ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ກອງ​ບັນຊາ​ການ​ທະຫານ​ເມືອງ​ສະໜາມ​ໄຊ ເປີດ​ຊຸດ​ອົບຮົມ​ຫັດ​ແອບ ການ​ທະຫານ, ການເມືອງ,ພະລາທິການ-ເຕັກນິກ ປະຈຳ​ປີ 2026
ເວລາອອກຂ່າວ: 2026-05-21 08:50:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ໃນ​ຕົ້ນ​ເດືອນ ພຶດສະພາ 2026 ຜ່ານ​ມາ​ນີ້, ກອງ​ບັນຊາ​ການ​ທະຫານ​ ເມືອງ​ສະໜາມ​ໄຊ ແຂວງ​ອັດ​ຕະ​ປື ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ຊຸດ​ອົບຮົມ-ຫັດ​ແອບ ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ປະຈຳ​ປີ 2026, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ສອນ ສຸດທິ​ຈັກ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ສະໜາມ​ໄຊ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກ ງານ-ນັກຮົບ​ທົ່ວ​ກົມ​ກອງ​ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ຕີ ສຸ​ລິ​ຄຳ ມະຫາ​ໄຊ ຮອງ​ພະ​ແນກ​ເສນາ​ທິ​ການ ໄດ້​ຂຶ້ນ​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ ການເມືອງ, ການ​ທະຫານ, ພະລາ ທິການ-ເຕັກນິກ ປະຈຳ​ປີ 2026, ໂດຍ​ອີງ​ຕາມ​ຄຳ​ສັ່ງ​ຂອງ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ ອັດ​ຕະ​ປື ວ່າ​ດ້ວຍ ການ​ອົບຮົມ-ຫັດ​ແອບ ການ ເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ, ອີງ​ຕາມ​ແຜນການ​ອົບຮົມ-ຫັດ​ແອບ ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ຂອງ​ກອງ​ກອງ ​ບັນຊາ​ການ​ທະຫານ​ເມືອງ​ສະໜາມ​ໄຊ ປະຈຳ​ປີ 2026 ເພື່ອ​ຍົກ​ລະດັບ​ຄວາມ​ຮູ້-ຄວາມ​ສາມາດ​ທາງ​ດ້ານ​ສິນລະປະ​ຍຸດ-ຍຸດທະວິທີ​ໃຫ້​ນາຍ ແລະ ພົນທະຫານ​ໃນ​ທົ່ວ​ກົມ​ກອງ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ, ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ແນ່ນອນ, ມີ​ພິກໄຫວ​ຄ່ອງ​ແຄ້ວ​ຍູ້​ແຮງ​ໃຫ້​ພະນັກງານ-ນັກຮົບ​ໄດ້​ປະຕິບັດ​ຂໍ້​ກຳນົດ-ກົດ​ລະບຽບ​ສ້າງ​ກົມ​ກອງ​ໃຫ້​ມີ​ລະບຽບ​ວິ​ໃນ​ເຂັ້ມ​ງວດ, ສ້າງ ແລະ ປັບປຸງ​ກົມ​ກອງ​ໃຫ້​ເປັນ​ກົມ​ກອງ​ຕົວ​ແບບ​ດ້ານ​ລະບຽບ​ວິ​ໃນ, ສ້າງ​ໃຫ້​ນາຍ ແລະ ພົນທະຫານ​ມີ​ສຸຂະພາບ​ແຂງ ແຮງ, ທົນ​ທານ, ແຂງ​ແກ່ນ​ຮັບປະກັນ​ການ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ ແລະ ຮັບ​ໃຊ້​ໜ້າທີ່​ທີ່​ພັກ-ລັດ​ມອບ​ໝາຍ​ໃຫ້​ມີ​ຜົນສຳເລັດ ເຊິ່ງ​ໄດ້​ແບ່ງ​ອອກ​ເປັນ 6 ພາກ​ຄື: ພາກ​ຄວາມ​ຮູ້​ທົ່ວ​ໄປ 30 ວັນ, ພາກ​ອົບຮົມ​ການເມືອງ 10 ວັນ, ພາກ​ພະລາ​ທິ​ການ 9 ວັນ, ພາກ​ເຕັກນິກ 8 ວັນ, ພາກ​ສິນລະປະ​ຍຸດ​ທະຫານ​ຮາບ 35 ວັນ, ພາກ​ອົບຮົມ​ຍຸດທະວິທີ​ທະຫານ​ຮາບ 40 ວັນ, ການ​ອົບຮົມ​ໃນ​ຄັ້ງ​ນີ້​ຈະ​ໄດ້​ດຳເນີນ​ເປັນ​ເວລາ 180 ວັນ ຈິ່ງ​ຈະ​ສຳເລັດ, ຈາກ​ນັ້ນ ສະຫາຍ ຮ້ອຍ​ເອກ ສີວິໄລ ບຸນ​ນະ​ວົງ ຮອງ​ພະແນກການ​ເມືອງ ກໍໄດ້​ຂຶ້ນ​ຜ່ານ​ຂໍ້​ແຂ່ງຂັນ​ຂອງ​ກົມ​ກອງ ວ່າ​ດ້ວຍ​ແຂ່ງຂັນ​ໃນ​ເວລາ​ອົບຮົມ-ຫັດ​ແອບ ຈາກ​ນັ້ນ ສະຫາຍ ປະທານ​ກໍ​ໄດ້​ສຳຜັດ​ມື​ຮັບ​ເອົາ​ຂໍ້​ແຂ່ງຂັນ, ການ​ອົບຮົມ​ໃນ​ຄັ້ງ​ນີ້​ເປັນ​ການ​ແນໃສ່​ສ້າງ​ຂະ​ບວນ​ການ​ຮອບດ້ານ​ທົ່ວ​ກອງ​ບັນຊາ​ການ​ທະຫານ​ເມືອງ​ສະໜາມ​ໄຊ ເພື່ອ​ອົບຮົມ-ຫັດ​ແອບ ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ແລະ ວິຊາ​ສະເພາະ​ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ, ພ້ອມ​ກັນ​ປົກ​ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ທາດ​ແທ້​ມູນເຊື້ອ​ພິລະ​ອາດ​ຫານ​ຂອງ​ກອງທັບ ປະຊາຊົນ​ລາວ​ໃຫ້​ໜັກ ​ແໜ້ນ​ເຂັ້ມແຂງ, ເລັ່ງ​ໃສ່​ໃຫ້​ພະນັກງານ-ນັກຮົບ​ຄົ້ນຄວ້າ​ຮ່ຳຮຽນ​ທິດ​ສະ​ດີ​ຫຼັກການ, ຮຽນ​ໄດ້, ຮຽນ​ເກັ່ງ, ມີ​ທັດສະນະ​ຍົກ​ສູງ​ຄວາມ​ຕື່ນ​ຕົວ, ຄວາມ​ຮັບຜິດຊອບ​ໃນ​ການ​ອົບຮົມ-ຫັດ​ແອບ​ຮ່ຳຮຽນ​ໃຫ້​ມີ​ລະບຽບ​ວິ​ໃນ. ໂດຍ: ພອນ​ສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ