ທ່ານ ສີ ຈິ້ນຜິງ ພົບປະຫາລືບັນຫາສັນຕິພາບໂລກ ກັບທ່ານ ກິມເຈິງອຸນ ທີ່ ສປປ ເກົາຫຼີ
ເວລາອອກຂ່າວ: 2026-06-10 09:18:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ: ![]()
ວັນທີ 8 ມິຖຸນາ ນີ້, ຢູ່ນະ ຄອນຫຼວງພຽງຢາງ, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ພົບປະຫາລືກັບທ່ານ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ.
ໃນເວລາພົບປະທ່ານ ສີ ຈິ້ນຜິງ ເນັ້ນໜັກວ່າ: ສອງປະເທດຈີນ ແລະ ສປປ ເກົາຫຼີ ລ້ວນແຕ່ແມ່ນປະເທດສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດ. ມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ຈີນ ແລະ ສປປ ເກົາຫຼີ ມີແຫຼ່ງກຳເນີດມາຈາກອຸດົມການ, ຄວາມເຊື່ອໝັ້ນ ແລະ ເປົ້າໝາຍສູ້ຊົນຮ່ວມກັນຂອງສອງຝ່າຍ. ໂດຍປະເຊີນໜ້າກັບການປ່ຽນແປງໃນຮອບຮ້ອຍປີຜ່ານມາຂອງໂລກ, ສອງຝ່າຍຕ້ອງກຳເອົາໂອກາດໃນທ່າອ່ຽງໃຫຍ່ແຫ່ງການພັດທະນາປະຫວັດສາດຂອງມວນມະນຸດ ເພື່ອບຸກເບີກອະນາຄົດທີ່ດີງາມກວ່າເກົ່າຂອງພາລະກິດສັງຄົມນິຍົມສອງປະເທດ ກໍຄືສັນຕິພາບ ແລະ ການພັດທະນາຂອງພາກພື້ນ. ພ້ອມນັ້ນ ທ່ານ ສີ ຈິ້ນຜິງ ໄດ້ສະເໜີຂໍ້ສະເໜີ 4 ຂໍ້ ກ່ຽວກັບການຂະຫຍາຍການພົວພັນ ລະຫວ່າງ ຈີນ ແລະ ສປປ ເກົາຫຼີ.
ໜຶ່ງ. ຍຶດໝັ້ນຖືການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ ເປັນການຊີ້ນຳ-ນຳພາ, ສ້າງພື້ນຖານຂອງການໄວ້ເນື້ອເຊື່ອໃຈກັນທາງການເມືອງໃຫ້ໝັ້ນຄົງຍິ່ງຂຶ້ນ.
ສອງ. ຍຶດໝັ້ນຖືການສ້າງຄວາມສຸກໃຫ້ແກ່ປະຊາຊົນເປັນເປົ້າໝາຍ, ຍົກສູງລະດັບການຮ່ວມມືທີ່ຕິດແທດຕົວຈິງ.
ສາມ. ຍຶດໝັ້ນຖືການສືບທອດມິດຕະພາບເປັນກຳລັງແຮງ, ເຊື່ອມສານຈິດໃຈຂອງປະຊາຊົນໃຫ້ສະໜິດແໜ້ນຍິ່ງຂຶ້ນ.
ສີ່. ຍຶດໝັ້ນທັດສະນະທີ່ຍຸຕິທຳ ແລະ ເປັນທຳ, ເຮັດໃຫ້ການປະ ສານງານດ້ານຍຸດທະສາດມີເນື້ອໃນອຸດົມສົມບູນກວ່າເກົ່າ.
ດ້ານທ່ານ ກິມເຈິງອຸນ ກ່າວ ວ່າ: ຂອບໃຈທ່ານ ສີ ຈິ້ນຜິງ ທີ່ສະເໜີຂໍ້ສະເໜີອັນສຳຄັນ ກ່ຽວກັບການຂະຫຍາຍການພົວພັນລະຫວ່າງ ສປປ ເກົາຫຼີ ແລະ ຈີນ ໃນຍຸກໃໝ່, ສປປ ເກົາຫຼີ ຈະຮ່ວມກັບຈີນ, ໃຊ້ຄວາມພະຍາຍາມຢ່າງສຸດຂີດ ເພື່ອຊຸກຍູ້ການ ແລກປ່ຽນ ແລະ ການຮ່ວມມືໃນ ຂົງເຂດທີ່ກວ້າງຂວາງ ເຊັ່ນ: ເສດຖະກິດການຄ້າ, ພື້ນຖານໂຄງລ່າງ, ວິທະຍາສາດເຕັກໂນ ໂລຊີ, ການສຶກສາ ແລະ ວັດທະ ນະທຳ ເປັນຕົ້ນລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະ ນາໃໝ່. ຊຸມປີມໍ່ໆມານີ້, ປະຊາຄົມໂລກກຳລັງເກີດການປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນ, ສປປ ເກົາຫຼີ ຈະເດັດດ່ຽວສະໜັບສະໜູນນະໂຍບາຍ ແລະ ຫຼັກໝັ້ນຂອງຈີນ ທີ່ປົກປັກຮັກສາຜົນປະໂຫຍດແກນກາງ. ສປປ ເກົາຫຼີ ຈະຖືການຂະຫຍາຍການພົວພັນລະຫວ່າງ ສປປ ເກົາຫຼີ ກັບ ຈີນ ເປັນພາລະກິດຍຸດທະສາດອັນດັບໜຶ່ງທີ່ສຳຄັນທີ່ສຸດຂອງລັດຄືທີ່ປະຕິບັດຜ່ານມາ, ຈະພະຍາຍາມສຸດຂີດ ເພື່ອສ້າງການພົວພັນ ສປປ ເກົາຫຼີ-ຈີນ ໃຫ້ເປັນແບບຢ່າງຂອງການພົວພັນລະຫວ່າງປະເທດ, ພ້ອມກັນປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ
ໃນຕອນຄ່ຳຂອງວັນດຽວ, ທ່ານ ກິມເຈິງອຸນ ໄດ້ຈັດງານລ້ຽງຕ້ອນຮັບທ່ານ ສີ ຈິ້ນຜິງ ພ້ອມດ້ວຍພັນລະຍາ ຢ່າງສົມກຽດ. ໃນນັ້ນ ຜູ້ນຳສອງທ່ານ ຕ່າງກໍໄດ້ຜັດປ່ຽນກັນກ່າວຄຳປາໄສ, ເຊິ່ງ ທ່ານ ສີ ຈິ້ນຜິງ ຊີ້ອອກຕື່ມວ່າ: ໃນການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າ ແລະ ທ່ານ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນ. ພວກຂ້າພະເຈົ້າມີຄວາມເຫັນເປັນເອກະພາບກັນວ່າ: ຕ້ອງເບິ່ງຈາກແງ່ມຸມຍຸດທະສາດແຫ່ງອະນາຄົດ ແລະ ຊະຕາກຳຂອງສັງຄົມນິຍົມ, ກຳກັບທ່າອ່ຽງໃຫຍ່ຂອງຍຸກສະໄໝ, ປະຕິບັດຕາມຄວາມມຸ່ງມາດປາຖະໜາຮ່ວມຂອງປະຊາ ຊົນສອງປະເທດ, ເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ, ລົງເລິກການແລກປ່ຽນດ້ານຍຸດທະສາດ, ເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງ, ເພີ່ມການເຊື່ອມສານຈິດໃຈຂອງປະຊາຊົນ, ຊຸກຍູ້ການພົວພັນລະ ຫວ່າງຈີນ ກັບ ສປປ ເກົາຫຼີ ໃຫ້ຂະຫຍາຍຕົວໃນລະດັບສູງ ແລະ ຊຸກຍູ້ຄວາມກ້າວໜ້າຂອງສັງຄົມມະນຸດຢ່າງບໍ່ຢຸດຢັ້ງ.
ທ່ານ ກິມເຈິງອຸນ ກ່າວວ່າ: ໃນການເດີນທາງຢ້ຽມຢາມຕ່າງ ປະເທດຄັ້ງທຳອິດໃນປີນີ້, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະ ນະກຳມະການສູນກາງພັກຄອມ ມູນິດຈີນ ໄດ້ມາຮອດ ສປປ ເກົາ ຫຼີ ເຊິ່ງສ່ອງແສງໃຫ້ເຫັນເຖິງການໃຫ້ຄວາມສຳຄັນໃນລະດັບສູງ ຕໍ່ການຂະຫຍາຍການພົວພັນລະຫວ່າງສອງພັກ ສອງລັດ ສປປ ເກົາຫຼີ-ຈີນ ແລະ ການສະ ໜັບສະໜູນອັນລໍ້າຄ່າທີ່ສຸດ ຕໍ່ພາລະກິດສັງຄົມນິຍົມຂອງ ສປປ ເກົາຫຼີ. ການພົບປະສົນທະນາ ລະຫວ່າງຂ້າພະເຈົ້າກັບທ່ານ ສີ ຈິ້ນຜິງ ໃນຄັ້ງນີ້ ຍ່ອມຈະຊຸກຍູ້ມິດຕະພາບລະຫວ່າງ ສປປ ເກົາຫຼີ ກັບ ຈີນ ທີ່ມີມູນເຊື້ອ ປະຫວັດສາດອັນເລິກເຊິ່ງໃຫ້ຂະຫຍາຍຕົວໄປຂ້າງໜ້າຢ່າງ ວ່ອງໄວຍິ່ງຂຶ້ນ ເຊິ່ງຈະປະກອບ ສ່ວນເຂົ້າໃນສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ຂອງໂລກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















