ຫວຽດນາມ-ຣັດເຊຍ ເປັນຄູ່ຮ່ວມມື ສຳຄັນແຖວໜ້າຢູ່ພາກພື້ນອາຊຽນ
ເວລາອອກຂ່າວ: 2026-06-10 09:22:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 81 | ຄວາມນິຍົມ: ![]()
ຕາມຂ່າວຫວຽດນາມອອນ ໄລ, ໂດຍສືບຕໍ່ລາຍການເຮັດວຽກຢູ່ Saint Petersburg (ຣັດເຊຍ), ວັນທີ 5 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະ ມົນຕີ ຜູ້ປະຈຳການລັດຖະບານ ໄດ້ເຂົ້າຮ່ວມວາລະປະຊຸມຄົບຄະ ນະຂອງເວທີປາໄສເສດຖະກິດສາກົນ Saint Petersburg ຄັ້ງທີ 29; ພົບປະກັບທ່ານ Dmitry Chernyshenko ຮອງນາຍົກລັດຖະມົນຕີຣັດເຊຍ, ປະທານອະນຸກຳມະການຝ່າຍ ຣັດເຊຍ ໃນຄະນະກຳມະການລະຫວ່າງລັດຖະບານຫວຽດ ນາມ-ຣັດເຊຍ.
ທ່ານ Dmitry Chernyshenko ຢືນຢັນວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າຂອງຣັດເຊຍ ຢູ່ພາກພື້ນ; ຕີລາຄາສູງຕໍ່ການພັດ ທະນາທີ່ຕັ້ງໜ້າຂອງການຮ່ວມມືສອງຝ່າຍໃນໄລຍະຜ່ານມາ; ຮັບຮູ້ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການຂອງສອງປະເທດໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະ ແຜນການສັງລວມພັດທະນາການພົວພັນສອງປະ ເທດ ຮອດປີ 2030, ພິເສດແມ່ນໃນຂົງເຂດເສດຖະກິດ-ການຄ້າ, ພະລັງງານ-ນໍ້າມັນອາຍແກັສ, ວັດທະນະທຳ, ການທ່ອງທ່ຽວ...; ທ່ານ Dmitry Chernyshenko ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການທີ່ມີຄວາມໝາຍຍຸດທະສາດໄລຍະຍາວໃນຂົງເຂດຕ່າງໆ, ຄື: ພະລັງງານ-ນໍ້າມັນອາຍແກັສ, ການສຶກສາ-ບຳລຸງສ້າງ, ການຄົ້ນຄວ້າວິທະຍາສາດ...
ດ້ານທ່ານ ຟ້າມຢາຕຸກ ຢືນຢັນວ່າ, ລັດຖະບານຫວຽດນາມ ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບ ລັດຖະບານຣັດເຊຍ ເພື່ອຊຸກຍູ້ບັນດາຂົງເຂດການຮ່ວມມືຢ່າງ ຮອບດ້ານ, ໃນນັ້ນເສີມຂະຫຍາຍບົດບາດປະສານງານອັນສຳຄັນຂອງຄະນະກຳມະການລະຫວ່າງລັດຖະບານ ສອງປະເທດຢ່າງສຸດຂີດ; ທ່ານ ໄດ້ເນັ້ນໜັກວ່າ ໃນສະພາບການປັດຈຸບັນ, ສອງຝ່າຍຄວນມານະພະຍາຍາມຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງໃຫ້ມີປະສິດທິຜົນ, ເຮັດໃຫ້ຂົງເຂດການຮ່ວມມືແບບດັ້ງເດີມໃຫ້ເລິກເຊິ່ງກວ່າເກົ່າ ແລະ ເປີດກວ້າງໄປສູ່ບັນດາຂົງເຂດ, ໂຄງ ການໃໝ່; ຕັດສິນໃຈນຳການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ຂົງເຂດອື່ນໆຂຶ້ນສູ່ທຽບເທົ່າລະດັບການພົວພັນທາງດ້ານການເມືອງອັນດີງາມ, ສອດຄ່ອງກັບການຊີ້ນຳ ຂອງການນຳຂັ້ນສູງສອງປະ ເທດ, ຕອບສະໜອງຕາມມຸ່ງມາດ ປາຖະໜາຂອງປະຊາຊົນສອງຊາດ.
ໃນໂອກາດດັ່ງກ່າວ, ທ່ານ ຟ້າມຢາຕຸກ ຍັງໄດ້ຕ້ອນຮັບທ່ານ Pakhomov ຮອງປະທານ ທັງເປັນກຳມະການຄະນະບໍລິຫານທະນາຄານ VTB, ທ່ານ Yevtushenkov ຜູ້ກໍ່ຕັ້ງກອງທຶນລົງ ທຶນ AFK Systema ແລະ ທ່ານ Mikhelson ຜູ້ອຳນວຍການ ໃຫຍ່ບໍລິສັດ Novatek ຈາກຣັດເຊຍຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















