ເປີດຊຸດອົບຮົມວຽກງານຄຸ້ມຄອງອາວຸດ - ກະສູນໄລຍະສັ້ນຄັ້ງທີ I ທົ່ວທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2019-10-09 11:21:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 314 | ຄວາມນິຍົມ:
ພິທີເປີດຊຸດເຝິກອົບຮົມວຽກ ງານຄຸ້ມຄອງອາວຸດ-ກະສູນໄລ ຍະສັ້ນ ຄັ້ງທີ I ທົ່ວກອງບັນຊາ ການທະຫານແຂວງຫຼວງພະ ບາງ ໄດ້ຈັດຂຶ້ນໃນວັນທີ 7 ຕຸລາ ນີ້, ຢູ່ທີ່ສະໂມສອນກອງພັນ 415 ໂດຍການເປັນປະທານຂອງ ສະ
ຫາຍ ພັນເອກ ວິລ່ຽມ ວົງທິສານ
ຮອງເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງຫຼວງພະບາງ, ມີຄະນະພັກກອງບັນຊາການ, ຕາງ ໜ້າອົງການ 5 ຫ້ອງ, ຕະຫຼອດ ຮອດສໍາມະນາກອນຈາກບັນ ດາກົມກອງທົ່ວທະຫານແຂວງ ເຂົ້າຮ່ວມ.
ສະຫາຍ ພັນໂທ ບົວວອນ ສຸລິວົງ ຮອງເລຂາຄະນະພັກຮາກ ຖານ ຮອງຫົວໜ້າຫ້ອງເຕັກນິກ ທະຫານແຂວງ ໄດ້ຂຶ້້ນຜ່ານແຜນ ການອົບຮົມໂດຍໄດ້ໃຫ້ຮູ້ວ່າ: ການອົບຮົມແມ່ນຈະໄດ້ຮຽນກ່ຽວກັບປືນທະຫານຮາບຄື: ປືນສັ້ນ K-54, K-59, T-77, ປືນເຫຼັກຍາວ CKC, K-44, ແຊ
ແວແດ, ປືນກົນມື AK, ປືນກົນ ກາງ RPD, PKM, ປືນ B-41, ປືນ 12,7ມມ, ປືນຄົກ 60 ມມ
ແລະ 82 ມມ, ເຕັກນິກລູກກະ ສູນແມ່ນຈະໄດ້ຮຽນຄວາມຮູ້ພື້ນ ຖານກ່ຽວກັບກະສູນ, ການປະ ກອບສ້າງລູກປືນທະຫານຮາບ, ລູກປືນປ້ອງກັນອາກາດ, ລູກ
ປືນໃຫຍ່ໜ້າດິນ, ບັນດາແກັບ
ຫົວແຕກ ແລະ ເຄື່ອງໝາຍບັນດາ ຊະນິດລູກປືນ, ທາດແຕກ-ລູກ
ລະເບີດ-ມິນຈະໄດ້ໄດ້ຮຽນກ່ຽວ
ກັບນິຍາມ, ຄຸນປະໂຫຍດການ ນໍາໃຊ້, ແບ່ງປະເພດທາດລະເບີດ, ການປະກອບສ້າງ ແລະ ການ
ເກັບມ້ຽນທາດລະເບີດ, ບັນດາ
ຫຼັກການລວມເຊັ່ນ: ຫຼັກການ ຄວາມປອດໄພໃນເວລາຍົກ ຍໍສັບຊ້ອນ ແລະ ເຄື່ອນຍ້າຍຂົນ
ສົ່ງລູກກະສູນ. ວຽກງານບົວລະບັດບໍາລຸງຮັກສາປືນແມ່ນຈະໄດ້ອົບຮົມກ່ຽວກັບເນື້ອໃນ ຫຼັກການບົວລະບັດເຕັກນິກປົກ ກະຕິອາວຸດຍຸດໂທປະກອນ, ການບົວລະບັດບໍາລຸງຮັກສາ ເຕັກນິກຂັ້ນ 1 ແລະ ຂັ້ນ 2. ການ
ບົວລະບັດບໍາລຸງຮັກສາລູກກະ ສູນ ແລະ ການຫຸ້ມຫໍ່ລູກກະສູນ, ຄວາມປອດໄພໃນເວລາເຮັດ ວຽກນໍາລູກກະສູນ, ວຽກງານ ຄຸ້ມຄອງອາວຸດ-ລູກກະສູນແມ່ນ ຈະໄດ້ອົບຮົມກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດໜ້າທີ່ຂອງ ຍຸດໂທຂັ້ນກອງຮ້ອຍ ແລະ ກອງ
ພັນ, ສິດໜ້າທີ່ຂອງນາຍສາງອາ
ວຸດຍຸດໂທປະກອນ, 10 ລະບອບ
5 ຫຼັກການຄຸ້ມ ຄອງນໍາໃຊ້ອາວຸດ
ຍຸດໂທປະກອນຂອງກອງທັບ, ເຕັກນິກການສັບຊ້ອນເກັບມ້ຽນ ອາວຸດ-ກະສູນ, ບັນດາຮ່າງບັນ ຊີຕິດຕາມເຄື່ອງຢູ່ສາງ, ຮ່າງບັນ
ຊີຕິດຕາມການປະກອບ, ຮ່າງ ບົດສະຫຼຸບລາຍງານ, ຮ່າງການ ຊໍາລະຂາດຕົວ ແລະ ງົບປະມານ.
ການອົບຮົມແມ່ນຈະດໍາເນີນໄປ ຈົນເຖິງວັນທີ 23 ຕຸລາ 2019 ຈຶ່ງຈະສໍາເລັດຕາມແຜນການ.
ຈຸດປະສົງ ແລະ ຄາດໝາຍ
ຂອງການອົບຮົມໃນຄັ້ງນີ້ ເພື່ອ
ປັບປຸງ ແລະ ກໍ່ສ້າງກໍາລັງວິຊາ ສະເພາະໃຫ້ມີຄວາມຊໍານິຊໍານານ ຕໍ່ການຄຸ້ມຄອງນໍາໃຊ້ອາວຸດຍຸດ ໂທປະກອນຂອງກອງທັບ ແລະ ປະກອບພະນັກງານວິຊາສະ ເພາະໃຫ້ແຕ່ລະກົມກອງຮາກ ຖານຕອບສະໜອງໄດ້ຕາມໂຄງ ປະກອບ ທີ່ການຈັດຕັ້ງທີ່ຂັ້ນ ເທິງໄດ້ກໍານົດໄວ້, ເພື່ອຍົກລະດັບ ຄວາມຮູ້ຄວາມສາມາດຂອງພະ ນັກງານທີ່ເຮັດວຽກງານເຕັກ ນິກຍຸດໂທຕໍ່ວິຊາສະເພາະທີ່ໄດ້ ຮັບມອບໝາຍມີຄວາມໜັກແໜ້ນ
ທາງດ້ານການເມືອງ - ແນວຄິດ, ມີສີມືອາຊີບທີ່ແນ່ນອນ. ກໍາແໜ້ນ ດ້ານຄວາມຮູ້ພື້ນຖານການຄຸ້ມ ຄອງນໍາໃຊ້ອາວຸດຍຸດໂທປະກອນ ຂອງກອງທັບ ເພື່ອຮັບປະກັນ ເຮັດສໍາເລັດໜ້າທີ່ໃນການເຄື່ອນ ໄຫວສູ້ຮົບ.
ໂດຍ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ