
ຄະນະພັກຮາກຖານບໍລິສັດສະຕາໂທລະຄົມ ສຳເລັດກອງປະຊຸມໃຫຍ່ ສະໄໝທີ II
ເວລາອອກຂ່າວ: 2019-10-08 08:58:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 599 | ຄວາມນິຍົມ:
ກອງປະຊຸມໃຫຍ່ສະໄໝ ທີ II ຂອງຄະນະພັກຮາກ ຖານ ບໍລິສັດສະຕາໂທລະຄົມ ໄດ້ໄຂ ຂຶ້ນ ໃນວັນທີ 4 ຕຸລາ ນີ້, ທີ່ ສໍານັກງານໃຫຍ່ ບໍລິສັດສະຕາ ໂທລະຄົມ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຕີ ຄໍາສີ ວົງຄໍາ
ຊາວ ກໍາມະການຄະນະປະຈໍາພັກ
ກະຊວງ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີສະ
ຫາຍຫົວໜ້າກົມຈັດຕັ້ງພັກກົມ
ໃຫຍ່ການເມືອງກອງທັບ, ສະ
ຫາຍເລຂາ, ຮອງເລຂາ, ພະນັກ
ງານສະມາຊິກພັກສົມບູນ-ສຳ ຮອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງບົດລາຍ
ງານການເມືອງ, ໃນການປະຕິ ບັດຄາດໝາຍສູ້ຊົນຂອງຄະນະ ພັກຮາກຖານບໍລິສັດສະຕາໂທ ລະຄົມທີ່ກ່ຽວຂ້ອງກັບວຽກງານ ໃນແຕ່ລະດ້ານ ໂດຍສະເພາະ ແມ່ນວຽກງານສຶກສາອົບຮົມ ການເມືອງແນວຄິດ ແລະ ຄຸ້ມ ຄອງພະນັກງານ-ສະມາຊິກພັກທົ່ວບໍລິສັດ,ຈັດຕັ້ງນໍາພາພະນັກງານ-ສະມາຊິກພັກປະຕິບັດແນວ ທາງນະໂຍບາຍ, ກົດລະບຽບ ຂອງພັກ, ກົດໝາຍຂອງລັດ ແລະ
ຂອງກອງທັບຮັບປະກັນສໍາເລັດ
ໜ້າທີ່ ແລະ ທິດທາງແຜນການ ມະຕິຄຳສັ່ງຂອງຄະນະພັກຂັ້ນ ເທິງ,ມະຕິນໍາພາຂອງຄະນະພັກ ບໍລິສັດ ວາງອອກ, ຊີ້ນໍາວາງແຜນ ແລະ ປະຕິບັດແຜນການວິທີເຮັດ ວຽກທີ່ມີວິທະຍາສາດຄວາມທັນ ສະໄໝ ໃນການປັບປຸງກໍ່ສ້າງກົມ ກອງໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງຕິດພັນກັບການສຶກສາອົບ ຮົມພະນັກງານສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ,ກໍ່ສ້າງມະຫາຊົນທີ່ມີຄວາມກ້າວໜ້າ ມີມາດຖານເງື່ອນໄຂຄົບຖ້ວນ ເພື່ອຂະຫຍາຍເຂົ້າເປັນສະມາ ຊິກພັກ ແລະຈັດຕັ້ງນໍາພາບໍລິສັດ ເຄື່ອນໄຫວວຽກງານວິຊາສະ ເພາະ,ຮັບປະກັນການຕິດຕໍ່ສື່ ສານໃຫ້ແກ່ການນໍາພັກ-ລັດກໍຄືກະຊວງປ້ອງກັນປະເທດໃນຂົງເຂດ,ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັບ ໃຊ້ສັງຄົມດ້ວຍຄວາມວ່ອງໄວ, ມີ ຄຸນນະພາບ, ຮັບປະກັນສ້າງລາຍ ຮັບໃຫ້ລື່ນແຜນການທີ່ກຳນົດ ແລະ ມອບອາກອນໃຫ້ລັດຢ່າງ ຄົບຖ້ວນ. ພ້ອມດຽວກັນນີ້ຍັງໄດ້ ວາງທິດທາງແຜນການນຳພາ ສືບຕໍ່ສ້າງກົມກອງໃຫ້ເປັນໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ, ຕາມ 5 ຫຼັກການ 3 ທິດນຳ ຂອງ ພັກວາງອອກ, ປັບປຸງກໍ່ສ້າງພະ
ນັກງານ-ສະມາຊິກພັກໃຫ້ມີ ຄວາມຮູ້-ຄວາມສາມາດໃນການ
ນໍາພາມີລະບຽບແບບແຜນ ຍູ້ແຮງການສ້າງກອງປອດໃສ ປອດໄພ ປອດຄະດີ ແລະ ມີຄວາມ
ເປັນລະບຽບຮຽບຮ້ອຍ ສະກັດ ກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ອັດ
ຕັນທ່ວງດຶງຕໍ່ກັບການພັດທະນາ ກົມກອງກໍຄືແຕ່ລະຫົວໜ່ວຍທຸ ລະກິດ ແລະ ຈັດຕັ້ງນໍາພາເຮັດ ວຽກງານພະລາທິການ, ແກ້ໄຂ ຊີວິດການເປັນຢູ່ຂອງພະນັກ ງານລວມໝູ່ສະມາຊິກພັກ-ນັກຮົບໂດຍປະຕິບັດນຳ້ໃຈເພິ່ງ ຕົນເອງ ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນ ຂອງຕົນໃຫ້ນັບມື້ດີຂຶ້ນເປັນ ກ້າວໆ.
ຫຼັງຈາກນັ້ນ, ຜູ້ແທນກອງປະ ຊຸມໄດ້ພ້ອມກັນໃຊ້ສິດຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກ ຮາກຖານຊຸດໃໝ່ ເຊິ່ງມີຜູ້ສະ ໝັກ ທັງໝົດ 9 ສະຫາຍຄັດເລືອກ ເອົາ 7 ສະຫາຍ, ເຊິ່ງການປ່ອນ ບັດຄັດເລືອກແມ່ນໄດ້ຕາມຄາດ ໝາຍໃນນີ້ໄດ້ເລືອກເອົາສະຫາຍ ພົນຈັດຕະວາ ອຸລະຫາ ທອງວັນ
ທາ ເປັນເລຂາຄະນະພັກຮາກ ຖານ, ສະຫາຍ ພັນເອກ ບີ
ມົວໄຟດາເຢຍຈາ ເປັນຮອງເລ
ຂາຄະນະພັກຮາກຖານ, ສະຫາຍ ພັນໂທ ວັນໄຊ ຈັນທະວົງ ເປັນ
ປະທານກວດກາພັກ, ສະຫາຍ
ພັນໂທ ບຸນມີ ມາລາວົງ ເປັນ ຮອງປະທານກວດກາພັກ, ສະ ຫາຍ ພັນໂທ ກິນດາວົງ ໂພ ທິ ສານ, ສະຫາຍ ພັນ ໂທ ນາງ ແກ້ວ
ເພັດ ຮັກນຸດ ແລະ ສະຫາຍ ພັນໂທ
ສົມ ພອນ ຈັນງາຄໍາ ເປັນກຳມະ ການຄະນະພັກຮາກຖານ. ກອງ ປະຊຸມຍັງໄດ້ປ່ອນບັດເລືອກເອົາ ຜູ້ແທນສົມບູນ ແລະ ສຳຮອງເພື່ອ ເຂົ້າຮ່ວມກອງປະຊຸມໃຫຍ່ຂອງ ອົງຄະນະພັກຂັ້ນເທິງຕື່ມອີກ.
ໂອກາດດັ່ງກ່າວ, ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ການ ຊີ້ນຳ-ນຳພາຂອງຄະນະພັກຊຸດ ເກົ່າ ຕໍ່ພະນັກງານ, ສະມາຊິກພັກ, ປະຕິບັດໜ້າທີ່ການເມືອງຂອງ ຕົນ ແລະ ຍາດໄດ້ຜົນສຳເລັດ ຫຼາຍໆດ້ານ, ໃນການພັດທະນາ ບໍລິສັດຮັບໃຊ້ສັງຄົມເປັນແຕ່ລະ ບາດກ້າວມາ. ພ້ອມດຽວກັນນັ້ນ ສະຫາຍຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກ, ພະນັກງານ- ນັກຮົບຈົ່ງເຊີດຊູຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ແລະ ພ້ອມ ກັນຈັດຕັ້ງປະຕິບັດຜົນຂອງກອງ ປະຊຸມຄັ້ງນີ້ໃຫ້ເກີດຜົນຕົວຈິງ, ສ້າງໃຫ້ກົມກອງມີຄວາມໜັກ ແໜ້ນທາງດ້ານການເມືອງ-ແນວ ຄິດ, ເຂັ້ມແຂງທາງດ້ານຈັດຕັ້ງ ແລະ ມີແບບແຜນນໍາພາທີ່ດີກາຍ ເປັນຫົວໜ່ວຍທຸລະກິດດ້ານໂທ ລະຄົມທີ່ມີຄຸນນະພາບອັນໃໝ່ ໃຫຍ່ຫຼວງກວ່າເກົ່າ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ