ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ກອງບັນຊາການທະຫານແຂວງອຸດົມໄຊ ມອບລົດເຊອາໃຫ້ 2 ກົມກອງ
ເວລາອອກຂ່າວ: 2026-05-21 10:48:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 777 | ຄວາມນິຍົມ:



ໃນວັນທີ 20 ພຶດສະພາ 2026 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບພາຫະນະລົດເຊອາໃຫ້ 2 ກົມກອງ ຄື: ພະແນກຂົນສົ່ງຫ້ອງພະລາທິການກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງບັນຊາການທະຫານເມືອງນາໝໍ້ ແຂວງອຸດົມໄຊ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນເອກ ຄຳສິງ ພອນປະເສີດ ຫົວໜ້າຫ້ອງເຕັກນິກກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ຄຳແສງ ສຸໄພວອນ ຮອງຫົວໜ້າຫ້ອງເຕັກນິກກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າກອງບັນຊາການທະຫານແຂວງອຸດົມໄຊ ວ່າດ້ວຍການມອບລົດເຊອາຈຳນວນ 2 ຄັນໃຫ້ 2 ກົມກອງຄື: ລົດເຊອາ ທະບຽນ ກທ 0018 ໃຫ້ພະແນກຂົ່ນສົ່ງຫ້ອງພະລາທິການ ແລະ ມອບລົດເຊອາ ທະບຽນ ກທ 0020 ໃຫ້ກອງບັນຊາການທະຫານເມືຶອງນາໝໍ້ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ເຄື່ອນໄຫວຮັບໃຊ້ໜ້າທີ່ວຽກງານລວມຂອງກົມກອງໃຫ້ໄດ້ຮັບຜົນດີ. ໂອກາດນີ້ ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ໄດ້ເນັ້ນໜັກໃຫ້ບັນດາກົມກອງທີ່ໄດ້ຮັບພາຫະນະໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບ, ຊຸກຍູ້ວຽກງານການເມືອງໃຫ້ນັກຂັບຂີ່, ບົວລະບັດຮັກສາກວດກາສະພາບເຕັກນິກເປັນປະຈຳ ເພື່ອຮັບປະກັນນໍາໃຊ້ເຂົ້າໃນວຽກງານລວມໃຫ້ໄດ້ຍາວນານ. ຂ່າວ-ພາບ: ຮຕ ນາງວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ