວາງອອກໃນຮູບແບບ "ທົ່ວປວງຊົນ-ຮອບດ້ານ".
ພ້ອມດຽວກັນນັ້ນ, ບົດຮຽນດັ່ງກ່າວຍັງໄດ້ຍົກສູງສະຕິລະວັງຕົວ ໃຫ້ພະນັກງານ-ນັກຮົບ ຮຸ້ຈັກເລ່ຫຼ່ຽມ, ກົນອຸບາຍ "ຫັນປ່ຽນໂດຍສັນຕິ" ຂອງອິດທິກໍາລັງປໍລະປັກ ແລະ ວິທີການຕອບຕ້ານຢ່າງມີວິທະຍາສາດ. ທັງນີ້ ກໍເພື່ອແນໃສ່ຮັບປະກັນສະຖຽນລະພາບ, ຄວາມສະຫງົບຮຽບຮ້ອຍ, ສ້າງເງື່ອນໄຂອັນເອື້ອອໍານວຍໃຫ້ແກ່ການທໍາມາຫາກິນຂອງປະຊາຊົນ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ໃຫ້ມີຄວາມໝັ້ນຄົງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















