ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ອິນ​ໂດ​ເນ​ເຊຍ ພັດທະນາ​ເຕັກ​ໂນ​ໂລ​ຊີ​ໃໝ່ປ່ຽນ​ຂີ້​ເຫຍື້ອ​ເປັນ​ເຊື້ອ​ໄຟ
ເວລາອອກຂ່າວ: 2026-06-10 09:17:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ສຳນັກ​ຂ່າວ ຊິນ​ຮວາ ລາຍ​ງານ ເມື່ອ​ບໍ່​ດົນ​ມາ​ນີ້, ສຳນັກງານ ວິໄຈ ແລະ ນະ​ວັດຕະ​ກຳ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ (BRIN) ໄດ້​ພັດທະນາ​ເຕັກ​ໂນ​ໂລ​ຊີ ໄພ​ໂຣ​ໄລ​ຊິ​​ສ (pyrolysis) ລຸ້ນ​ທີ 2, ຊຶ່ງ​ສາມາດ ປ່ຽນ​ຂີ້​ເຫຍື້ອ ປລາ​​ສ​ຕິກ ໃຫ້​ເປັນ​ເຊື້ອ​ໄຟ ສຳລັບ​ພາກ​ອຸດສາຫະກຳ, ໂດຍ​ສາມາດ​ປ່ຽນ​ຮູບ​ຂີ້​ເຫຍື້ອ​ໄດ້ 1,25 ໂຕນ​ຕໍ່​ວັນ. ເຕັກ​ໂນ​ໂລ​ຊີ ດັ່ງກ່າວ ພາຍ​ໃຕ້ ຊື່ວ່າ ເຊື້ອ​ໄຟ​ແຫຼວ ຈາກ​ຂີ້​ເຫຍື້ອ​ປລາ​​ສ​ຕິກ ດ້ວຍ​ລະບົບ​ໄຟ​ໂຣ​ໄລ​ຊີ​​ສ ຂັ້ນ​ສູງ​ສຳລັບ​ລະດັບ​ອຸດ​ສາ​ຫະ​ກຳ​​ຫ. ໂດຍ​ໃຊ້​ລະບົບ​ປະຕິບັດ​ການ​ແບບ​ຕໍ່​ເນື່ອງ​ຫຼາຍ​ຂັ້ນ​ຕອນ ທີ່​ສາມາດ​ປ້ອນ​ຂີ້​ເຫຍື້ອ ເຂົ້າ​ສູ່​ເຄື່ອງ​ປະຕິບັດ​ການ​ໄດ້​ໂດຍ​ກົງ, ໂດຍ​ບໍ່​ຈຳເປັນ​ຕ້ອງ​ຄັດ​ແຍກ​ກ່ອນ. ປັດຈຸບັນ ລະບົບ​ໃໝ່​ນີ້​ພວມ​ໄດ້​ຮັບ​ການ​ພັດທະນາ​ຕໍ່​ຍອດ ເພື່ອ​ເພີ່ມ​ກຳລັງ​ການ​ປ່ຽນແປງ​ໃຫ້​ເພີ່ມ​ຂຶ້ນ​ສູງ​ສຸດ 5 ໂຕນ ຕໍ່​ວັນ ຈາກ​ເດີມ ທີ່​ເຕັກ​ໂນ​ໂລ​ຊີ ລຸ້ນ​ທຳ​ອິດສາ​ມາດ​ຮອງ​ຮັບ​ຂີ້​ເຫຍື້ອ​ປລາ​​ສ​ຕິກ​ໄດ້ ປະມານ 400 ກິ​ໂລກ​ຣາມ​ຕໍ່​ວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ