ກອງພົນທີ 5 ເປິດຊຸດອົບຮົມໄລຍະສັ້ນ ພາກລະບຽບງົດງາມ ແລະ ຂໍ້ກຳນົດ, ກົດລະບຽບ
ເວລາອອກຂ່າວ: 2026-06-05 08:46:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ: ![]()
ວັນທີ 2 ມິຖຸນາ 2026 ນີ້, ທີ່ສະໂມສອນກອງພົນທີ 5 ໄດ້ຈັດພິທີເປິດຊຸດອົບຮົມໄລຍະສັ້ນ ພາກລະບຽບງົດງາມ, ຂໍ້ກຳນົດກົດລະບຽບ ໃຫ້ແກ່ພະນັກງານ-ນັກຮົບ ທົ່ວອົງການ 5 ຫ້ອງ ກອງພົນທີ 5, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5, ມີສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະຊວງປ້ອງກັນ
ປະເທດ, ຫົວໜ້າການເມືອງກອງພົນ ພ້ອມດ້ວຍຄະນະພັກ-ຄະນະບັນຊາຈາກອົງການ 5 ຫ້ອງ, ຕະຫຼອດຮອດພະນັກງານ-ນັກຮົບທົ່ວອົງການ 5 ຫ້ອງເຂົ້າຮ່ວມ.
ອີງຕາມແຜນການອົບຮົມໄລຍະສັ້ນ ພາກລະບຽບງົດງາມ, ຂໍ້ກຳນົດກົດລະບຽບ ໃຫ້ອົງການ 5 ຫ້ອງ ຂອງຫົວໜ້າກອງພົນທີ 5 ສະບັບເລກທີ 58/ກພ5, ລົງວັນທີ 7 ພຶດສະພາ 2026, ສະຫາຍ ພັນເອກ ໄຊສົມພອນ ດວງຈັນທາ ຮອງຫົວໜ້າຫ້ອງເສນາທິການກອງພົນທີ 5 ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງແຜນການເປິດຊຸດອົບຮົມໄລຍະສັ້ນ ປະຈຳປີ 2026 ກຳນົດເວລາ 15 ວັນ.
ການອົບຮົມໃນຄັ້ງນີ້, ເພື່ອຮັບປະກັນໃຫ້ນາຍ ແລະ ພົນທະຫານຮັບຮູ້, ເຊື່ອມຊຶມບັນດາຂໍ້ກຳນົດກົດລະບຽບ ຂອງກອງທັບ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ຢ່າງເຂັ້ມງວດ.
ໂດຍ: ໄຊຍະຄານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















