ກົມເຄມີສາດ ເປີດຂະບວນການແຂ່ງຂັນ ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ
ເວລາອອກຂ່າວ: 2026-06-08 15:35:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ: ![]()
ວັນທີ 5 ມິຖຸນາ 2026 ນີ້, ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດຂະບວນການແຂ່ງຂັນ ວຽກງານຮອບດ້ານ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ (26 ຕຸລາ 1966-26 ຕຸລາ 2026), ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ, ມີບັນດາຫົວໜ້າພະແນກ, ຮອງພະແນກທີ່ຂຶ້ນກັບກົມເຄມີສາດ, ຄະນະພັກ-ຄະນະບັນຊາ ກອງພັນເຄມີ 15, ສູນອົບຮົມວິໄຈເຄມີ, ແຂກຖືກເຊີນ, ພ້ອມດ້ວຍນາຍ ແລະ ພົນທະຫານ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳແສນ ຕ່ອມທະນົງ ຮອງຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານແຜນການຈັດຕັ້ງເຄື່ອນໄຫວສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ ແລະ ຂອງກອງ ທັບ ເວົ້າລວມ, ເວົ້າສະເພາະແມ່ນວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ (26/10/1966-26/10/2026), ເພື່ອເປັນການປູກຈິດສຳນຶກ ແລະ ສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບ ໃນທົ່ວກອງທັບ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງເຖິງມູນເຊື້ອ, ທາດແທ້ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງເຫຼົ່າຮົບເຄມີສາດ ໃນແຕ່ລະໄລຍະຈົນເຖິງປັດຈຸບັນ ແລະ ເພື່ອເຮັດໃຫ້ບັນດາກົມກອງຖືເອົາການສ້າງຂະບວນການຄັ້ງນີ້ ຕິດພັນກັບການປັບປຸງກໍ່ສ້າງກົມກອງ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຮັບປະກັນເນື້ອໃນເຮັດໃຫ້ກົມກອງ ມີບັນຍາກາດຟົດຟື້ນ, ມີຂໍ້ແຂ່ງຂັນ ໂດຍເລີ່ມຈາກບຸກຄົນ ຕະຫຼອດຮອດກົມກອງ ໃຫ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ບົນພື້ນຖານການສືບຕໍ່ປັບປຸງກໍ່ສ້າງເຫຼົ່າຮົບເຄມີສາດ ໃຫ້ກາຍເປັນເຫຼົ່າຮົບ ທີ່ມີລະບຽບແບບແຜນ ແລະ ທັນສະໄໝ, ມີຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພັນເອກ ຄຳສະຫວັດ ໄຊຍະລາດ ໄດ້ເນັ້ນໜັກບາງຈຸດທີ່ສຳຄັນຕື່ມ ຄື: ໃຫ້ສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງເລິກເຊິ່ງກວ່າເກົ່າ, ຖືເອົາວຽກງານນີ້ເປັນບັນຫາກົກ ເພື່ອສ້າງໃຫ້ເຂົາເຈົ້າມີມະນາຈິດປະຕິວັດ, ສາມາດຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມທັງແກ້ໄຂແນວຄິດແບບເກົ່າ ທີ່ບໍ່ສອດຄ່ອງກັບແນວທາງການປ່ຽນແປງໃໝ່ຂອງພັກ ເປັນຕົ້ນແມ່ນ: ແນວຄິດຄອງເດີມ, ຂີ້ຄ້ານມັກງ່າຍ, ບໍ່ຢາກຄົ້ນຄວ້າຮ່ຳຮຽນ, ແນວຄິດເອືອຍອີງ, ບໍ່ເປັນເຈົ້າຕົນເອງ ແລະ ບໍ່ຢາກພັດທະນາຕົນເອງ ກໍຄືພັດທະນາກົມກອງ. ນອກນັ້ນ, ຕ້ອງເພີ່ມທະວີປັບປຸງຄວາມສາມັກຄີພາຍໃນໝູ່ຄະນະ ແລະ ທົ່ວກົມກອງ ໃຫ້ເປັນປຶກແຜ່ນ, ເປັນເຈົ້າການຈັດຕັ້ງປະຕິບັດແຜນການນີ້ ໃຫ້ເກີດດອກອອກຜົນຕົວຈິງ, ເອົາໃຈໃສ່ປັບປຸງກົມກອງ ໃຫ້ເປັນກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເປັນກອງປອດໄພ ແລະ ປອດຄະດີ, ເປັນເຈົ້າການປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງທັບ, ກົດໝາຍຂອງລັດ ແລະ ທຸກມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ພ້ອມກັນເປັນເຈົ້າການປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອພິລາດອາດຫານຂອງກອງທັບປະຊາຊົນລາວວິລະຊົນ, ຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ຍົກສູງສະຕິລະວັງຕົວຕໍ່ທຸກກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ ແລະ ສາມາດເຮັດສຳເລັດໜ້າທີ່ໃນທຸກກໍລະນີ ໂດຍເຄື່ອນໄຫວຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 5 ບຸກທະລຸ ທີ່ອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ປະກົດຜົນເປັນຈິງ.
ໂດຍ: ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















