ເປີດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ແລະ ພະລາທິການ ໃຫ້ກອງຮ້ອຍກຳລັງສຳຮອງ ປ້ອງກັນຊາດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ເວລາອອກຂ່າວ: 2026-05-21 10:11:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 463 | ຄວາມນິຍົມ: ![]()
ໃນວັນທີ 19 ພຶດສະພາ 2026 ນີ້, ທີ່ສະໂມສອນເມືອງຕົ້ນເຜີ້ງໄດ້ເປີດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ ແລະ ພະລາທິການ ໃຫ້ກອງຮ້ອຍກຳລັງສຳຮອງປ້ອງກັນຊາດ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ມີ ສະຫາຍ ພົນຈັດຕະວາ ເພັດສະຫວ່າງ ຫຼ້າວົງຄຳ ຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ, ສະຫາຍພັນເອກ ແສງເພັດ ແສງມະນີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ, ສະຫາຍ ອຸ່ນຄໍາ ທໍາມະເລິດ ກຳມະການພັກແຂວງ ເລຂາພັກເມືອງຕົ້ນເຜິ້ງ, ມີຄະນະບໍລິຫານງານພັກເມືອງ, ນາຍ ແລະ ພົນທະຫານ, ຕາງໜ້າບັນດາຫ້ອງການອ້ອມຂ້າງເມືອງ, ອົງການປົກຄອງບ້ານ ຕະຫຼອດຮອດຄະນະຮັບຜິດຊອບ, ຄູຝຶກ ແລະ ກຳລັງສໍາຮອງຈາກບັນດາບ້ານທົ່ວເມືອງເຂົ້າຮ່ວມ.
ສະຫາຍ ພັນໂທ ສຸບິນ ສີຫາລາດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການເປີດຊຸດອົບຮົມ-ຫັດແອບ ໃຫ້ກອງຮ້ອຍກຳລັງສຳຮອງປ້ອງກັນຊາດເມືອງຕົ້ນເຜີ້ງແຂວງບໍ່ແກ້ວ. ຈາກນັ້ນ ສະຫາຍ ພັນໂທ ສັນຕິສຸກ ແຫວນວົງປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງຕົ້ນເຜິ້ງ ໄດ້ຜ່ານບົດລາຍງານການກະກຽມຄວາມພ້ອມການກໍ່ສ້າງກອງຮ້ອຍກຳລັງສຳຮອງທີ່ຄະນະຮັບຜິດຊອບຂອງເມືອງໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າບົນພື້ນຖານເຫັນໄດ້ຄວາມສຳຄັນຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ຊາວໜຸ່ມພາຍໃນເມືອງປະກອບສ່ວນຮັບໃຊ້ໜ້າທີ່ຢ່າງເປັນຂະບວນ ເຊິ່ງມີຈຳນວນພົນເຂົ້າຮ່ວມທັງໝົດ 131 ສະຫາຍ. ການຝຶກອົບຮົມ-ຫັດແອບຈະໄດ້ດຳເນີນເປັນເວລາ 7 ວັນຈຶ່ງຈະສຳເລັດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ໄດ້ມີຄຳເຫັນໂອ້ລົມ ການສ້າງຕັ້ງກໍາລັງສໍາຮອງ ຢູ່ຕາມທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ການສ້າງຕັ້ງກອງຮ້ອຍກໍາລັງສໍາຮອງຂອງເມືອງຕົ້ນເຜີ້ງ ແມ່ນປະຕິບັດແນວທາງການທະຫານຂອງພັກໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປັນການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ໂດຍສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍສູ້ຮົບເອກະລາດ, ສ້າງບ້ານເປັນບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ.
ຂ່າວໂດຍ: ນີ່ ທຳມະວົງ.
ພາບໂດຍ: ສຸດທິແດນ ລັດຕະນະ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















