ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ມອບອຸປະກອນວິທະຍຸສື່ສານ (i-com) ໃຫ້ກອງຮ້ອຍທະຫານຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2026-06-08 16:18:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:



ວັນທີ 4 ມິຖຸນາ 2026 ນີ້, ທ່ານ ວົງສັກ ລັດຕະນະວົງ ຫົວໜ້າພະແນກຈັດຕັ້ງພະນັກງານ, ຮອງປະທານກຳມະບານຮາກຖານ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ພ້ອມດ້ວຍຄະນະທີມງານມາຈາກນະຄອນຫຼວງວຽງຈັນ ແລະ ພະນັກງານທະນາຄານການຄ້າສາຂາແຂວງໄຊຍະບູລີ ໄດ້ນຳເອົາອຸປະກອນວິທະຍຸສື່ສານ (i-com) ຈໍານວນ 111 ເຄື່ອງ ລວມມູນຄ່າ 50 ລ້ານກີບ ໄປມອບໃຫ້ກອງຮ້ອຍທະຫານຊາຍແດນແຂວງໄຊຍະບູລີ ເພື່ອນຳໃຊ້ເຂົ້າໃນວຽກງານລວມຂອງກົມກອງ, ຕາງໜ້າກ່າວຮັບໂດຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີສະຫາຍ ພັັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ແລະ ພະນັກງານ ທັງສອງຝ່າຍ ເຂົ້າຮ່ວມ. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຢ່າງສູງມາຍັງທ່ານ ວົງສັກ ລັດຕະນະວົງ ພ້ອມຄະນະ ທີ່ມີຄວາມເປັນຫ່ວງເປັນໄຍ ຈຶ່ງນຳເອົາເຄື່ອງດັ່ງກ່າວມາມອບໃຫ້ ແລະ ໃຫ້ຄວາມສຳຄັນຕໍ່ວຽກງານຊາຍແດນທະຫານແຂວງໄຊຍະບູລີ ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າຈະປົກປັກຮັກສາ ແລະ ນໍາເອົາວັດຖຸດັ່ງກ່າວໄປນໍາໃຊ້ເຂົ້າໃນວຽກງານລວມຂອງກົມກອງໃຫ້ເກີດປະໂຫຍດສູງສຸດ. ໂດຍ: ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ