ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈັດຕັ້ງເຄົາລົບທຸງຊາດປະຈຳເດືອນ
ເວລາອອກຂ່າວ: 2026-06-10 09:26:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 283 | ຄວາມນິຍົມ: ![]()
ໃນວັນທີ 8 ມິຖຸນາ 2026 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງ ພິທີເຄົາລົບທຸງຊາດ ປະຈຳເດືອນ 6 ໂດຍການເປັນປະທານຂອງ
ສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ຫົວໜ້າການທະຫານກອງບັນຊາການທະຫານນະ ຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວອົງການ 5 ຫ້ອງ ພ້ອມດ້ວຍກົມກອງອ້ອມຂ້າງທີ່ຂຶ້ນກັບເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ໄດ້ສະຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງອົງການ ແລະ ກົມກອງ ໂດຍປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ, ຕະຫຼອດໄລຍະ 1 ເດືອນ ຜ່ານມາຄະນະພັກ-ຄະນະບັນຊາທຸກຂັ້ນແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການສຶກສາອົບຮົມການເມືອງ-ນຳພາແນວຄິດ ຢ່າງເປັນປົກກະຕິ ເປັນຕົ້ນແມ່ນໄດ້ນຳເອົາບັນດາເອກະສານມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ມາຈັດຕັ້ງເຜີຍແຜ່ ເພື່ອແນໃສ່ເຮັດໃຫ້ບັນດາພະນັກງານ-ນັກຮົບພາຍໃນກົມກອງຂອງຕົນໄດ້ຮັບຮູ້ເຊື່ອມຊຶມ, ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດຢ່າງໜັກແໜ້ນ, ຊີ້ນຳກົມກອງທີ່ກ່ຽວຂ້ອງສຸມໃສ່ເຂົ້າໃນການເຮັດໜ້າທີ່ວຽກງານປ້ອງກັນຕາມຂອບເຂດ ທີ່ຕົນຮັບຜິດຊອບຢ່າງເຄັ່ງຄັດ, ຈັດຕັ້ງລະບົບປະຈຳການບັນຊາແຕ່ລະຂັ້ນຕະຫຼອດ 24 ຊົ່ວໂມງ ເພື່ອຕິດຕາມສະພາບ ແລະ ກະກຽມແກ້ໄຂປະກົດການ ຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ທັນເວລາ, ປຸກລະດົມໃຫ້ພະນັກງານ-ນັກ
ຮົບເຮັດວຽກງານເພີ່ມພູນຜະລິດຜົນ ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍອີງ ໃສ່ເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງ, ນອກນັ້ນ ຍັງໄດ້ ເອົາໃຈໃສ່ຊີ້ນຳບັນດາກົມກອງ ເຮັດໜ້າທີ່ວຽກງານການກວດກາ, ຄຸ້ມຄອງ, ບົວລະບັດຜັດເຊັດພາຫະນະເຕັກນິກ, ອາວຸດ-ລູກກະສູນ ຢ່າງເປັນປົກກະຕິ ແນໃສ່ໃຫ້ມີຄວາມທົນທານ, ນຳໃຊ້ໄດ້ຍາວນານ ແລະ ຮັບໃຊ້ທຸກວຽກ ງານໃຫ້ມີຜົນສຳເລັດຕາມການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້ໄດ້ຕະຫຼອດເວລາ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















