ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ
ເວລາອອກຂ່າວ: 2026-06-03 10:32:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 413 | ຄວາມນິຍົມ: ![]()
ວັນທີ 2 ມິຖຸນາ 2026 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ຊຽງທອງໄຫຼ ໄຊທະວົງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຜົ້ງສາລີ ຈຳນວນ 13 ສະຫາຍ ໃນນີ້, ເລື່ອນຊັ້ນພັນຕີຂຶ້ນຊັ້ນພັນໂທ 12 ສະຫາຍ ແລະ ເລື່ອນທຽບຊັ້ນພັນຕີຂຶ້ນຊັ້ນພັນໂທ 1 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍຜູ້ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ ແລະ ຮຽກຮ້ອງໃຫ້ບັນດາສະຫາຍຈົ່ງຍົກສູງຄວາມເປັນເຈົ້າການຕໍ່ໝ້າທີ່ການເມືອງຂອງຕົນເອງຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ ຕາມການມອບໝາຍຈາກຂັ້ນເທິງ, ຕ້ອງເປັນເຈົ້າການປະຕິບັດລະບຽບແບບແຜນ, ວິທີເຮັດວຽກໃຫ້ມີຄວາມກ້າວໜ້າຂຶ້ນກວ່າເກົ່າ, ມີຄວາມສາມັກຄີຮັກແພງພາຍໃນ-ພາຍນອກເປັນຢ່າງດີ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ, ຕາມການມອບໝາຍຂອງຂັ້ນເທິງ ເພື່ອພັດທະນາກົມກອງໃຫ້ມີແບບແຜນທັນສະໄໝຂຶ້ນໄປເລື້ອຍໆ.
ໂດຍ: ທອງໄຊ ແສງອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















