ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ໜ່ວຍ​ຊາວ​ໜຸ່ມ ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ ສະຫຼຸບ​ຕີ​ລາຄາ​ການເຄື່ອນໄຫວ​ວຽກ​ງານ 6 ເດືອນ​ຕົ້ນ​ປີ 2026
ເວລາອອກຂ່າວ: 2026-05-21 08:52:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ໃນ​ວັນ​ທີ 18 ພຶດສະພາ 2026 ນີ້, ໜ່ວຍ​ຊາວ​ໜຸ່ມ ຫໍ​ພິ​ພິ​ທະ​ພັນ ​ປະຫວັດສາດ​ກອງທັບ (​ຫພທ) ໄດ້​ຈັດ​ກອງ​ປະຊຸມ ສະຫຼຸບ​ຕີ​ລາຄາ​ການເຄື່ອນໄຫວ​ວຽກ​ງານ 6 ເດືອນ​ຕົ້ນ​ປີ 2026 ແລະ ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2026, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ວ່າ​ຊົງ ໄຟ​ດໍ້​ຊົວ​ຕົງ ຫົວໜ້າ​ພະ​ແນກ​ບໍລິຫານ ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ, ມີ​ບັນດາ​ສະມາຊິກ​ຊາວ​ໜຸ່ມ​ທົ່ວ​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ອຳ​ນາຍ ເພັດ​ລາ​ວັນ ເລຂາ​ໜ່ວຍ​ຊາວ​ໜຸ່ມ ​ຫພທ ໄດ້​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ການ ເຄື່ອນ​ໄຫວ​ວຽກ​ງານ​ຊາວ​ໜຸ່ມ 6 ເດືອນ​ຕົ້ນ​ປີ 2026 ແລະ ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2026, ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ ແລະ ບາງ​ບົດຮຽນ​ທີ່​ສາມາດ​ຖອດ​ຖອນ​ໄດ້​ໃນ​ໄລຍະ​ຜ່ານ​ມາ ເປັນຕົ້ນ​ແມ່ນ ໃນ​ຕະຫຼອດ 6 ເດືອນ​ຜ່ານ​ມາ ຄະນະ​ຊາວ​ໜຸ່ມ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ, ຜ່ານ​ການ​ລວມ​ຈຸ ແລະ ລວມ​ໜ່ວຍ​ໃນ​ແຕ່​ລະ​ເດືອນ ເຮັດ​ໃຫ້​ບັນດາ​ສະມາຊິກ​ມີ​ແນວ​ຄິດ​ອຸ່ນ​ອຽງ​ທຸ່ນ​ທຽງ​ຕໍ່ໜ້າ​ທີ່​ວຽກ​ງານ​ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້, ມີ​ຄວາມ​ຕື່ນ​ຕົວ​ຫ້າວຫັນ ເຮັດ​ສຳເລັດ​ໜ້າທີ່​ຂອງ​ຕົນ​ຢ່າງ​ມີ​ປະ​ສິດທິ​ຜົນ ແລະ ຕໍ່​ເນື່ອງ ໂດຍ​ຖື​ເອົາ​ຂໍ້​ແຂງ​ຂັນ 4 ບຸກ​ຂອງ​ຊາວ​ໜຸ່ມ​ມາ​ຈັດ​ຕັ້ງ​ປະຕິບັດ. ນອກ​ນີ້, ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍ ການ​ອະນຸມັດ​ໃຫ້​ສະມາຊິກ​ພົ້ນ​ກະສຽນ​ອອກ​ຈາກ​ອົງ​ການຈັດຕັ້ງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ຈຳນວນ 3 ສະຫາຍ ແລະ ໄດ້​ມອບ​ໃບ​ຍ້ອງຍໍ​ຈາກ ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ໃຫ້​ກັບ​ບັນດາ​ສະຫາຍ​ຜູ້​ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ເຂົ້າ​ຮ່ວມ​ເປັນ​ກ້ອງ​ກຳລັງ​ອວຍພອນ​ຜົນສຳເລັດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ ຄັ້ງ​ທີ IX ຂອງ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ. ໂດຍ: ສີ​ພອນ ພົມ​ມະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ