ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ໂຮງຮຽນທະຫານຊາຍແດນ 712 ເປີດຊຸດອົບຮົມບຳລຸງວຽກງານສືບຂ່າວຊາຍແດນໄລຍະສັ້ນ ຊຸດທີⅠ
ເວລາອອກຂ່າວ: 2026-05-20 14:38:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 430 | ຄວາມນິຍົມ:



ວັນທີ 18 ພຶດສະພາ 2026 ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ເປີດຊຸດອົບຮົມບຳລຸງວຽກງານສືບຂ່າວຊາຍແດນໄລຍະສັ້ນ (ລະບົບ 03 ເດືອນ) ຊຸດທີ Ⅰ ໃຫ້ພະນັກງານວິຊາການສືບຂ່າວຊາຍແດນຂັ້ນໝວດ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການກອງບັນຊາທະຫານຊາຍແດນ, ມີຕາງໜ້າບັນດາຫ້ອງທີ່ຂຶ້ນກັບກອງບັນຊາການທະຫານຊາຍແດນ, ຄະນະພັກ-ຄະນະບັນຊາ, ພະແນກການ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນໂທ ກອງມີ ໄຊຍະຫວັດ ຮອງຫົວໜ້າພະແນກອົບຮົມໂຮງຮຽນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດເປີດຊຸດ ອົບຮົມບຳລຸງວຽກງານສືບຂ່າວຊາຍແດນໄລຍະສັ້ນ ຊຸດທີⅠໃຫ້ພະນັກງານວິຊາການສືບຂ່າວຊາຍແດນຂັ້ນໝວດ ຂອງໂຮງຮຽນທະຫານຊາຍແດນ 712 ສົກຮຽນ 2026 ,ໂດຍອີງຕາມຂໍ້ຕົກລົງຂອງກົມ ໃຫຍ່ເສນາທິການກອງທັບ ວ່າດ້ວຍການນຳໃຊ້ຫຼັກສູດບຳ ລຸງວຽກງານສືບຂ່າວຊາຍແດນ ໄລຍະສັ້ນ ໃຫ້ພະນັກງານວິຊາການສືບຂ່າວຊາຍແດນຂັ້ນໝວດ ກົມກອງທະຫານຊາຍແດນກອງທັບປະຊາຊົນລາວ, ເຊິ່ງ ການຈັດຕັ້ງອົບຮົມບຳລຸງວຽກ ງານສືບຂ່າວຊາຍແດນໃນຄັ້ງນີ້ ກໍເພື່ອແນໃສ່ຍົກສູງລະດັບ ຄວາມຮູ້-ຄວາມສາມາດ ທາງດ້ານທິດສະດີຫຼັກການກ່ຽວກັບວຽກງານວິຊາສະເພາະສືບ ຂ່າວຊາຍແດນ ໃຫ້ແກ່ພະນັກງານ-ນັກຮົບວິຊາການສືບຂ່າວ, ຮູ້ໝູນໃຊ້ເຂົ້າໃນສະພາບການ ຕົວຈິງຢູ່ໃນກົມກອງ, ຮູ້ວິທີເກັບກໍາຂ່າວ, ວິໄຈ, ພິສູດ, ສະໜອງຂ່າວໃຫ້ຜູ້ບັນຊາໃນການສ້າງແຜນການ ແລະ ວາງຄວາມຕັດສິນໃຈສູ້ຮົບຖືກ ຕ້ອງ, ຊັດເຈນ, ເພື່ອຕອບສະໜອງໄດ້ຕາມ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ. ການອົບຮົມໃນຄັ້ງນີ້ ຈະໃຊ້ເວລາທັງໝົດ 92 ວັນ ຈຶ່ງຈະສຳເລັດຕາມແຜນການ. ໂອກາດນີ້, ສະຫາຍ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ໄດ້ເນັ້ນໜັກໃຫ້ແຕ່ລະພາກ ສ່ວນ ສຶບຕໍ່ປັບປຸງຍົກລະດັບເພີ່ມທະວີຄວາມສາມັກຄີ, ສ້າງແນວຄິດ-ຈິດໃຈ, ປັບປຸງກົມກອງໃຫ້ມີລະບຽບ ແບບແຜນດ້ານທິດສະດີ-ຫຼັກ ການໃຫ້ມີຄຸນນະພາບ, ໄດ້ມາດຖານດ້ານວັດຖຸ, ຮູ້ໝູນໃຊ້ອຸປະກອນໃນການສິດສອນໃຫ້ສອດຄ່ອງ ແລະ ປະຕິບັດຕາມຫຼັກການ, ສຸມທຸກສະຕິປັນຍາເຮັດໃຫ້ບັ້ນ ເຝິກອົບຮົມບຳລຸງວຽກງານສືບຂ່າວຊາຍແດນໃນຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ໄດ້ຮັບໝາກຜົນສູງ. ໂດຍ: ພິລະສອນ ວັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ