ຫ້ອງການກໍາມະບານກອງທັບ ລົງເຄືອນໄຫວຊຸກຍູ້ວຽກງານກໍາມະບານ ເເລະ ປາຖະກະຖາວັນກຳມະກອນສາກົນ ຄົບຮອບ 140 ຢູ່ ໂຮງງານຊິມັງລາວວັງວຽງ (ຫຼັງIII).
ເວລາອອກຂ່າວ: 2026-05-20 14:33:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 414 | ຄວາມນິຍົມ: ![]()
ໃນວັນທີ 19 ພຶດສະພາ 2026, ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຫົວໜ້າຫ້ອງການກໍາມະບານກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານກຳມະບານ ເເລະ ປາຖະກະຖາວັນກຳມະກອນສາກົນ ຄົບຮອບ 140 (1 ພຶດສະພາ 1886-1 ພຶດສະພາ 2026), ຢູ່ໂຮງງານຊິມັງລາວ (ຫຼັງIII) ໂດຍການຕ້ອນຮັບຂອງສະຫາຍ ທັນໃຈ ວົງວຽງເເກ້ວ ຮອງຜູ້ອຳນວຍການບໍລິສັດຊິມັງລາວວັງວຽງ ຈຳກັດ ພ້ອມດ້ວຍຄະນະໜ່ວຍພັກ, ມີຄະນະບໍລິຫານງານກຳມະບານ, ຄະນະໜ່ວຍສະຫະພັນເເມ່ຍິງ, ຫົວໜ້າໜ່ວຍກຳມະບານ, ມີບັນດາພະເເນກການ, ສະມາຊິກກຳມະບານ ເເລະ ເເຂກຖຶກເຊີນເຂົ້າຮ່ວມ.
ສະຫາຍ ວຽງເກດ ວິໄລສັກ ຮອງປະທານກຳມະບານ ໂຮງງານຊິມັງລາວວັງວຽງ (ຫຼັງIII) ໄດ້ລາຍງານການເຄື່ອນໄຫວວຽກງານກຳມະບານໂຮງງານ ຊິມັງລາວວັງວຽງ ຈຳກັດ (ຫຼັງ III) ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ໃນນີ້, ອັນພົ້ນເດັ່ນ ໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປຸກລະດົມພະນັກງານ-ກຳມະກອນ ໃຫ້ເຂົາເຈົ້າຮັບຮູ້ ເຊື່ອມຊຶມພັນທະໜ້າທີ່ຂອງຕົນ, ເປັນເຈົ້າການໃນການເຄື່ອນໄຫວສ້າງຂະບວນການດ້ານຕ່າງໆ ດ້ວຍການນໍາເອົາບັນດາມະຕິຄຳສັ່ງ ຂອງກຳມະບານຂັ້ນເທິງ ແລະ ແຜນການ ຕ່າງໆທີ່ຄະນະພັກ-ຄະນະອຳນວຍການ ໂຮງງານວາງອອກ ມາຜັນຂະຫຍາຍ ເປັນຂະບວນການເຄື່ອນໄຫວຂອງຕົນ ໃນແຕ່ລະໄລຍະເປັນຕົ້ນ ຂະບວນການ ຜະລິດໃຫ້ບັນລຸຕາມແຜນການ ຫຼື ຫຼື່ນແຜນການ, ຮັບປະກັນຄຸນນະພາບ ແລະ ຄວາມປອດໄພ, ການບຳລູງຮັກສາ ແລະ ສ້ອມແປງເຄື່ອງຈັກ ອຸປະກອນ, ຂະບວນການອະນາໄມອຸດສາຫະກຳ ແລະ ຮັກສາສິ່ງແວດລ້ອມ, ການຮໍ່າຮຽນຍົກລະດັບວີຊາສະເພາະນໍາສ້ຽວຊານຈີນ, ເອົາໃຈໃສ່ ປະກອບສ່ວນເຂົ້າໃນຂະບວນການ ປ້ອງກັນຄວາມສະຫງົບ ໃນຂອບເຂດ ໂຮງງານໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ວຽກງານວິຊາສະເພາະ ໃນ 1 ປີຜ່ານມາ ສາມາດຂຸດຄົ້ນ ແລະ ນຳເຂົ້າຫີນປູນໄດ້ 373.694,95 ໂຕນ, ນໍາເຂົ້າຖ່ານຫີນໄດ້ 36.685,47 ໂຕນ, ນໍາເຂົ້າຫີນກາວ 23.254,76 ໂຕນ, ຂຸດຄົ້ນ ແລະ ນໍາເຂົ້າດິນໜຽວແດງ 22.822,67 ໂຕນ, ຂຸດຄົ້ນ ແລະ ນໍາເຂົ້າດິນໜຽວຂາວ 615,88 ໂຕນ, ຂຸດຄົ້ນ ແລະ ນຳເຂົ້າຊາຍພູ 17.988,40 ໂຕນ, ຜະລິດກະລິງເກີ 232.560,12 ໂຕນ, ຜະລິດຊີມັງຝຸ່ນ 486.957,40 ໂຕນ, ຈຳໜ່າຍຊີມັງ 480.772,25 ໂຕນ, ນໍາເຂົ້າກຣິງເກີ 182.217,00 ໂຕນ
ໂອກາດນີ້, ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກຳມະບານ ໂຮງງານ ຊິມັງວັງວຽງລາວ (ຫຼັງ III) ທີ່ຍາດມາໄດ້ ພ້ອມທັງໄດ້ຫວນຄືນມູນເຊຶ້ອ ວັນກຳມະກອນສາກົນ ຄົບຮອບ 140ປີ ( 1 ພຶດສະພາ 1886-1 ພຶດສະພາ 2026), ນອກຈາກນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ສືບຕໍ່ກຳແໜ້ນແນວທາງນະໂນບາຍຂອງພັກ, ຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປັບປຸງກໍ່ສ້າງຕົນເອງ, ຍົກສູງຄວາມຮູ້ຄວາມສາມາດ, ເປັນເຈົ້າການເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເປັນຕົ້ນແມ່ນທາງດ້ານແນວຄິດການເມືອງໃຫ້ໜັກແໜ້ນເຂັ້ມແຂງ, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິລະວັງຕົວຕໍ່ການຈຳແນກໄດ້ມິດສັດຕູ, ປັບປຸງລະບອບແບບແຜນວິທີເຮັດວຽກ, ເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດຈະແຈ້ງ, ສ້າງຄວາມສາມັກຄີພາຍໃນໃຫ້ເປັນເອກະພາບ ເອົາໃຈໃສ່ຜັນຂະຫຍາຍປະຕິບັດຄຳຂັວນ 5 ເປັນເຈົ້າຂອງກໍາມະບານລາວວາງອອກ ເພື່ອເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















