ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ແຂ່ງຂັນກິລາມິດຕະພາບ ເນື່ອງໃນໂອກາດເປີດການຫັດແອບຊ້ອມຮົບ ປະຈໍາສົກຮຽນ 2025-2026 ຢູ່ ວປກ.
ເວລາອອກຂ່າວ: 2026-05-21 10:41:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 510 | ຄວາມນິຍົມ:



ໃນລະຫວ່າງ ວັນທີ 19-20 ພຶດສະພາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປີດຂະບວນການແຂ່ງຂັນກິລາມິດຕະພາບ ລະຫວ່າງ ຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາບັນດາວິທະຍາຄານ, ໂຮງຮຽນ ແລະ ຄູ-ອາຈານ, ນັກສຶກສາ ທີ່ເຂົ້າຮ່ວມຊ້ອມຮົບ ປະຈໍາສົກຮຽນ 2025-2026 ໂດຍການເຂົ້າຮ່ວມຂອງ ຄະນະນໍາກະຊວງປ້ອງປະເທດ, ຄະນະພັກ-ຄະນະອໍານວຍການ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ວິທະຍາຄານພະລາທິການກອງທັບ, ວິທະຍາຄານເຕັກນິກການທະຫານ ແລະ ໂຮງຮຽນທິດສະດີການເມືອງກອງທັບ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ການສ້າງຂະບວນການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້, ໂດຍມີຈຸດປະສົງ ແນໃສ່ເພື່ອເປັນການຮັດແໜ້ນຄວາມສາມັກຄີ, ໄມຕີຈິດມິດຕະພາບລະຫວ່າງຄະນະນໍາຊວງປ້ອງກັນປະເທດ ກັບ ຄະນະນໍາແຕ່ລະພາກສ່ວນທີ່ເຂົ້າຮ່ວມຊ້ອມຮົບ ປະຈໍາສົກຮຽນ 2025-2026 ຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ທັງເປັນການຝຶກຝົນກໍາລັງແຮງກາຍໃຫ້ມີສຸຂະພາບແຂງແຮງ ປະກອບສ່ວນເຂົ້າໃນການປະຕິບັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ. ເຊິ່ງການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້ມີ 2 ປະເພດກິລາ ຄື: ກິລາບານສົ່ງ ແລະ ກິລາເປຕັງ, ກິລາບານສົ່ງ ມີ 4 ທີມ, ກິລາເປຕັງ ມີ 4 ທີມ . ຜົນການແຂ່ງຂັນກິລາມິດຕະພາບແຕ່ລະປະເພດມີຄັ້ງນີ້: ລາງວັນຊະນະເລີດບານສົ່ງໄດ້ແກ່: ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຮອງຊະນະເລີດໄດ້ແກ່: ໂຮງຮຽນທິດສະດີການເມືອງກອງທັບ ແລະ ລາງວັນທີ 3 ຮ່ວມ ໄດ້ແກ່: ວິທະຍາຄານເຕັກນິກການທະຫານ ແລະ ວິທະຍາຄານພະລາທິການກອງທັບ. ລາງວັນຊະນະເລີດກິລາເປຕັງໄດ້ແກ່: ວິທະຍາຄານເຕັກນິກການທະຫານ, ຮອງຊະນະເລີດໄດ້ແກ່: ວິທະຍາຄານພະລາທິການກອງທັບ ແລະ ລາງວັນທີ 3 ຮ່ວມໄດ້ແກ່: ວິທະຍານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ໂຮງຮຽນ ທິດສະດີການເມືອງກອງທັບ. ໂດຍ: ເຂັງພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ