ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ສຳເລັດ​ການ​ເປັນ​ປະທານ​ຮ່ວມ​ກັບ ຣັດ​ເຊຍ ໃນ​ການ​ຈັດ​ກອງ​ປະຊຸມ ໜ່ວຍ​ງານ​ຜູ້​ຊ່ຽວຊານ​ດ້ານ​ການ​ເກັບ​ກູ້​ລະເບີດ​ເພື່ອ​ມະນຸດສະທຳ
ເວລາອອກຂ່າວ: 2026-06-05 08:50:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 226 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 21 ພຶດສະພາ-1 ມິຖຸນາ 2026 ນີ້, ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະເທດ ນຳ​ໂດຍ​ສະຫາຍ ພັນ​ເອກ ເຟືອງ​ໄຊ ມິ​ລາ​ກົງ ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ, ຫົວໜ້າ​ໜ່ວຍ​ງານ​ວິຊາ​ການ​ເຈົ້າ​ໜ້າທີ່​ອາວຸໂສ​ປ້ອງ​ກັນ​ປະເທດ​ອາ​ຊຽນ ແຫ່ງ ​ສປປ ລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຈາກ ຫ້ອງການ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ກົມ​ຊ່າງ​ແສງ, ສູນ 523, ຫ້ອງການ ​ຄຊກລ ແລະ ກົມ​ອົງ​ການຈັດຕັ້ງ​ສາກົນ ກະຊວງ​ການ​ຕ່າງປະເທດ ໄດ້​ສຳເລັດ​ການ​ເດີນທາງ​ໄປ ເປັນ​ປະທານ​ຮ່ວມ​ກັບ ຣັດ​ເຊຍ ຈັດ​ຕັ້ງກອງ​ປະຊຸມ​ໜ່ວຍ​ງານ​ຜູ້​ຊ່ຽວ ຊານ​ດ້ານ​ການ​ເກັບ​ກູ້​ລະເບີດ​ເພື່ອ​ມະນຸດສະທຳ ຄັ້ງ​ທີ 17 ແລະ ກອງ​ປະຊຸມ​ວາງ​ແຜນ​ຂັ້ນ​ສຸດ​ທ້າຍ ຂອງ​ການ​ເຝິກຊ້ອມ​ຮ່ວມ​ພາກ​ສະໜາມ​ຫຼາຍ​ຝ່າຍ ທີ່ ເມືອງ ນິ​​ສ​ນີ ໂນບ​ໂກ​ຣອດ ຣັດ​ເຊຍ, ມີ​ຄະນະ​ຜູ້​ແທນ​ຈາກ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ, ອາ​ຊຽນ-ບວກ, ກອງ​ເລຂາ​ອາ​ຊຽນ ແລະ ສູນ​ເກັບ​ກູ້​ລະເບີດ​ເພື່ອ​ມະນຸດສະທຳ​ອາ​ຊຽນ ທັງ​ໝົດ 17 ພາກສ່ວນ ເຂົ້າ​ຮ່ວມ ແລະ ເປັນ​ກຽດ​ໃຫ້​ກອງ​ປະຊຸມ​ໃນ​ຄັ້ງ​ນີ້, ມີ​ສະຫາຍ ອັງ​ເຣ ຈີ​​ຊ​ຊູບ ວ່າການ ເຈົ້າ​​ເແຂວງ ນິ​​ສ​ນີ ໂນບ​ໂກ​ຣອດ ແລະ ສະຫາຍ ພົນ​ໂທ ອີ​ວານ ໂພ​ເຕບ ຮອງ​ຜູ້​ບັນຊາ​ການ​ເຫຼົ່າ​ຮົບ​ຊ່າງ​ແສງ ສ ຣັດ​ເຊຍ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ແຂກ​ກິດ​ຕິ​ມະ​ສັກ ກ່າວ​ຕ້ອນຮັບ​ບັນດາ​ຄະນະ​ຜູ້​ແທນ ດັ່ງກ່າວ. ໃນ​ກອງ​ປະຊຸມ ໄດ້​ຮັບ​ຟັງ​ການ​ລາຍ​ງານ ຂອງ​ປະທານ​ຮ່ວມ ລາວ ແລະ ຣັດ​ເຊຍ ກ່ຽວ​ກັບ​ຜົນ​ຂອງ​ກອງ​ປະຊຸມ​ໜ່ວຍ​ງານ​ຜູ້​ຊ່ຽວຊານ ດ້ານ​ການ​ເກັບ​ກູ້​ລະເບີດ ເພື່ອ​ມະນຸດສະທຳ ຄັ້ງ​ທີ 16 ແລະ ກອງ​ປະຊຸມ​ວາງ​ແຜນ​ຂັ້ນ​ຕົ້ນ ທີ່​ຈັດ​ຂຶ້ນ ໃນ​ລະຫວ່າງ​ວັນ​ທີ 5-14 ທັນວາ 2025 ທີ່ ແຂວງ​ຫົວພັນ ແລະ ແລກປ່ຽນ ໃນ​ຫົວຂໍ້: ການ​ຮ່ວມ​ມື​ທີ່​ເປັນ​ຮູບ​ປະ​ທຳ ແລະ ບົດຮຽນ​ທີ່​ດີ​ທີ່​ສຸດ ຂອງ​ວຽກ​ງານ​ການ​ແພດ ໃນ​ຂົງເຂດ​ວຽກ​ງານ​ເກັບ​ກູ້​ລະເບີດ ເພື່ອ​ມະນຸດສະທຳ ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ວາງ​ແຜນ​ຂັ້ນ​ສຸດ​ທ້າຍ ເພື່ອ​ເປັນ​ເອກະ​ພາບ​ຕໍ່​ບົດ ຂອງ​ການ​ເຝີກ​ຊ້ອມ​ຮ່ວມ​ພາກ​ສະໜາມ​ຫຼາຍ​ຝ່າຍ ທີ່​ຈະ​ໄດ້​ຈັດ​ຂຶ້ນ ໃນ​ລະຫວ່າງ​ວັນ​ທີ 3-14 ກັນຍາ 2026 ນີ້, ທີ່​ສະໜາມ​ເຝິກຊ້ອມ ຂອງ​ວິທະຍາຄານ​ຊ່າງ​ແສງ ຂອງ ຣັດ​ເຊຍ ທີ່ ເມືອງ ນິ​​ສ​ນີ ໂນບ​ໂກ​ຣອດ. ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ ເປັນ​ປະທານ​ຮ່ວມ ໃນ​ຄັ້ງ​ນີ້, ຄະ ນະ​ປະທານ​ຮ່ວມ​ຝ່າຍ​ລາວ ຍັງ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ ແລະ ເຮັດ​ວຽກ ກັບ ວິທະຍາຄານ​ຊ່າງ​ແສງ ຂອງ​ກອງທັບ​ສະຫະພັນ ຣັດ​ເຊຍ ປະຈຳເມືອງ ນິ​​ສ​ນີ ໂນບ​ໂກ​ຣອດ ແລະ ເຂົ້າ​ຢ້ຽມຢາມ​ບັນດາ​ຫ້ອງ​ຮຽນ​ຕ່າງໆ ລວມ​ທັງ​ຫ້ອງ​ຮຽນ​ຜະລິດ​ເຮືອບິນ​ບໍ່​ມີ​ຄົນ​ຂັບ (ໂດຣນ) ແລະ ຫ້ອງ​ຮຽນ​ເຝິກຊ້ອມ​ການ​ກວດ​ກູ້​ລະເບີດ​ຕ່າງໆ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ